ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າໜ້າທີ່ ສຫລ ສະແດງ ຄວາມເປັນຫ່ວງ ກ່ຽວກັບນັກຂ່າວ 2 ຄົນ ທີ່ຖືກຈັບ ຢູ່ມຽນມາ


ນັກຂ່າວ ຂອງອົງການຂ່າວຣອຍເຕີ້ ທ່ານວາໂລນ (ຊ້າຍ) ແລະ ທ່ານຈໍ ໂຊ ອູ ທີ່ຫ້ອງການ ຢູ່ມຽນມາ. (11 ທັນວາ 2017)
ນັກຂ່າວ ຂອງອົງການຂ່າວຣອຍເຕີ້ ທ່ານວາໂລນ (ຊ້າຍ) ແລະ ທ່ານຈໍ ໂຊ ອູ ທີ່ຫ້ອງການ ຢູ່ມຽນມາ. (11 ທັນວາ 2017)

ສະຖານທູດສະຫະລັດ ໃນມຽນມາ ກ່າວວ່າ ຕົນມີຄວາມເປັນຫ່ວງ ກ່ຽວກັບນັກຂ່າວ ອົງການຣອຍເຕີ້ 2 ຄົນ ທີ່ຖືກຈັບເມື່ອ 3 ມື້ກ່ອນ ຢູ່ໃນປະເທດມຽນມາ.

ສະຖານທູດສະຫະລັດ ກ່າວຢູ່ໃນຖະແຫຼງການສະບັບນຶ່ງທີ່ນຳອອກເຜີຍແຜ່ໃນວັນ ສຸກວານນີ້ວ່າ ຕົນຍັງບໍ່ທັນໄດ້ຮັບຂ່າວໃດໆກ່ຽວກັບທ່ານວາໂລນ ອາຍຸ 31 ປີ ແລະ
ທ່ານຈໍ ໂຊ ອູ ອາຍຸ 27 ປີ ນັບຕັ້ງແຕ່ພວກກ່ຽວ ຖືກຈັບ ແລະ ເຈົ້າໜ້າທີ່ກໍບໍ່ໄດ້ອະນຸ
ຍາດໃຫ້ສະມາຊິກໃນຄອບຄົວເຂົ້າເຈົ້າໄປຢ້ຽມ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານຈິມ ແມັສຕິສ ໄດ້ກ່າວຕໍ່ພວກ ນັກຂ່າວໃນວັນສຸກວານນີ້ວ່າ ສະຫະລັດແມ່ນມີຄວາມເປັນຫ່ວງເວລາໃດທີ່ພວກນັກ ຂ່າວຖືກຈັບ ຍ້ອນເຮັດໜ້າທີ່ຂອງພວກເຂົາເຈົ້າ.

ປະທານອົງການຂ່າວຣອຍເຕີ້ ທ່ານສຕີເວັນ ແອັດເລີ ໄດ້ອອກຖະແຫຼງການສະບັບ ນຶ່ງໃນມື້ວັນພຸດແລ້ວ ກ່າວວ່າ ອົງການຂ່າວຣອຍເຕີ້ແມ່ນມີຄວາມບໍ່ພໍໃຈເປັນທີ່ສຸດ
ໃນ “ການໂຈມຕີຢ່າງເປີດແຜນຕໍ່ອິດສະຫຼະພາບດ້ານການຂ່າວ.”

ທ່ານແອນໂຕນີໂອ ກິວຕີເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວໃນ
ວັນພະຫັດຜ່ານມານີ້ວ່າ ການຈັບກຸມນີ້ ແມ່ນເປັນສັນຍານ ໃຫ້ຮູ້ວ່າ ອິດສະຫຼະພາບ
ດ້ານ ການຂ່າວກຳລັງຫຼຸດນ້ອຍລົງ ຢູ່ໃນມຽນມາ. ທ່ານກ່າວຕື່ມວ່າ ປະຊາຄົມນາໆ
ຊາດ ຕ້ອງໄດ້ດຳເນີນການຢ່າງສຸດຂີດ ເທົ່າທີ່ຕົນສາມາດເພື່ອໃຫ້ພວກນັກຂ່າວທັງ
ສອງຖືກປ່ອຍ.

ທ່ານວາໂລນ ແລະທ່ານຈໍ ໂຊ ອູ ພວມເກັບກຳຂ່າວ ກ່ຽວກັບ ການປາບປາມຂອງ
ພວກທະຫານ ຢູ່ໃນລັດຣາໄຄນ໌ ຊຶ່ງເປັນທີ່ຢູ່ອາໄສ ຂອງພວກຊົນກຸ່ມນ້ອຍມຸສລິມ
ໂຣຮິງຢາ. ການປາບປາມຂອງພວກທະຫານຢູ່ໃນລັດດັ່ງກ່າວ ໄດ້ຂັບໄລ່ ຊາວໂຣ
ຮິງຢາປະມານ 600,000 ຄົນ ເຂົ້າໄປໃນບັງກລາແດັສ.

ອົງການສະຫະປະຊາຊາດເອີ້ນການປາບປາມດັ່ງກ່າວນີ້ວ່າ “ເປັນຕົວຢ່າງຢູ່ໃນປື້ມ
ຂອງການກວດລ້າງຊົນຊາດຊົນເຜົ່າ.”

ທ້າວວາໂລນ ແລະທ້າວຈໍ ໂຊ ອູ ໄດ້ຫາຍສາບສູນໄປໃນວັນອັງຄານແລ້ວ ຫຼັງຈາກ
ໄດ້ຖືກເຊີນໃຫ້ໄປຮັບປະທານອາຫານຄ່ຳໂດຍເຈົ້າໜ້າທີ່ຕຳຫຼວດຢູ່ເຂດຊານເມືອງ
ກ້ຳເໜືອຂອງນະຄອນຢ່າງກຸ້ງ. ກະຊວງຖະແຫຼງຂ່າວຂອງມຽນມາກ່າວວ່າ ພວກນັກ
ຂ່າວທັງສອງ “ໄດ້ຮັບຂໍ້ມູນທີ່ຜິດກົດໝາຍ ໂດຍມີຄວາມຕັ້ງໃຈທີ່ຈະແບ່ງປັນໃຫ້ກັບ
ອົງການສື່ມວນຊົນຕ່າງປະເທດ.”

ກະຊວງດັ່ງກ່າວໄດ້ເຜີຍແຜ່ຮູບພາບຂອງບຸກຄົນທັງ 2 ຖືກໃສ່ກັບມືທັງໆທີ່ຍັງບໍ່ທັນ
ແຈ້ງໃຫ້ອົງການຂ່າວຣອຍເຕີ້ຊາບຢ່າງເປັນທາງການກ່ຽວກັບຖານະຂອງພວກເຂົາ
ເຈົ້າ. ເຈົ້າໜ້າທີ່ສານຄົນນຶ່ງ ທີ່ນະຄອນຢ່າງກຸ້ງ ກ່າວຕໍ່ອົງການຂ່າວຣອຍເຕີ້ວ່າ ບຸກ
ຄົນທັງ 2 ອາດຈະຖືກຈັບດົນເຖິງ 28 ມື້ໂດຍປາສະຈາກຂໍ້ຫາໃດໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG