ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສັງຫານໂຫດຂອງ ຕົວ​ປະກັນ​ຊາວ​ອາ​ເມຣິກັນ ໃນຊີເຣຍ


Syria Beheading VO
please wait
Embed

No media source currently available

0:00 0:00:50 0:00

ເຈົ້າ​ໜ້າ​ທີ່ສະຫະລັດ ​ໄດ້​ຢືນຢັນ​ເຖິງ​ການ​ຕາຍ​ຂອງ​ຕົວ​ປະກັນ​
ຊາວ​ອາ​ເມຣິກັນ ທ້າວ Abdul-Rahman Kassing ​ໃນ​ອັນ​ທີ່
​ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ເອີ້ນ​ວ່າ
“​ເປັນ​ການ​ກະທຳ​ທີ່​ແລວ​ຮ້າຍ ສາມາ​ນ​ແທ້ໆ” ​ໂດຍ​ພວກ​ກຸ່ມ​ລັດ
​ອີສລາມ.

ທ່ານ ​ໂອ​ບາ​ມາ ​ໄດ້​ກ່າວໃນວັນ​ອາທິດ​ວານ​ນີ້ ຢູ່​ເທິງ​ເຮືອບິນ
Air Force 1 ຫຼື​ເຮືອບິນ​ກອງທັບ​ອາກາດ 1 ຂອງ​ສະຫະລັດ​ວ່າ
​ກຸ່ມ​ລັດ​ອີສລາມ ​ໄດ້​ສະ​ແດງ​ “ການສັງຫານບັນດາ​ຜູ້​ບໍລິສຸດ”
ຊຶ່ງ​ຮວມທັງ ຊາວ​ມຸສລິ​ມ ​ແລະ​ການຕົກລົງ​ໃຈ ອັນພຽງ​ເພື່ອ
​ສະ​ແດງ​ໃຫ້​ເຫັນການ​ຕາຍຢ່າງບໍ່ຢຸດຍັ້ງ ​ແລະ​ການ​ລ້າງຜານ.​

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ທ່ານ Chuck Hagel ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ ວ່າ ທ້າວ Kassing ​ໄວ 26 ປີ ອະດີດທະຫານໜ່ວຍກ້າຕາຍ ຫຼື Ranger ​ໄດ້​ມີ “​ແນວຄິດ​ແລະ​ຄຸນທຳ​ທິ​ພິ​ເສດ​”​ ຊຶ່ງ​ໄດ້​ໃຊ້ແນວ​ຄິດ​ທີ່​ວ່າ​ນີ້ ຊ່ອຍ​ເຫຼືອ​ຜູ້​ອື່ນ ທີ່​ມີ​ຄວາມ​ຈຳ​ເປັນ​ນັ້ນ “ຊຶ່ງ​ມັນ​ໄດ້​ໃຫ້ເອົາ​ຊີວິດ​ຂອງ​ຜູ້ກ່ຽວເຂົ້າແລກ.”

ທ່ານ Hagel ​ໄດ້​ກ່າວ​ວ່າ ສະຫະລັດ ນັ້ນ​ໄດ້​ໃຫ້​ຄຳ​ສັນຍາ ຄ້ຳປະກັນ​ເພື່ອ​ທີ່​ຈະເອົາ​ຊະນະກຸ່ມ​ລັດ​ອີສລາມ ​ໂດຍ​ກ່າວ​ວ່າ “ບໍ່​ມີ​ຜູ້​ໃດ​ຕ້ອງການ​ທີ່​ຈະ​ຢູ່​ໃນ​ໂລກ​ທີ່​ຂາດ​ຄວາມ​ມີ​ມະນຸດສະທຳ
​ ແລະປ່າ​ເຖືອນ​ສາຫັດ ແບບ​ນີ້ ​ແລະພວກ​ເຮົາ​ທັງໝົດແມ່ນເປັນ​ມະນຸດທີ່ມີ​ຄວາມ​ຮັບ ຜິດ​ຊອບ ທີ່ໃຫ້ແນ່ໃຈວ່າບໍ່​ຄວນຈະ​ເກີດ​ຂຶ້ນ​ໃຫ້​ເຫັນ​. ​ມັນ​ເປັນ​ສິ່ງ​ທີ່​ລຳບາກ​ຍາກຍິ່ງ ​ແຕ່​ວ່າ​ພວກ​ເຮົາ​ຈະ​ເອົາ​ຊະນະ​ມັນ​ໃຫ້​ໄດ້. ”

ທ້າວ Kassing ​ໄດ້​ຖືກ​ຈັບປະມານ 13 ​ເດືອນ ​ແລ້ວ​ນີ້ ​ໃນ​ຂະນະ​ທີ່​ໄດ້ປະຕິບັດ​ໜ້າ​ທີ່ເຮັດ
ວຽກ​ ສັງຄົມ​ສົງ​ເຄາະ ທາງ​ດ້ານ​ມະນຸດສະທຳ ໃນ​ເຂດ​ສົງຄາມ ​ໃນ​ຊີ​ເຣຍ.

XS
SM
MD
LG