ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ຈະ​ຫາ​ລື ກ່ຽວ​ກັບ ການ​ປົກ​ປ້ອງ​ພົນ​ລະ​ເຮືອນ ປາ​ແລັ​ສ​ໄຕ​ນ໌ ໃນ​ການ​ຢ້ຽມ​ຢາມ ອິ​ສ​ຣາ​ແອ​ລ


ຊ​າວ​ປາ​ແລັ​ສ​ໄຕ​ນ໌ ທີ່ບໍ່​ມີ​ບ່ອນ​ຢູ່​ອາ​ໄສ​ຍ້ອນ​ການ​ລະ​ດົມ​ຍິງ​ຂອງ ອິ​ສ​ຣາ​ແອ​ລ ຢືນ​ຢູ່​ໃກ້​ຕູບ​ຢາງ​ໃນ​ເມືອງ ຄານ ຢູ​ນິ​ສ, 12 ທັນ​ວາ 2023.
ຊ​າວ​ປາ​ແລັ​ສ​ໄຕ​ນ໌ ທີ່ບໍ່​ມີ​ບ່ອນ​ຢູ່​ອາ​ໄສ​ຍ້ອນ​ການ​ລະ​ດົມ​ຍິງ​ຂອງ ອິ​ສ​ຣາ​ແອ​ລ ຢືນ​ຢູ່​ໃກ້​ຕູບ​ຢາງ​ໃນ​ເມືອງ ຄານ ຢູ​ນິ​ສ, 12 ທັນ​ວາ 2023.

ກອງ​ກຳ​ລັງ ອິ​ສ​ຣາ​ແອ​ລ ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ເພີ່ມ​ເຕີມ​ຢູ່​ເຂດກາ​ຊາ ໃນ​ວັນ​ພະ​ຫັດ​ມື້ນີ້ ກ່ອນ​ການ​ຢ້ຽມ​ຢາມ​ ໂດຍ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ ຂອງ​ທຳ​ນຽບ​ຂາວ ຜູ້​ທີ່​ມີ​ແຜນ​ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ຂັ້ນ​ຕອນ​ຕໍ່​ໄປ​ຂອງ​ສົງ​ຄາມ ອິ​ສ​ຣາ​ແອ​ລ ກັບ​ກຸ່ມ ຮາ​ມາ​ສ ແລະ ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ປົກ​ປ້ອງ​ພົນ​ລະ​ເຮືອນ​ປາ​ແລັ​ສ​ໄຕ​ນ໌ ທີ່​ຕິດ​ຄ້າງ​ຢູ່​ໃນ​ການ​ຕໍ່​ສູ້​ກັນ ໃຫ້​ດີກວ່າ​ເກົ່າ.

ໂຄ​ສົກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ທຳ​ນຽບ​ຂາວ ທ່ານ ຈອນ ເຄີ​ບີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ທຳ​ນຽບ​ຂາວ​ທ່ານ ເຈກ ຊຸ​ລ​ລີ​ວານ ຈະ​ໃຊ້​ການ​ເຈ​ລະ​ຈາ​ຂອງວັນ​ພະ​ຫັດ ແລະ ວັນ​ສຸກ​ໃນ​ ອິ​ສ​ຣາ​ແອ​ລ ເພື່ອ​ເວົ້າ​ ກ່ຽວ​ກັບ “ຄວາມ​ພະ​ຍາ​ຍາມ​ໃນ​ການ​ປະ​ຕິ​ບັດ​ການ​ທາງ​ທະ​ຫານທີ່ “ແມ່ນ​ຢຳ ແລະ ແນ່ນອນ” ຂຶ້ນກວ່າ​ເກົ່າ.

ທ່ານ ເຄີ​ບີ ໄດ້​ກ່າວ​ວ່າ “ນັ້ນ​ແມ່ນ​ເປົ້າ​ໝາຍ​ຂອງ​ພວກ​ເຮົາ, ແລະ ອິສ​ຣາ​ແອ​ລ ເວົ້າ​ວ່າ​ມັນ​ແມ່ນ​ເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າ, ແຕ່​ມັນ​ແມ່ນ​ຜົນ​ທີ່​ອອກ​ມາ​ທີ່​ຖືກ​ນັບ.”

ທ່ານ ຊຸ​ລ​ລີ​ວານ​ ຍັງ​ມີ​ແຜນ​ທີ່​ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ຄ​ວາມ​ຮຽກ​ຮ້ອງ​ຂອງ ​ສະ​ຫະ​ລັດ ເພື່ອ​ໃຫ້ ອິ​ສ​ຣາ​ແອ​ລ ອະ​ນຸ​ຍາດ​ການ​ຊ່ວຍ​ເຫຼືອ​ດ້າ​ນ​ມະ​ນຸດ​ສະ​ທຳ​ເຂົ້າ​ໄປ​ໃນ​ເຂດ ກາ​ຊາ ຜ່ານ​ເຂດ​ຊາຍ​ແດນ ເຄ​ເຣັມ ຊາ​ລົມ. ນັ້ນ​ຈະ​ຂະ​ຫຍາຍ​ການ​ຫຼັ່ງ​ໄຫຼ​ຂອງ​ການ​ຊ່ວຍ​ເຫຼືອທີ່​ໄດ້​ຜ່ານ​ເຂດ​ຊາຍ​ແດນ ຣາ​ຟາ ໃນ​ປັດ​ຈຸ​ບັນ​ນີ້​ເທົ່າ​ນັ້ນ. ໃນ​ອາ​ທິດ​ນີ້ ອິ​ສ​ຣາ​ແອ​ລ ໄດ້​ເລີ່ມກວດ​ກາ​ລົດ​ບັນ​ທຸກ​ການ​ຊ່ວຍ​ເຫຼືອ​ຢູ່​ຊາຍ​ແດນ​ ເຄ​ເຣັມ ຊາ​ລົມ, ແຕ່​ການ​ຂົນ​ສົ່ງ​ພວກ​ນັ້ນ​ຕ້ອງ​ໄດ້​ໄປ​ເຂດ​ຊາຍ​ແດນ ຣາຟາ ຄື​ເກົ່າ.

ທ່ານ ຊຸ​ລ​ລີ​ວານ ໄດ້​ຢຸດ​ແວ່​ໃນ ຊາ​ອຸ​ດີ ອາ​ຣາ​ເບຍ ທຳ​ອິດ, ເຊິ່ງ​ທຳ​ນຽບ​ຂາວ​ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ທ່ານ​ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ “ຄວາ​ມ​ພະ​ຍາ​ຍາມ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ໃໝ່​ສຳ​ລັບ​ສັນ​ຕິ​ພາບ​ທີ່​ຍາວ​ນານ ແລະ ຍື​ນ​ຍົງ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ປາ​ແລັ​ສ​ໄຕ​ນ໌” ແລະ ເຮັດ​ວຽກ​ເພື່ອ​ຂະ​ຫຍາຍ​ການຫຼັ່ງ​ໄຫຼ​ຂອງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ​ເຂົ້າ​ໄປ​ໃນ ກາ​ຊາ ກັບ​ອົງ​ມົງ​ກຸດ ຊາ​ອຸ​ດີ ໂມ​ຮຳ​ເມັດ ບິນ ຊາ​ລ​ມານ.

ໃນ​ຂະ​ນະ​ທີ່​ໄດ້​ກ່າວ​ຢ້ຳ​ ການ​ຊ່ວຍ​ເຫຼືອ​ຂອງ ສະ​ຫະ​ລັດ ສຳ​ລັບ ອິ​ສ​ຣາ​ແອ​ລ ແລະ ການ​ຕອບ​ໂຕ້​ຂອງກອງ​ທັບ​ຂອງ​ເຂົາ​ເຈົ້າ​ຕໍ່​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ຂອງ​ກຸ່ມ​ຮາ​ມາ​ສ ໃນ​ອິ​ສ​ຣາ​ແອ​ລ ເມື່ອ​ສອງ​ເດືອນ​ທີ່​ຜ່ານ​ມາ​ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ແລະ ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ຈຳ​ນວນ​ພົນ​ລະ​ເຮືອນ​ທີ່​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ໃນ​ເຂດ ກາ​ຊາ.

ອ່ານ​ຂ່າວນີ້​ຕື່ມເປັນ​ພາ​ສາອ​ັງກິດ

XS
SM
MD
LG