ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກເຈົ້າໜ້າທີ່ ສຫລ ໝັ້ນໃຈກັບຄວາມປອດໄພ ໃນການເລືອກຕັ້ງ ແລະຈະຫັນໄປໃສ່ການເຜີຍແຜ່ຂໍ້ມູນທີ່ ບໍ່ມີຄວາມຈິງ


ພົນໂທກອງທັບບົກ ທ່ານພອລ ນະກະສອນ ປາກົດໂຕຢູ່ຕໍ່ໜ໊າ ຄະນະກຳມະການກອງທັບສະພາສູງ ທີ່ລັດຖະສະພາ ວັນທີ 1 ມີນາ 2018.
ພົນໂທກອງທັບບົກ ທ່ານພອລ ນະກະສອນ ປາກົດໂຕຢູ່ຕໍ່ໜ໊າ ຄະນະກຳມະການກອງທັບສະພາສູງ ທີ່ລັດຖະສະພາ ວັນທີ 1 ມີນາ 2018.

ພວກເຈົ້າໜ້າທີ່ຮັກສາຄວາມປອດໄພ ແລະສືບລັບ ໄດ້ອ້າງເອົາໄຊຊະນະສ່ວນ ນຶ່ງໃນ
ການເລືອກຕັ້ງທົ່ວປະເທດໃນວັນອັງຄານວານນີ້ ໂດຍໃຫ້ການຄໍ້າປະກັນ ຕໍ່ບັນດາຜູ້
ປ່ອນບັດວ່າ ເຂົາເຈົ້າໄດ້ຕໍ່ສູ້ຕ້ານການໂຈມຕີຄືນຢ່າງເຂັ້ມແຂງຕໍ່ພື້ນ ຖານໂຄງລ່າງ
ການປ່ອນບັດ ໃນຂະນະທີ່ພວກເຂົາເຈົ້າໄດ້ກະກຽມຮັບມືກັບຄື້ນ ຟອງຂອງການປະ
ຕິບັດງານໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງຈາກພວກສັດຕູຕ່າງປະເທດ.

ຖະແຫຼງການທີ່ເຂັ້ມແຂງສຸດມາຈາກຫົວໜ້າຜູ້ບັນຊາການດ້ານໄຊເບີສະຫະລັດ ນາຍພົນ
ພອລ ນະກະສອນ ທີ່ກ່າວວ່າ ໃນຄວາມພະຍາຍາມເພື່ອໂຈມຕີເຈາະ ຂໍ້ມູນການເລືອກ
ຕັ້ງ ໄດ້ປະເຊີນກັບ ການຮັບມືຢ່າງເດັດຂາດ ກ່ອນທີ່ຈະເກີດຄວາມເສຍຫາຍໃດໆ.

ນາຍພົນນະກະສອນຜູ້ທີ່ຍັງຮັບໜ້າທີ່ຫົວໜ້າອົງການຮັກສາຄວາມປອດໄພແຫ່ງຊາດ
ກ່າວຢູ່ໃນຖະແຫຼງການ ທີ່ໄດ້ອອກເຜີຍແຜ່ໃນຕອນແລງວັນອັງຄານວານ ນີ້ວ່າ “ຂ້າພະ
ເຈົ້າໝັ້ນໃຈໃນການປະຕິບັດງານທີ່ພວກເຮົາໄດ້ເຮັດຕ້ານພວກສັດຕູໃນຫຼາຍອາທິດທີ່
ຜ່ານມາ ແລະຫຼາຍເດືອນ ໄດ້ຮັບການຄໍ້າປະກັນ ວ່າເຂົາເຈົ້າ ຈະບໍ່ແຊກແຊງໃນການ
ເລືອກຕັ້ງຂອງພວກເຮົາ.”

ນາຍພົນນະກະສອນ ໄດ້ກ່າວ ໃຫ້ຄຳໝັ້ນສັນຍາຕໍ່ການໂຈມຕີໃນອະນາຄົດທີ່ຈະພົບກັບ
ຄວາມຕ້ານຢັນຢ່າງເຂັ້ມແຂງວ່າ “ເວລາກ່າວເຖິງຜູ້ຂົ່ມຂູ່ຕໍ່ຂັ້ນຕອນປະຊາທິປະໄຕຂອງ
ພວກເຮົາ ພວກເຮົາມີໂອກາດເທົ່າທຽມທີ່ເປັນຜູ້ລົບກວນ.”

ທ່ານກ່າວວ່າ “ການປະຕິບັດງານຂອງພວກເຮົາບໍ່ໄດ້ເສັດສິ້ນລົງ ໃນວັນທີ 3 ພະຈິກ.
ພວກເຮົາຈະເອົາມາດຕະການ ຕ້ານປະເທດໃດກໍຕາມ ຫຼຶຜູ້ທີ່ພະຍາຍາມເຂົ້າມາລົບ
ກວນແຊກແຊງ.”

ພວກເຈົ້າໜ້າທີ່ຮັກສາຄວາມປອດໄພການເລືອກຕັ້ງ ພ້ອມດ້ວຍໜ່ວຍຮັກສາຄວາມປອດ
ໄພໄຊເບີ ແລະອົງການໂຄງລ່າງຄວາມປອດໄພ (CISA) ໄດ້ຮັບ ຄວາມເຊື່ອໜັ້ນຈາກ
ນາຍພົນນະກະສອນ ຢູ່ໃນລາຍງານຢ່າງຕໍ່ເນື່ອງແກ່ບັນດາ ນັກຂ່າວຕະຫຼອດວັນ ໃນວັນ
ອັງຄານວານນີ້ ໂດຍບອກພວກນັກຂ່າວວ່າ ໄດ້ກະ ກຽມມາເປັນເວລາຫຼາຍປີ ແລະລົງທຶນ
ກຽມພ້ອມ ເພື່ອເກັບຮັກສາຂໍ້ມູນໄວ້ໂດຍເອກກະສານ ເປັນທີ່ສຳເລັດຜົນ.

ເຈົ້າໜ້າທີ່ອະວຸໂສຂອງອົງການ CISA ຄົນນຶ່ງທີ່ຂໍສະຫງວນຊື່ກ່າວວ່າ “ພວກເຮົາບໍ່ແມ່ນເປົ້າໝາຍ ທີ່ງ່າຍໆເລີຍຢູ່ທີ່ນີ້” ຊຶ່ງທ່ານກ່າວຕື່ມວ່າ “ພວກເຈົ້າຕ້ອງ ໄດ້ນຳເອົາເກມທີ່ດີ
ກວ່ານີ້ມາຕໍ່ສູ້ເທື່ອໜ້າ.”

ໃນຫຼາຍອາທິດກ່ອນໜ້າການປ່ອນບັດລົງຄະແນນສຽງແຫ່ງຊາດ ໃນວັນອັງຄານວານນີ້
ພວກເຈົ້າໜ້າທີ່ສືບລັບສະຫະລັດໄດ້ຮັບຮູ້ ມີການພະຍາຍາມສອງຄັ້ງ ທີ່ ໄດ້ພົວພັນເກີດ
ຂຶ້ນ ເທື່ອນຶ່ງໂດຍອີຣ່ານ ແລະອີກເທື່ອນຶ່ງໂດຍຣັດເຊຍ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG