ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ບັງ​ຄັບ​ໃຫ້​ອາ​ຫານ ຄົນ​ເຂົ້າ​ເມືອງ​ທີ່​ຖືກ​ຂັງ


ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ຈາກ ເມັກ​ຊິ​ໂກ ລໍ​ຖ້າ​ຢູ່​ບໍ​ລິ​ເວນ​ແຫ່ງ​ນຶ່ງ​ໃນ​ເມືອງ ແອ​ລ ປາ​ໂຊ, ລັດ ເທັກ​ຊັ​ສ. 1 ພຶ​ດ​ສະ​ພາ, 2008.
ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ຈາກ ເມັກ​ຊິ​ໂກ ລໍ​ຖ້າ​ຢູ່​ບໍ​ລິ​ເວນ​ແຫ່ງ​ນຶ່ງ​ໃນ​ເມືອງ ແອ​ລ ປາ​ໂຊ, ລັດ ເທັກ​ຊັ​ສ. 1 ພຶ​ດ​ສະ​ພາ, 2008.

ອົງ​ການກວດ​ກາ​ຄົນ​ເຂົ້າ​ເມືອງ ແລະ ບັງ​ຄັບ​ໃຊ້​ພາ​ສີ ສະ​ຫະ​ລັດ ໄດ້​ຢືນ​ຢັນ​ວ່າ ເຂົາ​
ເຈົ້າໄດ້ພະຍາຍາມທີ່ຈະບັງຄັບໃຫ້ອາຫານນັກໂທດທີ່ຖືກຄວບຄຸມຕົວສຳລັບການເດີນ
ທາງເຂົ້າປະເທດຢ່າງຜິດກົດໝາຍ, ຫຼັງຈາກພວກຖືກຄຸມຂັງດັ່ງກ່າວນັ້ນໄດ້ຈັດການ
ປະທ້ວງອຶດຫິວ ເພື່ອຮຽກຮ້ອງການປ່ອຍຕົວຂອງເຂົາເຈົ້າ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ICE ໄດ້​ຢືນ​ຢັນ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ນັກ​ໂທດ​ຍົກ​ຍ້າຍ​ຖິ່ນ​ຖານ
ຢ່າງໜ້ອຍ 6 ຄົນໄດ້ຖືກບັງຄັບໃຫ້ອາຫານ ຜ່ານທໍ່ສອດທາງດັງ ແລະ ຄົນອື່ນໆອີກ 9
ຄົນໄດ້ປະຕິເສດບໍ່ກິນອາຫານ. ພວກຖືກຄວບຄຸມຕົວແມ່ນຢູ່ໃນສູນຕ່າງໆ ໃນເມືອງ
ແອລ ປາໂຊ ລັດ ເທັກຊັສ, ເມືອງໄມອາມີ ລັດ ຟລໍຣິດາ, ນະຄອນ ຟີນິກສ໌ ລັດ ອາຣິ
ໂຊນາ, ເມືອງ ແຊນດີເອໂກ ແລະ ແຊນ ແຟຣນຊິສໂກ ລັດ ຄາລິຟໍເນຍ.

ບັນ​ດາ​ນັກ​ເຄື່ອນ​ໄຫວ​ສິດ​ທິ​ຜູ້​ຖືກ​ຄຸມ​ຂັງ ທີ່​ເຮັດ​ວຽກ​ກັບ​ຜູ້​ປະ​ທ້ວງ​ອຶດ​ຫິວ​ໃນ​ລັດ​ ເທັກ​
ຊັສ ກ່າວວ່າຜູ້ປະທ້ວງອຶດຫິວສ່ວນຫຼາຍແມ່ນຊົນເຜົ່າ ອິນເດຍ ຜູ້ທີ່ໄດ້ເດີນທາງເຂົ້າ
ສະຫະລັດ ໃນເຂດຊາຍແດນພາກໃຕ້ ແລະ ໄດ້ຖືກຄວບຄຸມຕົວເມື່ອ 6 ເດືອນທີ່ຜ່ານ
ມາ. ພວກປະທ້ວງໄດ້ຮຽກຮ້ອງການປ່ອຍຕົວດ້ວຍເງິນປະກັນ, ຫລັງຈາກໄດ້ຖືກຂັງ
ຄຸມຫຼາຍເດືອນ.

ທະ​ນາຍ​ຄວາມ​ສອງ​ຄົນ​ສຳ​ລັບ​ຜູ້​ຖືກ​ຄຸມ​ຂັງ​ໃນ​ລັດ​ເທັກ​ຊັ​ສ, ທ່ານນາງ ຣູ​ບີ ຄາ​ອົວ,
ໄດ້ກ່າວຕໍ່ວິທະຍຸສາທາລະນະແຫ່ງຊາດວ່າ ຜູ້ຖືກຄຸມຂັງໄດ້ເລີ່ມການປະທ້ວງອຶດຫິວ
ໃນຕອນຕົ້ນຂອງປີນີ້ ເພື່ອຮຽກຮ້ອງຄວາມສົນໃຈຕໍ່ສິ່ງທີ່ເຂົາເຈົ້າເວົ້າວ່າ ສະພາບທີ່
ທາລຸນ, ການໃຊ້ຄຳເວົ້າຂົ່ມຂູ່ ແລະ ຂາດຂໍ້ມູນ ກ່ຽວກັບ ຄະດີຂອງເຂົາເຈົ້າ.

ທ່າ​ນ​ນາງຍັງ​ໄດ້​ກ່າວ​ວ່າ ລູກ​ຄວາມ​ຂອງ​ລາວ​ຍັງ​ມີ​ອຸ​ປະ​ສັກ​ດ້ານ​ພາ​ສາ​, ໃນ​ຂະ​ນະ​ທີ່​
ເຂົາເຈົ້າບໍ່ສາມາດເວົ້າພາສາອັງກິດ ແລະ ບໍ່ໄດ້ມີນາຍແປພາສາ ຜູ້ທີ່ສາມາດເວົ້າພາ
ສາຂອງເຂົາເຈົ້າໄດ້, ເຊິ່ງແມ່ນພາສາ ປັນຈາບີ.

ທ່ານ​ນາງ​ໄດ້​ກ່າວ​ວ່າ ຂະ​ບວນ​ການ​ບັງ​ຄັບ​ໃຫ້​ອາ​ຫານ ຍັງຫຍຸ້ງ​ຍາກ​ສຳ​ລັບ​ພວກ​ຖືກ
ຄວບຄຸມຕົວ, ເຮັດໃຫ້ເຂົາເຈົ້າເລືອດອອກຢູ່ໃນດັງ ແລະ ອາຈຽນ.

ສະ​ມາ​ຊິກ​ສະ​ພາ​ຕ່ຳ ສະ​ຫະ​ລັດ ທ່​ານ​ນາງ ເວ​ໂຣ​ນິ​ກາ ເອັ​ສ​ໂກ​ບາ ຈາກ​ລັດ​ເທັກ​ຊັ​ສ
ໄດ້ຂຽນຂໍ້ຄວາມໃນທວິດເຕີໃນວັນພະຫັດທີ່ຜ່ານມາວ່າ ລາວໄດ້ເດີນທາງໄປສະທີ່
ກັກຂັງຂອງອົງການ ICE ໃນເມືອງ ແອລ ປາໂຊ ແລະ ໄດ້ພົບກັບຜູ້ຖືກກັກຂັງ ຜູ້ທີ່
ຖືກບັງຄັບໃຫ້ອາຫານ. ລາວໄດ້ເອີ້ນສະຖານະການນັ້ນວ່າ “ຮັບບໍ່ໄດ້” ແລະ ໄດ້ກ່າວ
ວ່າ ພວກປະທ້ວງໄດ້ຖືກກັກຂັງດົນ 15 ຫາ 18 ເດືອນ.

ທ່ານ​ນາງ ເອັ​ສ​ໂກ​ບາ ໄດ້​ຮຽກ​ຮ້ອງ​ການ​ເອົາ​ໃຈ​ໃສ່ຫຼາຍ​ຂຶ້ນ ແລະ ຄວາມ​ຮັບ​ຜິດ​ຊອບ
ເພື່ອຮັບປະກັນວ່າ ພວກຖືກກັກຂັງໄດ້ຖືກປະຕິບັດຕໍ່ດ້ວຍ “ກຽດສັກສີ ແລະ ຄວາມ
ເຄົາລົບ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG