ຈີນ ໄດ້ຍົກເລີກການເຈລະຈາການຄ້າ ກັບ ສະຫະລັດ ພາຍຫຼັງຈາກທີ່ວໍຊິງຕັນ ໄດ້ວາງ
ມາດຕະການເກັບພາສີໃໝ່ ຕໍ່ສິນຄ້າຕ່າງໆຂອງຈີນ.
ໜັງສືພິມ Wall Street Journal ລາຍງານວ່າ ຈີນ ໄດ້ວາງແຜນທີ່ຈະສົ່ງ ຮອງນາຍົກ
ລັດຖະມົນຕີ ລິວ ມາຍັງວໍຊິງຕັນໃນສັບປະດາໜ້າ ເພື່ອທຳການເຈລະຈາ ແຕ່ມາບັດນີ້
ກໍໄດ້ຍົກເລີກແຜນການເດີນທາງຂອງທ່ານ ພ້ອມກັນກັບ ຄະນະຜູ້ແທນລະດັບກາງ
ທີ່ວ່າຈະເດີນທາງມາລ່ວງໜ້າທ່ານນັ້ນ.
ໃນຕອນເຊົ້າວັນສຸກວານນີ້ ເຈົ້າໜ້າທີ່ອະວຸໂສ ຂອງທຳນຽບຂາວທ່ານນຶ່ງ ໄດ້ກ່າວວ່າ
ສະຫະລັດ ມີຄວາມຫວັງໃນແງ່ດີ ກ່ຽວກັບການຫາຊ່ອງທາງ ເພື່ອທີ່ຈະກ້າວໄປໜ້າ
ໃນການເຈລະຈາການຄ້າກັບຈີນ.
ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ທຳນຽບຂາວວ່າ ຈີນ “ຕ້ອງ ມາເຈລະ
ຈາ ໃນທາງທີ່ມີຄວາມໝາຍ” ເພື່ອທີ່ຈະໃຫ້ມີຄວາມກ້າວໜ້າ ໃນເລື້ອງການຂັດແຍ້ງ
ດ້ານການຄ້າ.
ເຈົ້າໜ້າທີ່ທ່ານດັ່ງກ່າວ ຜູ້ທີ່ໃຫ້ຄວາມເຫັນ ໂດຍຂໍສະຫງວນຊື່ນັ້ນ ໄດ້ກ່າວ ອີກວ່າ
ໃນຂະນະທີ່ຍັງບໍ່ໄດ້ມີການຢືນຢັນ ກ່ຽວກັບການພົບປະກັນ ລະຫວ່າງ ສະຫະລັດ ກັບ
ຈີນ, ທັງສອງປະເທດ “ກໍຍັງຕິດຕໍ່ກັນຢູ່.”
ອີງຕາມເຈົ້າໜ້າທີ່ທ່ານນີ້ແລ້ວ “ທີມງານຂອງທ່ານປະທານາທິບໍດີ ແມ່ນມີແນວຄິດ
ແບບດຽວກັນທັງໝົດ ທີ່ວ່າ ອັນໃດ ຈີນຕ້ອງໄດ້ເຮັດ.”
ຄະນະລັດຖະບານທ່ານທຣຳ ໄດ້ໂຕ້ຖຽງວ່າ ການເກັບພາສີຕໍ່ສິນຄ້າຂອງຈີນ ນັ້ນ ຈະ
ກົດດັນໃຫ້ຈີນ ເຮັດການຄ້າ ທີ່ເອື້ອອຳນວຍເງື່ອນໄຂດີຂຶ້ນ ໃຫ້ແກ່ ສະຫະລັດ.
ສະຫະລັດ ໄດ້ຮຽກຮ້ອງໃຫ້ຈີນປົກປ້ອງຊັບສິນທາງດ້ານສະຕິປັນຍາຂອງອາ ເມຣິກາ
ໃຫ້ດີຂຶ້ນກວ່າເກົ່າ ໂດຍລວມທັງ ຍຸຕິການກະທຳໃນດ້ານການລັກຂະໂມຍທາງໄຊເບີ້
ຫຼື ອິນເຕີເນັດ. ຄະນະລັດຖະບານທ່ານທຣຳ ຍັງໄດ້ຮຽກຮ້ອງ ຕໍ່ຈີນ ອະນຸຍາດໃຫ້
ບໍລິສັດທັງຫຼາຍ ຂອງສະຫະລັດ ເຂົ້າຫາຕະຫຼາດຂອງຈີນໄດ້ຫຼາຍຂຶ້ນ ແລະ ໃຫ້ຫລຸດ
ຜ່ອນການໄດ້ປຽບດຸນການຄ້າຂອງຕົນ ກັບສະຫະລັດ.
ເມື່ອຕົ້ນສັບປະດານີ້ ສະຫະລັດ ໄດ້ສັ່ງໃຫ້ເກັບພາສີຕື່ມອີກ ຕໍ່ສິນຄ້າຂອງຈີນ ມູນຄ່າ
200 ຕື້ໂດລາ ທີ່ຈະມີຜົນບັງຄັບໃຊ້ ໃນວັນທີ 24 ກັນຍາ ຈະມາເຖິງ ນີ້. ຈີນ ກໍໄດ້ຕອບ
ໂຕ້ຄືນ ໂດຍຈະເກັບພາສີ ໃນມູນຄ່າ 60 ຕື້ໂດລາຕໍ່ຜະລິດຕະພັນຕ່າງໆ ທີ່ເປັນສິນຄ້າ
ຂາເຂົ້າຂອງສະຫະລັດ.
ສະຫະລັດ ກໍໄດ້ວາງມາດຕະການເກັບພາສີມູນຄ່າ 50 ຕື້ໂດລາ ຕໍ່ສິນຄ້າຂອງ ຈີນໄປ
ແລ້ວ ແລະ ຈີນ ກໍໄດ້ຕອບໂຕ້ຄືນ ໃນຈຳນວນເທົ່າກັນ ຕໍ່ສິນຄ້າຂອງສະຫະລັດ ເຊັ່ນກັນ.