ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ​ດ້ານ​ປ້ອງ​ກັນ​ປະ​ເທດ ອິ​ສ​ຣາ​ແອ​ລ ກ່າວ​ວ່າ ຈະ​ໃຊ້​ເວ​ລາ​ຫຼາຍ​ເດືອນ ກ່ອນ​ຈະ​ເອົາ​ຊະ​ນະ ກຸ່ມ​ຮາ​ມາ​ສ​ໄດ້


ທະ​ຫານ​ອິ​ສ​ຣາ​ແອ​ລ ທີ່​ສູນ​ອົບ​ພະ​ຍົບ​ເຈ​ນິນ ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດັນ ເມື່ອ​ວັນ​ທີ 12 ທັນ​ວາ 2023.
ທະ​ຫານ​ອິ​ສ​ຣາ​ແອ​ລ ທີ່​ສູນ​ອົບ​ພະ​ຍົບ​ເຈ​ນິນ ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດັນ ເມື່ອ​ວັນ​ທີ 12 ທັນ​ວາ 2023.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ອິ​ສ​ຣາ​ແອ​ລ ທ່ານ​ໂຢ​ອາບ ກາ​ລ​ແລັນ ກ່າວ​ຕໍ່​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ທຳ​ນຽບ​ຂາວ ທ່ານ​ເຈກ ຊູ​ລ​ລີ​ວານ​ທີ່​ໄປ​ຢ້ຽມ​ຢາມໃນ​ວັນ​ພະ​ຫັດ​ວານນີ້​ວ່າ ມັນ​ຈະ​ໃຊ້​ເວ​ລາ​ຫຼາຍ​ເດືອນທີ່ກອງ​ກຳ​ລັງ​ຂອງ ອິ​ສ​ຣາ​ແອ​ລ ຈະ​ສາ​ມາດ​ເອົາ​ຊະ​ນະ​ກຸ່ມ​ຫົວ​ຮຸ​ນ​ແຮງ​ຮາ​ມາ​ສ​ໄດ້.

ທ່ານ​ກາ​ລ​ແລັນ​ກ່າວ​ວ່າ ກຸ່ມ​ຮາ​ມາ​ສ​ໄດ້​ສ້າງ “ພື້ນ​ຖານ​ໂຄງ​ລ່າງ​ທັງ​ຢູ່​ໃຕ້​ພື້ນ​ດິນ​ແລະ​ເທິງ​ໜ້າ​ດິນ” ໃນ​ເຂດ​ກາ​ຊາ ມາ​ໄດ້​ນຶ່ງ​ທົດ​ສະ​ວັດ​ແລ້ວ ແລະ​ຈະ​ທຳ​ລາຍ​ກຸ່ມ​ຫົວ​ຮຸນ​ແຮງ​ອິ​ສ​ລາມ​ດັ່ງ​ກ່າວ “ຈຳ​ເປັນ​ຕ້ອງ​ໄດ້​ໃຊ້​ເວ​ລາ​ດົນ​ນານ ມັນ​ຈະ​ດົນ​ກວ່າ​ຫຼາຍໆ​ເດືອນ.

“ແຕ່​ພວກ​ເຮົາ​ຈະ​ຊະ​ນະ ແລະ​ຈະ​ທຳ​ລາຍ​ພວກ​ເຂົາ” ທ່ານ​ກາ​ລ​ແລັນກ່າວ​.

ໂດຍ​ທີ່​ການ​ເຮັດ​ສົງ​ຄາມ​ຂອງ​ອິ​ສ​ຣາ​ແອ​ລ​ ແລະ​ກຸ່ມ​ຮາ​ມາ​ສ ເວ​ລານີ້​ກ້າວ​ເຂົ້າ​ສູ່​ເດືອນ​ທີ 3 ແລ້ວ ຫ້ອງ​ການ​ຂອງ​ທ່ານ​ກາ​ລ​ແລັນ​ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ທັ​ງ​ສອງ​ຍັງ​ໄດ້​ຫາ​ລື​ກັນ ເຖິງ​ຄວາມ​ຈຳ​ເປັນ​ທີ່​ຊາວ​ອິ​ສ​ຣາ​ແອ​ລ ​ຕ້ອງ​ໄດ້​ກັບ​ຄືນ​ໄປ​ຍັງ​ເຮືອນ​ຊານ​ຂອງ​ພວກ​ເຂົາ​ເຈົ້າ ໃກ້​ເຂດ​ຊາຍ​ແດນ​ທີ່​ຕິດ​ກັບ​ເລ​ບາ​ນອນ ຫຼັງ​ຈາກ​ປະ​ຊາ​ຊົນ​ຫຼາຍໆ​ສິບ​ພັນ​ຄົນ ໄດ້​ຖືກ​ຍົກ​ຍ້າຍ ຍ້ອນ​ການ​ສູ້​ລົບ​ທີ່​ກຸ່ມ​ເຮັ​ສ​ໂບ​ລ​ລາ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ.

ໃນ​ວັນ​ພະ​ຫັດ​ວານນີ້ ກຳ​ລັງ​ອິ​ສ​ຣາ​ແອ​ລ​ໄດ້​ທຳ​ການ​ໂຈມ​ຕີ​ເພີ້ມ​ຕື່ມ​ຢູ່​ໃນ​ເຂດ​ກາ​ຊາ ກ່ອນ​ໜ້າ​ການ​ໄປ​ຢ້ຽມ​ຢາມ​ຂອງ​ທ່ານ​ຊູ​ລ​ລີ​ວານ.

ໂຄ​ສົກ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ທຳ​ນຽບ​ຂາວ ທ່ານ​ຈອນ ເຄີ​ບີ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ທ່ານ​ຊູ​ລ​ລີ​ວານ​ຈະ​ໃຊ້​ການ​ໂອ້​ລົມ​ຂອງ​ທ່ານ ໃນ​ວັນ​ພະ​ຫັດ​ແລະ​ວັນ​ສຸກ

ມື້ນີ້ຢູ່​ທີ່​ອິ​ສ​ຣາ​ແອ​ລ ເພື່ອ​ໂອ້​ລົມ​ກ່ຽວ​ກັບ “ຄວາມ​ພະ​ຍາ​ຍາມ​ເພື່ອ​ໃຫ້​ຖືກ​ຈຸດ​ແລະ​ແມ່ນ​ຍຳ​ຫຼາຍ​ຂຶ້ນ” ໃນ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານເພື່ອ​ຫຼີກ​ລ່ຽງ​ບໍ່​ໃຫ້​ຊາວ​ປາ​ແລັ​ສ​ໄຕ​ນ໌​ບາດ​ເຈັບ​ລົ້ມ​ຕາຍ​ຫຼາຍ​ຂຶ້ນ.

“ນັ້ນ​ແມ່ນ​ຈຸດ​ປະ​ສົງ​ຂອງ​ພວກ​ເຮົາ ແລະ​ອິ​ສ​ຣາ​ແອ​ລ​ກໍ​ກ່າວ​ວ່າ ມັນ​ແມ່ນ​ຈຸດ​ປະ​ສົງ​ຂອງ​ພວກ​ເຂົາ​ເຈົ້າ​ຄື​ກັນ ແຕ່​ຜົນ​ຂອງ​ມັນ​ທີ່​ພວກ​ເຮົາ​ນັບ” ທ່ານ​ເຄີ​ບີ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG