ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍອດ​ຂາຍ ອາ​ວຸດ ສະ​ຫະ​ລັດ ເພີ່ມ​ຂຶ້ນ 33 ເປີ​ເຊັນ ລວມ​ທັງ​ໝົດ 55.6 ຕື້​ໂດ​ລາ


ລົດ​ຫຸ້ມ​ເກາະຕິດ​ປືນ​ໃຫຍ່ ​ຂອງກອງ​ທັບ​ບົກ ພ້ອມ​ກັບ​ຄົນ​ຂັບ ເຄື່ອນ​ທີ່​ໄປ​ໜ້າ​ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ ຢູ່​ຄ້າຍຝອດ ໄຣ​ລີ, ລັດ ແຄ​ນ​ຊັ​ສ, 12 ກັນ​ຍາ, 2012.
ລົດ​ຫຸ້ມ​ເກາະຕິດ​ປືນ​ໃຫຍ່ ​ຂອງກອງ​ທັບ​ບົກ ພ້ອມ​ກັບ​ຄົນ​ຂັບ ເຄື່ອນ​ທີ່​ໄປ​ໜ້າ​ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ ຢູ່​ຄ້າຍຝອດ ໄຣ​ລີ, ລັດ ແຄ​ນ​ຊັ​ສ, 12 ກັນ​ຍາ, 2012.

ຍອດ​ຂາຍ​ຂອງ​ອຸ​ປະ​ກອນທາງ​ທະ​ຫານ ສະ​ຫະ​ລັດ ໃຫ້​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໄດ້​
ເພີ່ມຂຶ້ນ 33 ເປີເຊັນໃນປີນີ້, ລວມທັງໝົດ 55.6 ຕື້ໂດລາ, ໂຄສົກຂອງກະຊວງປ້ອງ
ກັນປະເທດ ໄດ້ຢືນຢັນຕໍ່ອົງການຂ່າວວີໂອເອ ໃນວັນອັງຄານວານນີ້.

ການ​ຂະ​ຫຍາຍ​ຕົວ​ອາດ​ມີ​ສ່ວນ​ມາ​ຈາກ​ແຜນ​ຍຸດ​ທະ​ສາດ “ຊື້​ຂອງອາ​ເມ​ຣິ​ກາ” ໂດຍ​ປະ​
ທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ເຊິ່ງໄດ້ໂຍະຍານກົດລະບຽບຕ່າງໆທີ່ຄວບ
ຄຸມການຂາຍອາວຸດທີ່ຜະລິດໃນ ສະຫະລັດ ໃຫ້ປະເທດອື່ນໆ ໃນເວລາຂອງການກໍ່ຈະ
ລາຈົນໃນຕ່າງປະເທດ ແລະ ການໃຊ້ຈ່າຍສຳລັບການປ້ອງກັນປະເທດເພີ່ມຂຶ້ນໃນທົ່ວ
ໂລກ.

ທ່ານ ໄມ​ເຄິ​ລ ໂອ​ແຮນ​ລັອນ ຈາກ​ສະ​ຖາ​ບັນ ບ​ຣຸກ​ຄິງ​ສ໌ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ການ​ທີ່​
ພາກພື້ນຕາເວັນອອກກາງຍັງຄົງວຸ້ນວາຍ, ແລະ ການໃຊ້ຈ່າຍທາງທະຫານຂອງພັນທະ
ມິດທີ່ສຳຄັນຂອງ ສະຫະລັດ ພ້ອມກັບ ອິນເດຍ ແລະ ປະເທດອື່ນໆໄດ້ເພີ່ມຂຶ້ນນັ້ນ, ປະ
ເທດນຶ່ງບາງເທື່ອຄາດວ່າ ຈະຂະຫຍາຍການໃຊ້ຈ່າຍຂຶ້ນເຖິງ 10 ເປີເຊັນ ອີງຕາມການ
ຄາດການເທົ່ານັ້ນ.”

ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ແຜນ​ການນີ້​ແມ່ນ​ການ​ຕັດ​ແຖບ​ຜ້າ​ສີ​ແດງ ເພື່ອ​ອະ​ນຸ​ຍາດ​ໃຫ້
ຫຼາຍປະເທດ ຊື້ວັດຖຸທີ່ອັນຕະລາຍ ແລະຫຼາຍຂຶ້ນຈາກຜູ້ຮັບເໝົາກອງທັບ ສະຫະລັດ.
ກົດລະບຽບການສົ່ງອອກອຸປະກອນ ນັບຈາກເຮືອບິນລົບ ແລະ ເຮືອບິນບໍ່ມີຄົນຂັບຫາ
ກຳປັ່ນລົບ ພ້ອມກັບປືນໃຫຍ່ ແມ່ນໄດ້ຖືກໂຍະຍານລົງ.

ເຈົ້າ​ໜ້າ​ທີ່​ລັ​ດ​ຖະ​ບານຫຼາຍ​ຄົນ​ໄດ້​ໂຕ້​ຖຽງ​ວ່າ ຍອດ​ຂາຍ​ດັ່ງ​ກ່າວ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​
ຂອງ ສະຫະລັດ ເຊິ່ງເຮັດໃຫ້ພັນທະມິດຂອງເຂົາເຈົ້າສາມາດປ້ອງກັນຕົນເອງໄດ້ດີກວ່າ
ເກົ່າ, ແລະ ຫຼຸດການມີສ່ວນຮ່ວມຂອງ ອາເມຣິກາ ໃຫ້ໜ້ອຍລົງ.

ນັກ​ເສດ​ຖະ​ສາດ ທ​ຳ​ນຽບ​ຂາວ ທ່ານ ປີ​ເຕີ ນາ​ວາ​ໂຣ ເຊິ່ງ​ແມ່ນ​ຜູ້​ຊ່ຽວ​ຊາຍ​ຄົນ​ສຳ​ຄັນ ​
ໃນແຜນການດັ່ງກ່າວ ໄດ້ເວົ້າໃນເດືອນເມສາ ທີ່ຜ່ານມາວ່າ “ບັນດາຄູ່ຮ່ວມຜູ້ທີ່ໄດ້ຊື້ອາ
ວຸດຂອງ ອາເມຣິກາ ແມ່ນມີຄວາມສາມາດ ໃນການຕໍ່ສູ້ຄຽງຂ້າງກັບພວກເຮົາ ແລະ
ໃນທີ່ສຸດກໍມີຄວາມສາມາດຫຼາຍຂຶ້ນໃນການປົກປ້ອງຕົນເອງ ໂດຍມີທະຫານ ອາເມຣິ
ກັນ ຊ່ວຍເຫຼືອຢູ່ພື້ນດິນໜ້ອຍກວ່າເກົ່າ.”

ວິ​ທີ​ການ​ໃໝ່​ໄດ້​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານຫຼາຍ​ຄົນ, ລວມ​ທັງປະ​ທາ​ນາ​ທິ​ບໍ​ດີ, ປະ​ຕິ​
ບັດການໃກ້ຊິດກວ່າເກົ່າ ກັບຂໍ້ຕົກລົງຂາຍອາວຸດ ລະຫວ່າງ ຜູ້ຮັບເໝົາ ແລະ ລັດຖະ
ບານຕ່າງປະເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG