ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນ​ດາ​ເຈົ້າ​ໜ້າ​ທີ່ ສ​ຫລ ເປັນ​ຫ່ວງ ກ່ຽວ​ກັບ ຄວາມ​ຮຸນ​ແຮງ ທີ່​ເພີ້ມ​ສູງ​ຂຶ້ນ ໃນ​ເຂດ​ຊາ​ແຮ​ລ ຂອງ​ອາ​ຟ​ຣິ​ກາ


ພວກ​ທະ​ຫານ​ຂອງ​ເບີ​ກີ​ນາ​ຟາ​ໂຊ ກຳ​ລັງ​ລາດ​ຕະ​ເວນ ຢູ່​ທາງ​ເສັ້ນ​ນຶ່ງ ໃນ​ພື້ນ​ທີ່ ເຂດ​ຊາ​ແຮ​ລ ຂອງ​ເບີ​ກີ​ນາ​ຟາ​ໂຊ, ວັນ​ທີ 3 ມີ​ນາ 2019.
ພວກ​ທະ​ຫານ​ຂອງ​ເບີ​ກີ​ນາ​ຟາ​ໂຊ ກຳ​ລັງ​ລາດ​ຕະ​ເວນ ຢູ່​ທາງ​ເສັ້ນ​ນຶ່ງ ໃນ​ພື້ນ​ທີ່ ເຂດ​ຊາ​ແຮ​ລ ຂອງ​ເບີ​ກີ​ນາ​ຟາ​ໂຊ, ວັນ​ທີ 3 ມີ​ນາ 2019.

ສະ​ຖາ​ນະ​ການ​ດ້ານ​ຄວາມ​ປອດ​ໄພ ຢູ່​ໃນ​ຂົງ​ເຂດ​ຊາ​ແຮ​ລ ຂອງ​ອາ​ຟ​ຣິ​ກາ ແມ່ນ​ກຳ​ລັງ​ຊຸດ​ໂຊມ​ລົງ​ຢ່າງວ່ອງ​ໄວ ອີງ​ຕາມ​ການ​ກ່າວ​ເຕືອນ​ ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ.

ການ​ໂຈ​ມຕີກໍ່​ການ​ຮ້າຍ​ທັງຫຼາຍ ຕໍ່​ພວກ​ພົນ​ລະ​ເຮືອນ​ແລະ​ເປົ້າ​ໝາຍທາງ​ທະ​ຫານຕ່າງໆ ​ທີ່​ກຸ່ມ​ຫົວ​ຮຸນ​ແຮງອິ​ສ​ລາມ ໄດ້ອ້າງ​ເອົາ​ຄວາມ​ຮັບ​ຜິດຊອບ ໄດ້​ເພີ້ມສູງ​ຂຶ້ນ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ຢູ່​ໃນ​ປະ​ເທດ​ເບີ​ກີ​ນາ​ຟາ​ໂຊ ມາ​ລີ ແລະໄນ​ເຈີ ທັງ​ສາມ​ປະ​ເທດນີ້ ແມ່ນ​ຢູ່​ໃນ​ຂົງ​ເຂດ​ຊາ​ແຮ​ລ.

ຂົງ​ເຂດ​ຊາ​ແຮ​ລນີ້ ເປັນ​ຂົງ​ເຂດເຄິ່ງແຫ້ງ​ແລ້ງ​ ທີ່ກວມ​ລວມ​ເອົາ​ພື້ນ​ທີ່​ທາງ​ພາກ​ໃຕ້ຂອງ​ທະ​ເລ​ຊາຍ ຊາ​ຮາ​ຣາ ຍາວ​ຢຽດ​ອອກ​ໄປ​ກວມ​ເອົາ 10 ປະ​ເທດ​ຈາກ​ ​ພາກ​ຕ​າ​ເວັນ​ຕົກຂອງ ເຊ​ເນ​ກາ​ນ ໄປ​ຮອດ ​ພາກ​ຕາ​ເວັນອອກ​ຂອງເອ​ຣິ​ເທ​ຣຍ.

ໃນ​ປີ 2019 ພົນ​ລະ​ເຮືອນຫຼາຍກວ່າ 2,000 ຄົນ ໄດ້​ຖືກ​ຂ້າ​ຕາຍ ໂດຍ​ການ​ສູ້​ລົບ ແລະ​ຄວາມ​ຮຸນ​ແຮງ ຢູ່​ໃນ​ພື້ນ​ທີ່​ດັ່ງ​ກ່າວ.

ນັບ​ຕັ້ງ​ແຕ່ ປີ 2020 ທີ່​ການ​ຕໍ່​ສູ້​ໄດ້​ເລີ້ມ​ຕົ້ນ​ຂຶ້ນ ​ຢູ່​ໃນ​ເບີ​ກີ​ນາ​ຟາ​ໂຊ ແຫ່ງ​ດຽວ​ເທົ່າ​ນັ້ນ ມີ 4,000 ຄົນ ຕໍ່​ມື້ ແມ່ນ​ຖືກ​ພັດພ​າກຈາກ​ຖິ່ນ​ຖານ​ໂດຍ​ຄວາມ​ຮຸນ​ແຮງ ອີງ​ຕາມອົງ​ການ​ຂ້າຫຼວງ​ໃຫຍ່​ດ້ານ​ອົບ​ພະ​ຍົບ​ຂອງສະ​ຫະ​ປະ​ຊາ​ຊາດ ຫຼື ​UNHCR.

ທ່ານ ມາກ ກ​ຣີນ ເຈົ້າ​ໜ້າ​ທີ່​ບໍ​ລິ​ຫານຂອງ​ອົງ​ການ​ພັດ​ທະ​ນາ​ສາ​ກົນ​ຂອງ​ສະ​ຫະ​ລັດ ຫຼື USAID ໄດ້​ກ່າວ​ໃນ​ລະ​ຫວ່າງ ການ​ຮັບ​ຟັງ​ຄຳ​ໃຫ້​ການ​ໃນ​ສະ​ພາ​ສູງ​ສະ​ຫະ​ລັດ ເມື່ອ​ວັນ​ອັງ​ຄານ ວ່າ “ມັນ​ຈະ​ຄວາມ​ຜິດ​ພາດ​ທີ່​ຈະໃຫ້​ເຫດ​ຜົນ​ວ່າ ຄວາມ​ຮຸນ​ແຮງ​ທັງ​ໝົດ​ນີ້ ເປັນ​ຍ້ອນ​ລັດ​ຖິ​ຫົວ​ຮຸນ​ແຮງ ຫຼື​ບັນ​ຫາ​ຂັດ​ແຍ້ງ​ລະ​ຫວ່າງ​ສາ​ສະ​ໜາ.”

ທ່ານກ​ຣີນ​ກ່າວ​ຕື່ມ​ວ່າ “​ແຕ່​ມັນພຽງ​ເປັນ​ເລື້ອງ​ທີ່​ຜິດ ທີ່ບໍ່​ຍອມ​ຮັບ​ຮູ້​ວ່າ ສະ​ພາບ​ການ​ແບບບໍ່ຕອບຮັບຂອງ​ອຳ​ນ​າດການ​ປົກ​ຄອງ ການ​ຂາດ​ໂອ​ກາດ​ທາງດ້ານເສດ​ຖະ​ກິດ ແລະ​ການ​ກຳ​ນົດ​ແຫລ່ງ​ຊັບ​ພະ​ຍາກອ​ນ​ທຳ​ມະ​ຊາດຫຼາຍ​ຂຶ້ນ​ນັບ​ມື້ ຖ້າ​ປ່ອຍ​ປະ​ໄວ້​ໂດຍບໍ່​ແກ້​ໄຂ ກໍ​ຈະ​ເຮັດ​ໃຫ້​ຂົງ​ເຂດນີ້ ສາ​ມາດ​ມີ​ຄວາມ​ສຽງຫຼາຍ​ເທົ່າ​ຕໍ່​ລັດ​ຖິ​ຫົວ​ຮຸນ​ແຮງ ອຸ​ດົມ​ການ​ ແລະ ວິ​ທີ​ການ​ລະ​ດົມ​ກຳ​ລັງ ຂອງ​ພວກ​ເຂົາ​ເຈົ້າ.”

ທ່ານກ​ຣີນ ໄດ້​ກ່າວ​ໄປ​ອີກວ່າ ພວກ​ກຸ່ມ​ທີ່​ອັນ​ຕະ​ລາຍ ລວມ​ມີ ​ພວກແກັ້ງ​ອາ​ຊະ​ຍາ​ກຳ ພວກ​ນັກ​ຄ້າ​ອາ​ວຸດ ແລະ ພວກ​ກຸ່ມ​ຫົວ​ຮຸນ​ແຮງ ທີ່​ຫາ​ທາງ​ທີ່​ຈະ​ຂະ​ຫຍາຍ​ອຳ​ນາດ​ຂອງ​ພວກ​ເຂົາ​ເຈົ້າ ນຳ​ເອົາ​ນິ​ໄສຄວາມ​ຮຸນ​ແຮງ​ຂອງ​ພວກ​ເຂົາ​ເອງ ​ມາ​ຍັງ​ຂົງ​ເຂດ​ດັ່ງ​ກ່າວ ທີ່​ເຮັດ​ໃຫ້​ສະ​ຖາ​ນະ​ການ “ໃກ້ຈະ​ລະ​ເບີດ​ຂຶ້ນຫຼາຍ​ເທົ່າ.”

​ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG