ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້ດູ​ແລເລື້ອງສືບສວນກ່ຽວກັບ ຣັດເຊຍ ໃນ ກຊ ຍຸຕິທຳ ສ​ຫລ ຈະລາອອກຈາກຕຳ​ແໜ່ງ


ຮອງ ລມຕ ກະຊວງຍຸຕິທຳ, ທ່ານ Rod Rosenstein ກ່າວຕໍ່ທີ່ປະຊຸມນັກຂ່າວບ່ອນທີ່ທ່ານປະກາດການຮຽກຮ້ອງຕໍ່ ພວກລັກເຈາະຂໍ້ມູນທາງຄອມພິວເຕີ້ ຊາວອີຣ່ານ ໃຫ້​ຍຸ​ຕິ ການ​ກະ​ທຳ​ດັ່ງ​ກ່າວ ທີ່ ກຊ ຍຸຕິທຳ, ນະຄອນຫຼວງວໍຊິງຕັນ, ວັນທີ 28 ພະຈິກ 2018
ຮອງ ລມຕ ກະຊວງຍຸຕິທຳ, ທ່ານ Rod Rosenstein ກ່າວຕໍ່ທີ່ປະຊຸມນັກຂ່າວບ່ອນທີ່ທ່ານປະກາດການຮຽກຮ້ອງຕໍ່ ພວກລັກເຈາະຂໍ້ມູນທາງຄອມພິວເຕີ້ ຊາວອີຣ່ານ ໃຫ້​ຍຸ​ຕິ ການ​ກະ​ທຳ​ດັ່ງ​ກ່າວ ທີ່ ກຊ ຍຸຕິທຳ, ນະຄອນຫຼວງວໍຊິງຕັນ, ວັນທີ 28 ພະຈິກ 2018

ຮອງລັດຖະມົນຕີກະຊວງຍຸຕິທຳ ທ່ານຣອດ ໂຣແຊນສຕາຍນ໌ ຜູ້ຊຶ່ງຕິດຕາມ ເບິ່ງການ
ສືບສວນເປັນເວລາດົນນານ ກ່ຽວ​ກັບ ​ການ​ແຊກ​ແຊງ ຂອງຣັດເຊຍ ເຂົ້າໃນການເລືອກ
ຕັ້ງປະທານາທິບໍດີປີ 2016 ຂອງສະຫະລັດນັ້ນ ພວມວາງ ແຜນວ່າຈະລາອອກໄປເວ
ລາລັດຖະມົນຕີກະຊວງຍຸຕິທຳຄົນໃໝ່ເຂົ້າມາກຳຕຳ ແໜ່ງ.

ປະທານາທິບໍດີທຣຳ ມັກຈະໂຈມຕີທ່ານ ໂຣແຊນສຕາຍນ໌ ສະເໝີ ຍ້ອນໄດ້ ແຕ່ງຕັ້ງໄອ
ຍະການພິເສດຂຶ້ນມາ ທ່ານ Robert Mueller ຊຶ່ງເຄີຍເປັນອະ ດີດຜູ້ອຳນວຍການ ອົງ
​ການ​ສັນ​ຕິ​ບານ​ກາງ ​ຫຼື ແອັຟ ບີ ອາຍ ເພື່ອນຳພາ ໃນການສືບສວນ ກ່ຽວ​ກັບການກ່າວ
ຫາວ່າມີການສົມຮູ້ຮ່ວມຄິດ ກັບຣັດເຊຍ ໃນການໂຄສະນາຫາສຽງຂອງທ່ານ ເພື່ອໃຫ້ມີ
ອິດທິພົນຕໍ່ຜົນຂອງການເລືອກ ຕັ້ງດັ່ງກ່າວ.

ນອກຈາກນັ້ນແລ້ວ ການສືບສວນດັ່ງກ່າວ ຍັງຊອກຄົ້ນເບິ່ງວ່າ ທ່ານທຣຳໄດ້ ຂັດຂວາງ
ຂະ​ບວນຍຸຕິທຳຫຼືບໍ່ ໂດຍການຫັນເຫການສືບສວນດັ່ງກ່າວ. ທ່ານປະ ທານາທິບໍດີ ໄດ້
ເອີ້ນການສືບສວນນີ້ວ່າ “witch hunt” ຫຼື ການຊອກຈັບຜິດ ທັງປະຕິເສດວ່າ ບໍ່ມີການ
ສົມຮູ້ຮ່ວມຄິດ. ນອກນັ້ນ ຣັດເຊຍ ກໍໄດ້ປະຕິເສດ ວ່າບໍ່ໄດ້ມີການພົວພັນໃດໆ.

ເຖິງແມ່ນວ່າ ທ່ານທຣຳຈະໄດ້ໂຈມຕີ ທ່ານ ໂຣແຊນສຕາຍນ໌ ກໍຕາມ ແຕ່ທ່ານ ກໍໄດ້
ອົດໃຈໄວ້ ບໍ່ໄດ້ໄລ່ອອກຈາກການ ແມ່ນແຕ່ຫຼັງຈາກ ໄດ້ເອົາຮູບທ່ານໂຣ- ແຊນ
ສຕາຍນ໌ ກັບຄົນອື່ນໆ ລົງພິມ​ເຜີຍ​ແຜ່ ​ວ່າ​ທ່ານ​ຖືກ​ຄຸກແລ້ວກໍຕາມ.

ນອກນັ້ນທ່ານ ທຣຳ ຍັງໄດ້ໄລ່ ທ່ານ ແຈັຟ ແຊສສັນ ລັດຖະມົນຕີ ກະຊວງ ຍຸຕິທຳ
ອອກ ຍ້ອນວ່າຜູ້ກ່ຽວໄດ້ຖອນໂຕອອກຈາກການບໍ່ກຳກັບນຳເລື້ອງການ ສືບສວນກ່ຽວ
ກັບຣັດເຊຍໂດຍມອບໝາຍໃຫ້ທ່ານໂຣແຊນສຕາຍນ໌ ເປັນຜູ້ເບິ່ງ ແທນນັ້ນ.

ມັນເປັນທີ່ແຈ້ງຂາວວ່າ ທ່ານ ໂຣແຊນສຕາຍນ໌ ບໍ່ໄດ້ຖືກໄລ່ອອກ ແຕ່ກໍໄດ້ຕັດ ສິນໃຈ
ອອກເອງ. ມີລາຍງານວ່າ ເພິ່ນໄດ້ແຈ້ງ ໃຫ້​ພວກເຈົາໜ້າທີ່ທຳນຽບຂາວ ຊາບວ່າ ເພິ່ນ
ຈະລາອອກເວລາ ເວ​ລາ​ໃດ​ທີ່ສະພາສູງເຫັນດີຮັບຮອງເອົາ ດັ່ງທີ່ ໄດ້ຄາດໝາຍກັນນັ້ນ
ທ່ານ ວິນລຽມ ບາ ລັດຖະມົນຕີຄົນກະ​ຊວງ​ຍຸ​ຕິ​ທຳ ຄົນ ໃໝ່ ທີ່ທ່ານທຣຳໄດ້ເລືອກມາ.

ໄອຍະການມືອາຊີບ ເຫັນໄດ້ຢ່າງຈະແຈ້ງວ່າ ທ່ານ ໂຣແຊນສຕາຍນ໌ ໄດ້ຄິດ ຄຳນຶງມາ
ດົນແລ້ວ ວ່າສອງປີໃນໜ້າທີ່ວຽກງານທີ່ຫຍຸ້ງຍາກ ເປັນຄົນທີສອງ ໃນກະຊວງຍຸຕິທຳ
ແມ່ນເປັນການຮັບໃຊ້ດົນພໍແລ້ວ.

ທ່່ານ ຮານສ໌ ວອນ ສປາກັອຟສກີ ອະດີດເຈົ້າໜ້າທີ່ກະຊວງຍຸຕິທຳ ບໍ່ໄດ້ຖືເອົາ ເປັນ
ເລື້ອງສຳຄັນ ໃນການຈາກໄປ ຂອງທ່ານ ໂຣແຊນສຕາຍນ໌.

ທ່່ານ ສປາກັອຟສກີ ໄດ້ບອກວີໂອເອວ່າ “ການແຕ່ງຕັ້ງຄົນເຂົ້າມາກຳຕຳແໜ່ງ ການ
ເມືອງ ພວມຫັນປ່ຽນຈາກສົ້ນນຶ່ງໄປຫາອີກສົ້ນນຶ່ງ. ຂ້າພະເຈົ້າຄິດວ່າ ຫຼັງ ຈາກສອງປີ ລາວກໍຈະຕຽມພ້ອມພໍແຮງ ທີ່ຈະອອກໄປ.”

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG