ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ກ່າວໂຈມຕີ ຕໍ່ການທີ່ ສຫລ ສົ່ງເຮືອລົບ ເຂົ້າໄປໃກ້ໆ ໝູ່ເກາະ ທີ່ຈີນອ້າງເອົາກຳມະສິດ


China Slams US for Sending Warship Near Disputed Islands
please wait

No media source currently available

0:00 0:00:41 0:00

ຊົມວີດີໂອ ລາຍງານນີ້

ຈີນ ໄດ້ກ່າວ​ໂຈມ​ຕີ ຕໍ່ການ​ທີ່ສະຫະລັດ ສົ່ງເຮືອລົບ ​ເຂົ້າໄປ
ໃກ້ໆໝູ່ເກາະຫິນປະກາລັງ ໃນທະເລຈີນໃຕ້ ທີ່ປັກກິ່ງໄດ້ອ້າງ
ເອົາກຳມະສິດນັ້ນ ໃນຂະນະດຽວກັນ ວໍຊິງຕັນ ກໍໄດ້ໃຫ້ຄຳ
ສັນຍາວ່າ ຈະດຳເນີນ ພາລະກິດການລາດຕະເວນ​ ໃນ​ທຳ
ນອງ​ນີ້ ຫຼາຍຂຶ້ນອີກ.

ກະຊວງການຕ່າງປະເທດຈີນ ກ່າວໃນວັນພຸດມື້ນີ້ ວ່າ ຕົນໄດ້
ຮຽກຕົວ ທ່ານ Max Baucus ເອກອັກຄະລັດຖະທູດ ສະຫະລັດ
ປະຈຳຈີນ ​ເຂົ້າ​ພົບ ເພື່ອຍື່ນໜັງສືປະທ້ວງ ຢ່າງເປັນທາງການ
ກ່ຽວ​ກັບເຫດການໃນວັນອັງຄານວານນີ້ ຊຶ່ງເປັນການທ້າທາຍ
ທີ່​ກ້າຫານ​ທີ່​ສຸດ ຂອງສະ ຫະລັດ ຕໍ່ການອ້າງເອົາກຳມະສິດ​
ໃນເຂດນ້ຳແດນດິນຂອງຈີນ ທີ່ເປັນບັນຫາ​ໂຕ້ຖຽງກັນ ກັບປະເທດອື່ນໆ ນັ້ນ.

ຮອງລັດຖະມົນຕີຕ່າງປະເທດຈີນທ່ານ Zhang Yesui ເວົ້າວ່າ “ການ ກະທຳ ຂອງ
ສະຫະລັດນີ້ ເປັນໄພຂົ່ມຂູ່ຕໍ່ອະທິປະໄຕແລະຜົນປະໂຫຍດ ດ້ານ​ຄວາມ​ໝັ້ນຄົງ ແລະ
ເປັນໄພອັນຕະລາຍ ຕໍ່ຄວາມປອດໄພຂອງພະນັກງານ ແລະ ສະຖານທີ່​ຕ່າງໆ ທີ່ຢູ່​
ເທິງ​ເກາະຫິນປະກາລັງ ຊຶ່ງເປັນການທ້າ​ທາຍເກາະຜິດທີ່ຮ້າຍແຮງນັ້ນ.”

ບົດບັນນາທິການ ບົດນຶ່ງ ໃນໜັງສືພິມ Global Times ຂອງທາງການຈີນ ກ່າວວ່າ
ພາລະກິດການລາດຕະເວນຂອງ​ສະຫະລັດ ​ແມ່ນ ​ເທົ່າ​ກັບ​ເປັນ “ການຮາວີ​ລົບ​ກວນ”
ແລະ ຮຽກຮ້ອງໃຫ້ລັດຖະບານຈີນ ເອົາບາດກ້າວ ທີ່ສະແດງໃຫ້ສະຫະລັດ ເຫັນວ່າ
“ຕົນບໍ່ຢ້ານທີ່ຈະ​ເຮັດ ສົງຄາມກັບສະຫະລັດ.”

ເຮືອ​ພິຄາດ ​ລູກ​ສອນ​ໄຟ​ນຳ​ວິຖີ​ ຂອງ ສະຫະລັດ USS Lassen ເດີນທາງເຂົ້າໄປມະຫາສະໝຸດ ປາຊີຟິກ ໃນຮູບທີ່ຖືກເຜີຍແຜ່ໂດຍ ກອງທັບເຮືອ ສະຫະລັດ ເມື່ອເດືອນພະຈິກ 2009.
ເຮືອ​ພິຄາດ ​ລູກ​ສອນ​ໄຟ​ນຳ​ວິຖີ​ ຂອງ ສະຫະລັດ USS Lassen ເດີນທາງເຂົ້າໄປມະຫາສະໝຸດ ປາຊີຟິກ ໃນຮູບທີ່ຖືກເຜີຍແຜ່ໂດຍ ກອງທັບເຮືອ ສະຫະລັດ ເມື່ອເດືອນພະຈິກ 2009.

ບົດບັນນາທິການ ເວົ້າອີກວ່າ “ກ່ອນອື່ນ ພວກເຮົາຄວນຕິດຕາມເບິ່ງ ພວກເຮືອລົບ
ສະຫະລັດ. ຖ້າພວກເຂົາ ແທນທີ່ຈະຜ່ານໄປແຕ່​ກັບຢຸດຢູ່ ເພື່ອປະຕິບັດການຕໍ່ໄປ
ມັນກໍມີຄວາມຈຳເປັນ ສຳຫລັບພວກເຮົາ ເປີດການແຊກແຊງດ້ານອີເລັກໂທນິກ ແລະ
ແມ່ນກະທັງສົ່ງສຽງອອກໄປເຖິງ ພວກເຮືອລົບນັ້ນ ​ເລັງພວກເຂົາໄວ້ ​ໃນລະບົບຄວບ ຄຸມການຍິງດ້ວຍເຣດາ ແລະສົ່ງພວກເຮືອລົບ​ບິນ​ຂຶ້ນ​ເຕືອນ.”
ຄຳເຫັນຂອງ​ໜັງສືພິມນີ້
ໂດຍທົ່ວໄປແລ້ວ ແມ່ນສະທ້ອນໃຫ້ເຫັນເຖິງທັດສະນະຂອງລັດຖະບານຈີນ.

ເຈົ້າໜ້າທີ່ປ້ອງກັນປະເທດທ່ານນຶ່ງຂອງ​ສະຫະລັດ ກ່າວໃນວັນອັງຄານວານນີ້ວ່າ ມັນຄື
ກັບວ່າ ກອງທັບເຮືອສະຫະລັດ ຈະທຳການລາດຕະເວນ ຫຼາຍຂຶ້ນຕື່ມ ໃນບໍລິເວນດັ່ງກ່າວ.
ໂດຍການຖະແຫລງກັບວີໂອເອ ເຈົ້າ ໜ້າທີ່ດັ່ງກ່າວທີ່​ບໍ່ປະສົງອອກ​ຊື່ເວົ້າວ່າ “ອັນນີ້ຈະບໍ່
ເປັນເທື່ອສຸດທ້າຍ.”

US China Sea
please wait
Embed

No media source currently available

0:00 0:00:06 0:00

XS
SM
MD
LG