ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ສົງຄາມຂະຫຍາຍໄປພາກຕາເວັນຕົກ ແມ່ນເປັນໄປຕາມທີ່ຄາດຄິດໄວ້


ນັກດັບເພີງ ຢູເຄຣນ ແກ່ທໍ່ນໍ້າເຂົ້າໄປໃນສະຖານທີ່ເກັບຜະລິດຕະພັນອາຫານຂະໜາດໃຫຍ່ ທີ່ຖືກທຳລາຍໂດຍການໂຈມຕີທາງອາກາດ ໃນຕອນເຊົ້າ ຢູ່ເຂດຊານເມືອງຂອງນະຄອນຫຼວງ ກີຢິບ, ປະເທດ ຢູເຄຣນ. 13 ມີນາ, 2022. (AP Photo/Vadim Ghirda)
ນັກດັບເພີງ ຢູເຄຣນ ແກ່ທໍ່ນໍ້າເຂົ້າໄປໃນສະຖານທີ່ເກັບຜະລິດຕະພັນອາຫານຂະໜາດໃຫຍ່ ທີ່ຖືກທຳລາຍໂດຍການໂຈມຕີທາງອາກາດ ໃນຕອນເຊົ້າ ຢູ່ເຂດຊານເມືອງຂອງນະຄອນຫຼວງ ກີຢິບ, ປະເທດ ຢູເຄຣນ. 13 ມີນາ, 2022. (AP Photo/Vadim Ghirda)

ບັນດາເຈົ້າໜ້າທີ່ ສະຫະລັດ ເວົ້າວ່າ ການລະດົມຍິງທີ່ຮ້າຍແຮງຂອງ ຣັດເຊຍ ໃນພາກຕາເວັນຕົກຂອງ ຢູເຄຣນ ເມື່ອວັນອາທິດວານນີ້, ໃກ້ກັບເຂດຊາຍແດນຕິດກັບປະເທດ ໂປແລນ, ແມ່ນສິ່ງທີ່ເຂົາເຈົ້າໄດ້ຄາດຄິດໄວ້.

ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ສະຫະລັດ ທ່ານ ເຈກ ຊຸລລີວານ ໄດ້ກ່າວໃນລະຫວ່າງການປາກົດຕົວຢູ່ໂທລະພາບ CNN ໃນຕອນເຊົ້າວັນອາທິດວານນີ້ວ່າ “ມັນບໍ່ໄດ້ເກີດຂຶ້ນດັ່ງກັບສິ່ງທີ່ໜ້າແປກໃຈ ຕໍ່ປະຊາຄົມສືບລັບ ແລະ ການຮັກສາຄວາມປອດໄພແຫ່ງຊາດ ອາເມຣິກັນ. ສິ່ງທີ່ເຂົາເຈົ້າຮູ້ກໍແມ່ນວ່າທ່ານ ວລາດິເມຍ ປູຕິນ ແມ່ນອຶດອັດໃຈ ກັບສິ່ງທີ່ວ່າ ກອງກຳລັງຂອງລາວບໍ່ສາມາດທຳຄວາມກ້າວໜ້າ ທີ່ລາວຄິດວ່າເຂົາເຈົ້າຈະເຮັດໄດ້.”

ຢ່າງໜ້ອຍ 35 ຄົນໄດ້ເສຍຊີວິດ ແລະ 134 ຄົນໄດ້ຮັບບາດເຈັບໃນຕອນເ​ຊົ້າວັນອາທິດວານນີ້ ເວລາ ຣັດເຊຍ ໄດ້ຍິງລູກສອນໄຟນຳວິຖີ ໃສ່ສູນກາງເພື່ອ ສາສັນຕິພາບ ແລະ ຄວາມປອດໄພສາກົນ, ເຊິ່ງເປັນ​ເມືອງ​ທີ່​ມີຖານທັບໃນພາກຕາເວັນຕົກຂອງ ຢູເຄຣນ.

ສະຖານທີ່ດັ່ງກ່າວ, ເຊິ່ງບໍ່ໄກຈາກເມືອງ ລິວິບ, ແມ່ນບ່ອນທີ່ໜ່ວຍທະຫານ NATO ຝຶກ​ແອບກັບກອງທະຫານ ຢູເຄຣນ.

ກອງທະຫານ NATO ໃນປະເທດ ໂປແລນ ແມ່ນຫ່າງອອກໄປພຽງ 25 ກິໂລ ແມັດ, ກໍ່ໃຫ້ມີຄວາມເປັນຫ່ວງວ່າ ຖ້າ​ຫາກ​ເກີດການຜິດພາດໂດຍກອງທັບ ຣັດເຊຍ ມັນອາດ​ເຮັດໃຫ້ສົງຄາມດັ່ງກ່າວ ແຜ່ກວ້າງອອກໄປຕື່ມອີກ.

ທ່ານ ຊຸລລີວານ ໄດ້ເຕືອນໃນການສຳພາດກັບລາຍການ “Face the Nation” ຂອງເຄືອຂ່າຍໂທລະພາບ CBS ວ່າ “ຖ້າການໂຈມຕີຂອງ ຣັດເຊຍ, ຍິງກາຍຂອບເຂດ, ຍິງເຂົາໄປໃສ່ເຂດແດນຂອງ NATO, ພັນທະມິດຂອງ NATO ຈະຕອບໂຕ້ຕໍ່ການກະທຳນັ້ນ.”

ທ່ານ ຊຸລລີວານ ແລະ ບັນດາເຈົ້າໜ້າທີ່ຈາກສະພາຄວາມໝັ້ນຄົງແຫ່ງຊາດ ແລະ ກະຊວງການຕ່າງປະເທດແມ່ນມີແຜນທີ່ຈະເດີນທາງໄປຮອດນະຄອນ ຫຼວງ ໂຣມ ປະເທດ ອິຕາລີ ໃນວັນຈັນມື້ນີ້ ເພື່ອພົບປະກັບສະມາຊິກຄະນະກຳມະການສູນກາງພັກຄອມມູນິສ ຈີນ ແລະ ຜູ້ອຳນວຍການຫ້ອງການຄະນະກຳມາທິການພົວພັນສາກົນ ທ່ານ ຢາງ ເຈຍຈີ.

ການປຶກສາຫາລືຈະເປັນ “ສ່ວນນຶ່ງ ຂອງຄວາມພະຍາຍາມ ທີ່ກຳລັງດຳເນີນຢູ່ເພື່ອຮັກສາການສື່ສານໃຫ້​ມີ​ການ​ເປີ​ດ​ຕໍ່​ໄປ ລະຫວ່າງ ສະຫະລັດ ແລະ ສາທາ ລະນະລັດປະຊາຊົນ ຈີນ. ທັງສອງຝ່າຍຈະປຶກສາຫາລືກັນ ກ່ຽວກັບ ຄວາມພະຍາຍາມທີ່ດຳເນີນຢູ່ເພື່ອຄວບຄຸມການແຂ່ງຂັນ ລະຫວ່າງສອງປະເທດຂອງພວກເຮົາ ແລະ ປຶກສາຫາລື ກ່ຽວກັບ ຜົນກະທົບຂອງສົງຄາມ ຣັດເຊຍ ກັບ ຢູເຄຣນ ໃນພາກພື້ນ ແລະ ຄວາມໝັ້ນຄົງໃນໂລກ,” ອີງຕາມໂຄສົກ ຂອງສະ ພາຄວາມໝັ້ນຄົງແຫ່ງຊາດ ທ່ານນາງ ເອມີລີ ຮອນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG