ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ລະບຸຢ່າງເປັນທາງການວ່າ ​ການຢຶດອໍານາດຂອງ​ພວກທະຫານ ຢູ່ໄນເຈີ ເປັນການກໍ່ລັດຖະປະຫານ


ແຟ້ມຮູບ-ພົນເອກ ອັບດູຣະມານ ທີອານີ (Abdourahmane Tiani), ຜູ້ທີ່ໄດ້ຮັບການປະກາດເປັນຜູ້ນໍາຄົນໃໝ່ຂອງປະເທດໄນເຈີ ໂດຍບັນດາຜູ້ນໍາກໍ່ລັດຖະປະຫານ, ເດີນທາງມາພົບກັບບັນດາລັດຖະມົນຕີໃນນີອາເມ, ໄນເຈີ, ວັນທີ 28 ກໍລະກົດ 2023.
ແຟ້ມຮູບ-ພົນເອກ ອັບດູຣະມານ ທີອານີ (Abdourahmane Tiani), ຜູ້ທີ່ໄດ້ຮັບການປະກາດເປັນຜູ້ນໍາຄົນໃໝ່ຂອງປະເທດໄນເຈີ ໂດຍບັນດາຜູ້ນໍາກໍ່ລັດຖະປະຫານ, ເດີນທາງມາພົບກັບບັນດາລັດຖະມົນຕີໃນນີອາເມ, ໄນເຈີ, ວັນທີ 28 ກໍລະກົດ 2023.

ສະຫະລັດ ​ໄດ້​ລະ​ບຸ​ຢ່າງ​ເປັນ​ທາງ​ການ​ວ່າ ການ​ຢຶດ​ອຳ​ນາດ ​ຂອງ​ພວກທະຫານ​ໃນ​ເດືອນ​ກໍລະກົດ​ຢູ່​ໄນ​ເຈີ ເປັນ​ການ​ກໍ່ລັດຖະປະຫານ, ເຊິ່ງ​ເປັນ​ການ​ຕັດສິນ​ໃຈ​ທີ່​ຈະຈຳກັດ​ການ​ຊ່ວຍ​ເຫລືອ​ທາງ​ທະຫານ​ຂອງ​ສະຫະລັດແລະ​ການ​ປະສານ​ງານ​ກັບ​ປະ​ເທດ​ທີ່​ທຳ​ນຽບຫ້າ​ແຈ​ເອີ້ນ​ວ່າ ​ເປັນ​ພາຄີຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ທີ່​ສຳຄັນຢູ່​ໃນ​ພາກ​ພື້ນ.

"ພວກເຮົາ​ເອົາ​ມາດ​ຕະ​ການດັ່ງກ່າວເນື່ອງຈາກວ່າ ໃນໄລຍະສອງເດືອນທີ່ຜ່ານມາ, ພວກເຮົາອິດເມື່ອຍ ກັບການຮັກສາຄວາມເປັນລະບຽບຮຽບຮ້ອຍທັງໝົດ ຂອງລັດຖະທໍາມະນູນຢູ່ໃນໄນເຈີ," ເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ທ່ານໄບເດັນ ກ່າວຕໍ່ບັນດານັກຂ່າວ ໃນວັນອັງຄານວານນີ້.

ເຈົ້າ​ໜ້າ​ທີ່ກ່າວ​ວ່າ ສະຫະລັດ​ໄດ້​ຮຽກຮ້ອງ ​ໃຫ້​ບັນດາ​ຜູ້ນຳ​ທະຫານ ​ຜູ້ທີ່​ໄດ້​ປົດ​ປະທານາທິບໍດີ​ອອກ​ຈາກ​ອຳນາດດ້ວຍ​ກຳ​ລັງ ​ຈົ່ງ​ຟື້ນ​ຟູ​ລັດຖະບານ​ພົນລະ​ເຮືອນ ​ແລະ​ປະຊາທິປະ​ໄຕ​ພາຍ​ໃນ 90 ຫາ 120 ມື້​ ຕາມ​ການຮຽກຮ້ອງຂອງລັດຖະທຳ​ມະນູນໄນເຈີ, ​ແຕ່​ເຈົ້າ​ໜ້າ​ທີ່​ທະຫານ​ບໍ່​ໄດ້​ປະຕິບັດ​ຕາມ​ແນວທາງຂອງ​ລັດຖະທຳ​ມະນູນດັ່ງກ່າວ​ນັ້ນ.

"ຄວາມຈິງແລ້ວ, ພວກເຂົາບອກພວກເຮົາວ່າ ພວກເຂົາເລືອກທີ່ຈະຍົກເລີກລັດຖະທຳມະນູນດັ່ງກ່າວນັ້ນ ແລະປັດຈຸບັນນີ້ ກຳລັງຢູ່ໃນຂັ້ນຕອນການຮ່າງລັດຖະທໍາມະນູນ​ສະ​ບັບໃໝ່ ໃນໄລຍະເວລາທີ່ບໍ່ແນ່ນອນ," ເຈົ້າໜ້າທີ່ກ່າວເພີ້ມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG