ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຈົ້າໜ້າທີ່ ສຫລ ສືບຕໍ່ ເສີມ​ສ້າງ ການສະໜັບສະໜຸນ ຕໍ່ ຂໍ້ຕົກລົງນິວເຄລຍ ກັບ​ອີ​ຣ່ານ


Iran Nuclear
please wait
Embed

No media source currently available

0:00 0:01:38 0:00

ການດຳເນີນຄວາມພະຍາຍາມໃນຫຼາຍໆດ້ານເພື່ອຈະຊອກຫາ
ການສະໜັບສະໜຸນຕໍ່ຂໍ້ຕົກລົງນາໆຊາດ ກ່ຽວກັບໂຄງການນິວ
ເຄລຍຂອງອີຣ່ານ ຈາກສະມາຊິກສະພາແລະພັນທະມິດທີ່ຍັງມີ
ຄວາມສົງໄສບໍ່ແນ່ໃຈ ຍັງດຳເນີນຢູ່ຕໍ່ມາ ໃນວັນພະຫັດມື້ນີ້ນຶ່ງມື້
ຫຼັງຈາກປະທານາທິບໍດີ ບາຣັກ ໂອບາມາໄດ້ກ່າວປ້ອງກັນຢ່າງ
ແຂງຂັນຂໍ້ຕົກລົງດັ່ງກ່າວໂດຍເວົ້າວ່າມັນເປັນວິທີທາງທີ່ດີທີ່ສຸດ
ທີ່ບໍ່ໃຫ້ອີຣ່ານມີອາວຸດນິວເຄລຍໄດ້.

ຮອງປະທານາທິບໍດີ Joe Biden ຊຶ່ງໃນວັນພຸດວານນີ້ ໄດ້ພົບ
ປະເປັນການສ່ວນໂຕກັບບັນດາສະມາຊິກສະພາຕ່ຳສັງກັດພັກ
ເດໂມແຄຣັດ ຈະກັບຄືນໄປ ສະພາອີກ ເພື່ອທຳການພົບປະ ທີ່
ຄ້າຍຄືກັນກັບບັນດາສະມາຊິກຂອງພັກເດໂມແຄຣັດຢູ່ໃນຄະນະກຳມະການຄວາມສຳພັນ ກັບຕ່າງປະເທດຂອງສະພາສູງ.

ທ່ານໂອບາມາ ກ່າວວ່າ ທ່ານຈະໃຊ້ສິດຢັບຢັ້ງ ໃນການປະຕິເສດໃດໆກໍຕາມຕໍ່ຂໍ້ຕົກລົງທີ່ ວ່ານີ້ຂອງສະພາ ຊຶ່ງຈະມີຂຶ້ນໃນລະຫວ່າງການທົບທວນ ເປັນເວລາ 60 ມື້ທີ່ບັນດາສະມາ ຊິກສະພາມີຢູ່ນັ້ນ. ຖ້າເລື້ອງດັ່ງກ່າວ ຫາກເກີດຂຶ້ນແທ້ ທັງສະພາຕ່ຳ ແລະສະພາສູງແມ່ນ ຕ້ອງການຄະແນນສຽງສອງສ່ວນສາມ ຈຶ່ງຈະເອົາຊະນະການໃຊ້ສິດຢັບຢັ້ງໄດ້.

ນຶ່ງໃນບັນດາຜູ້ຕຳ​ໜິຕິຕຽນແຮງສຸດຕໍ່ຂໍ້ຕົກລົງສະ​ບັບນີ້ກໍແມ່ນສະມາຊິກສະພາສູງ John McCain ທີ່ສັງກັດພັກຣີພັບບລີກັນ ຊຶ່ງທ່ານໄດ້ກ່າວຕໍ່ວີໂອເອວ່າ ຍັງເປັນການສົງໄສຢູ່ທີ່ ວ່າຈະມີສະມາຊິກພັກເດໂມແຄຣັດພຽງພໍ ເຂົ້າຮ່ວມກັບພັກຣີພັບບລີກັນເພື່ອໃຫ້ໄດ້ຮັບຄະ ແນນສຽງທີ່ຕ້ອງການສຳລັບເອົາຊະນະການໃຊ້ສິດຢັບຢັ້ງໄດ້.

ໃນຂະນະດຽວກັນ ຄະນະກຳມະການປະຊາສຳພັນອິສຣາແອລອາເມຣິກັນ ຊຶ່ງເປັນກຸ່ມວິ່ງ ເຕັ້ນທີ່ມີອິດທິພົນ ກ່າວໃນວັນພຸດວານນີ້ວ່າ ຂໍ້ຕົກລົງດັ່ງກ່າວມີຈຸດບົກຜ່ອງ ທີ່ສຳຄັນຫຼາຍ ຢ່າງ ແລະຮຽກຮ້ອງໃຫ້ພວກສະມາຊິກ ແນະນຳໃຫ້ສະມາຊິກສະພາຂອງ​ຕົນ ປະຕິເສດບໍ່ ໃຫ້ຮັບເອົາ.

ນາຍົກລັດຖະມົນນຕີອິສຣາແອລ ທ່ານ Benjamin Netanyahu ໄດ້ຕຳໜິຕິຕຽນຊ້ຳແລ້ວ ຊ້ຳອີກຕໍ່ຂັ້ນຕອນຕ່າງໆການເຈລະຈາແລະກ່າວໃນວັນພຸດວານນີ້ວ່າປະເທດຂອງທ່ານຈະ ສືບຕໍ່ຄັດຄ້ານຕໍ່ຂໍ້ຕົກລົງດັ່ງກ່າວນີ້.

ໃນການພົບປະຂອງທ່ານໃນວັນພະຫັດມື້ນີ້ກັບລັດຖະມົນຕີການຕ່າງປະເທດອັງກິດ ທ່ານ Philip Hammond ນຶ່ງໃນບັນດານັກການທູດທີ່ເຂົ້າຮ່ວມການເຈລະຈາ ກັບອີຣ່ານຊຶ່ງໄດ້ ບັນລຸຂໍ້ຕົກລົງປະຫວັດສາດໃນອາທິດນີ້. ທ່ານ Hammond ໄດ້ກ່າວກ່ອນການພົບປະກັບ ທ່ານ Netanyahu ວ່າ ທ່ານບໍ່ໄດ້ມອງເຫັນວ່າ ການດຳເນີນຄວາມພະຍາຍາມໃນການວິ່ງ ເຕັ້ນ ຈະພາໃຫ້ມີການປະຕິເສດຕໍ່ຂໍ້ຕົກລົງນີ້ ຢູ່ໃນລັດຖະສະພາ.

Obama Calls Out Critics of Iran Nuclear Accord
please wait

No media source currently available

0:00 0:01:43 0:00

XS
SM
MD
LG