ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຫົວໜ້າຮັກສາ ຄວາມໝັ້ນຄົງ ສຫລ ເຕືອນໄພກ່ຽວກັບ ການແຊກແຊງ ຂອງຕ່າງປະເທດ ເຂົ້າໃນການເລືອກຕັ້ງ


ທ່ານ​ຄຣິສຕົຟເຟີ ເວຣ, ຫົວໜ້າ​ຫ້ອງການ​ສັນຕິ​ບານ​ກາງ ຫຼື FBI, ທ່ານ​ນາງ ເກິສທ໌​ເຈັນນີວ​ສັນ ລັດຖະມົນຕີ ກະຊວງ
​ຮັກ​ສາ​ຄວາມ​ປອດ​ໄພ​ພາຍໃນຂອງ​ສະຫະລັດ ​ແລະ​ຫົວໜ້າ​ອົງການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ນາຍ​ພົນ​ພອລ ນາ​ກະ​ສອນ ກໍ​ໄດ້ໄປ​ປາກົດ​ໂຕຢູ່ໃນຫ້ອງ​ລາຍ​ງານ​ຂ່າວໃນ​ວັນ​ພະຫັດ​ວານ​ນີ້
ທ່ານ​ຄຣິສຕົຟເຟີ ເວຣ, ຫົວໜ້າ​ຫ້ອງການ​ສັນຕິ​ບານ​ກາງ ຫຼື FBI, ທ່ານ​ນາງ ເກິສທ໌​ເຈັນນີວ​ສັນ ລັດຖະມົນຕີ ກະຊວງ ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍໃນຂອງ​ສະຫະລັດ ​ແລະ​ຫົວໜ້າ​ອົງການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ນາຍ​ພົນ​ພອລ ນາ​ກະ​ສອນ ກໍ​ໄດ້ໄປ​ປາກົດ​ໂຕຢູ່ໃນຫ້ອງ​ລາຍ​ງານ​ຂ່າວໃນ​ວັນ​ພະຫັດ​ວານ​ນີ້

ບັນດາ​ຜູ້ນຳ​ສູງສຸດດ້ານຄວາ​ມໝັ້ນຄົງ​ແຫ່ງ​ຊາດ​ສະຫະລັດ ​ໄດ້​ປາກົດ​ໂຕກັນ​ຢູ່ທີ່ຫ້ອງ
​ລາຍ​ງານ​ຂ່າວຂອງ​ທຳນຽບຂາວ ຊຶ່ງເປັນການໄປພົບກັນທີ່ບໍ່ຄ່ອຍ​ມີ​ມາ​ກ່ອນ​ໃນ​ວັນ​
ພະຫັດວານນີ້ ເພື່ອສະແດງສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການດໍາ ເນີນຄວາມ
​ພະຍາຍາມຂອງຣັດ​ເຊຍ ​ແລະພວກ​ອື່ນໆ ທີ່ອາດຈະເຂົ້າແຊກ ແຊງໃນ​ການ​ເລືອກ​
ຕັ້ງ​ທີ່​ຈະມາ​ເຖິງນີ້ ​ແລະເພື່ອ​ຄໍ້າ​ປະກັນຕໍ່ປະຊາຊົນ​ວ່າ ກໍາລັງມີການໃຊ້ມາດຕະການໆ​
ເພື່ອຮັບມືກັບບັນຫາດັ່ງກ່າວຢ່າງແຂັງຂັນ.

ຫົວໜ້າ​ສືບ​ລັບ​ແຫ່ງ​ຊາດ ທ່ານ​ແດນ ​ໂຄດຕສ໌ ກ່າວວ່າ “ພວກ​ເຮົາສືບຕໍ່​ເຫັນ​ການໂຄ
ສະນາ​ຢ່າງແຜ່ຫລາຍຂອງຣັດ​ເຊຍ ​ເພື່ອ​ພະຍາຍາມ​ທີ່ເຮັດ​ໃຫ້​ສະຫະລັດ ອ່ອນ​ແອ
​ແລະມີຄວາມແຕກ​ແຍກກັນ." ແລະທ່ານເວົ້າອີກ​ວ່່າ “​ບໍ່​ແມ່ນມີແຕ່ຣັດ​ເຊຍ​ປະ​ເທດ​ດຽວ
​ທີ່​ມີ​ຄວາມ​ສົນ​ໃຈທີ່ຈະພະຍາຍາມ​ສົ່ງອິດ​ທິພົນຕໍ່ບັນຍາກາດ ທາງ​ການ​ເມືອງຢູ່​ພາຍ​
ໃນ​ປະເທດ​ເ​ຮົາ.”

ທ່ານ​ໂຄຕສ໌ ກ່າວ​ວ່າ​ປະທານາທິບໍດີ​ດໍໂນ​ລ ທຣໍາ "​ໄດ້​ອອກຄໍາສັ່ງສະເພາະໃຫ້​ພວກ
​ເຮົາ ຖືເອົາການແຊກແຊງເຂົ້າໃນການເລືອກ​ຕັ້ງເປັນເລື້ອງສໍາຄັນ ​ແລະ​ໃຫ້ຄໍ້າປະກັນ
ວ່າຂັ້ນຕອນການ​ເລືອກ​ຕັ້ງ​ຂອງ​ພວກ​ເຮົາ​ເປັນ​ບຸລິມະສິດ​ສູງ​ສຸດ ຂອງພວກເຮົາ.”

US National Security Team Concerned About Efforts to Meddle in 2018 Election
please wait

No media source currently available

0:00 0:01:48 0:00

ທ່ານ​ຄຣິສຕົຟເຟີ ເວຣ, ຫົວໜ້າ​ຫ້ອງການ​ສັນຕິ​ບານ​ກາງ ຫຼື FBI, ທ່ານ​ນາງ ເກິສທ໌​ເຈັນ
​ນີວ​ສັນ ລັດຖະມົນຕີກະຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍໃນຂອງ​ສະຫະລັດ ​ແລະ​ຫົວ
ໜ້າ​ອົງການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ນາຍ​ພົນ​ພອລ ນາ​ກະ​ສອນ ກໍ​ໄດ້ໄປ​ປາກົດ​ໂຕຢູ່ໃນ
ຫ້ອງ​ລາຍ​ງານ​ຂ່າວໃນ​ວັນ​ພະຫັດ​ວານ​ນີ້.

ຫົວໜ້າຫ້ອງການສັນຕິບານກາງ ຫຼື FBI ທ່ານຄຣິສໂຕເຟີ ເວຣ ກຳລັງຟັງລັດຖະມົນຕີປ້ອງກັນ ປະເທດ ພາຍໃນຂອງສະຫະລັດ ທ່ານນາງ ເກີສທ໌ເຈັນ ແນວສັນ ກ່າວລະຫວ່າງກອງປະຊຸມນັກຂ່າວ ຢູ່ທຳນຽບຂາວ ວັນທີ 2 ສິງຫາ 2018
ຫົວໜ້າຫ້ອງການສັນຕິບານກາງ ຫຼື FBI ທ່ານຄຣິສໂຕເຟີ ເວຣ ກຳລັງຟັງລັດຖະມົນຕີປ້ອງກັນ ປະເທດ ພາຍໃນຂອງສະຫະລັດ ທ່ານນາງ ເກີສທ໌ເຈັນ ແນວສັນ ກ່າວລະຫວ່າງກອງປະຊຸມນັກຂ່າວ ຢູ່ທຳນຽບຂາວ ວັນທີ 2 ສິງຫາ 2018

​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ກ່າວ​ຢູ່​ນັ້ນ ຈົດໝາຍ​ສະບັບ​ນຶ່ງ​ຂອງ​ທີ່ປຶ​ກສາ​ຄວາມ​ໝັ້ນຄົງ ແຫ່ງ
​ຊາດ ທ່ານຈອນ ໂບລຕັນ ​ສົ່ງ​ໄປ​ຫາສະມາຊິກ​ສະພາ​ສູງ​ຫ້າ​ຄົນທີ່ສັງກັດ ​ ​ພັກ​ເດ​ໂມແຄ
ຣັດ ທີ່ເປັນພັກຝ່າຍ​ຄ້ານນັ້ນໄດ້ຖືກນໍາເອົາ​ມາເຜີຍແຜ່ ຊຶ່ງໄດ້ສະ ແດງໃຫ້ເຫັນ​ເຖິງການ
ເອົາບາດກ້າວ “ການປະຕິບັດແບບມີຄວາມໜ້າຢ້ານກົວ ແບບ​ກວ້າງ​ຂວາງ” ຂອງ​ລັດ
ຖະບານ​ຂອງ​ປະທານາທິບໍ​ດີ​ທຣໍາ” ​ເພື່ອ “ຄໍ້າປະ ກັນຄວາມຖືກຕ້ອງຊື່ສັດ​ຂອງການ
​ເລືອກ​ຕັ້ງ ​ແລະ​ປ້ອງ​ກັນການມີ​ອິດ​ທິພົນທີ່ບໍ່ດີ ​ຂອງຕ່າງປະ​ເທດເຂົ້າມາແຊກແຊງ.”

​ໜັງສື​ໄດ້​ກ່າວ​ເຖິງການກະທໍາທີ່​ຈະ​ຕ້ານ​ລັດຖະບານ​, ບັນດາ​ບໍລິສັດ ​ແລະ​ບັນດາ​ບຸກຄົນຂອງຣັດເຊຍເປັນການສະ​ເພາ​ະ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG