ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ສຫລ ກ່າວອ້າງວ່າ ຕົນຖືກກົດດັນ ໃຫ້ປ່ຽນແປງບົດລາຍງານດ້ານສືບລັບ ຂອງ ກຊ ຮັກສາຄວາມປອດໄພພາຍໃນ


ເຄື່ອງໝາຍສັນຍາລັກຂອງກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ຫຼື DHS ແມ່ນເຫັນໄດ້ຢູ່ໃນສະຖານທີ່ສຳນັກງານແຫ່ງນຶ່ງຂອງອົງການ ໃນເມືອງແຟແຟັກສ໌ ລັດເວີຈີເນຍ, ວັນທີ 22 ກໍລະກົດ 2015.
ເຄື່ອງໝາຍສັນຍາລັກຂອງກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ຫຼື DHS ແມ່ນເຫັນໄດ້ຢູ່ໃນສະຖານທີ່ສຳນັກງານແຫ່ງນຶ່ງຂອງອົງການ ໃນເມືອງແຟແຟັກສ໌ ລັດເວີຈີເນຍ, ວັນທີ 22 ກໍລະກົດ 2015.

ເຈົ້າໜ້າທີ່ກະຊວງຮັກສາຄວາມປອດໄພພາຍໃນ ຫຼື DHS ໄດ້ກ່າວໃນຄຳຮ້ອງຟ້ອງສະບັບນຶ່ງ ທີ່ໄດ້ຖືກເປີດເຜີຍໃນວັນພຸດວານນີ້ ວ່າ ທ່ານໄດ້ຖືກກົດດັນໂດຍບັນດາເຈົ້າໜ້າທີ່ອາວຸໂສກວ່າທ່ານ ໃຫ້ປິດບັງຂໍ້ເທັດຈິງຕ່າງໆ ໃນບົດລາຍງານດ້ານການສືບລັບ ທີ່ອາດຈະເຮັດໃຫ້ປະທານາທິບໍດີ ດໍໂນລ ທຣຳ ຄັດຄ້ານໄດ້ນັ້ນ ໂດຍປະກອບດ້ວຍຂໍ້ມູນກ່ຽວກັບການແຊກແຊງໃນການເລືອກຕັ້ງຂອງຣັດເຊຍ ແລະໄພຂົ່ມຂູ່ຈາກກຸ່ມພວກຄົນຜິວຂາວທີ່ຖືວ່າຕົນເອງວິເສດສຸດ ຫຼື white supremacists.

ທ່ານບຣາຍແອນ ເມີຟີ ໄດ້ກ່າວອ້າງວ່າ ພວກເຈົ້າໜ້າທີ່ຜູ້ອາວຸໂສຂອງ DHS ຍັງໄດ້ກົດດັນທ່ານ ໃຫ້ປ່ຽນແປງບົດລາຍງານຕ່າງໆ ເພື່ອໃຫ້ມັນສະທ້ອນເຖິງເປົ້າໝາຍນະໂຍບາຍຕ່າງໆຂອງລັດຖະບານ ແລະທ່ານໄດ້ຖືກປົດລົງຍ້ອນການປະຕິເສດທີ່ຈະເຮັດຕາມ ເພື່ອປ່ຽນບົດລາຍງານນັ້ນ ແລະການຍື່ນຄຳຮ້ອງພາຍໃນອົງການກ່ຽວກັບພຶດຕິກຳດັ່ງກ່າວ.

ທ່ານເມີຟີ ເປັນອະດີດເຈົ້າໜ້າທີ່ອົງການສັນຕິບານກາງ FBI ແລະ ເປັນທະຫານນາວິກະໂຍທິນຜ່ານເສິກ ກໍໄດ້ຖືກປົດລົງຈາກຕຳແໜ່ງ ຜູ້ຊ່ວຍຮອງລັດຖະມົນຕີປະຈຳສຳນັກງານສືບລັບແລະການວິເຄາະ ຂອງອົງການ DHS ໃນເດືອນສິງຫາຜ່ານມາ. ທ່ານຈຶ່ງຫາວິທີທາງເພື່ອໃຫ້ໄດ້ຮັບສະຖານະພາບຄືນໃນຄຳຮ້ອງທີ່ໄດ້ຍື່ນກັບສຳນັກງານຜູ້ກວດກາທົ່ວໄປຂອງອົງການ DHS.

ສະມາຊິກສະພາຕ່ຳ ທ່ານ ອາດຳ ຊີບຟ໌ ປະທານຄະນະກຳມະການດ້ານສືບລັບຂອງສະພາຕ່ຳ ໄດ້ເປີດເຜີຍຄຳຮ້ອງຟ້ອງດັ່ງກ່າວ ຊຶ່ງທ່ານໄດ້ກ່າວວ່າ ພາຍໃນຄຳຮ້ອງຟ້ອງນັ້ນ ມີການກ່າວຫາທີ່ “ຮ້າຍແຮງແລະໜ້າເປັນຫ່ວງ.” ທ່ານໄດ້ກ່າວອີກວ່າ ທ່ານເມີຟີ ໄດ້ຖືກຂໍຮ້ອງໃຫ້ເຂົ້າມາມອບຄຳໃຫ້ການຕໍ່ລັດຖະສະພາ ອັນເປັນສ່ວນນຶ່ງຂອງການສືບສວນສອບສວນ ໃນການເກັບກຳຂໍ້ມູນສືບລັບໂດຍອົງການ DHS ທີ່ກ່ຽວຂ້ອງກັບການຮັບມືຕໍ່ການປະທ້ວງຢູ່ໃນນະຄອນປອດແລນ ຂອງລັດອໍເຣກັນ ແລະຢູ່ແຫ່ງອື່ນໆ.

ທ່ານຊີບຟ໌ ສັງກັດພັກເດໂມແຄຣັດຈາກລັດຄາລິຟໍເນຍ ກ່າວວ່າ “ພວກເຮົາຈະຫາຄວາມຈິງກ່ຽວກັບເລື້ອງນີ້, ເຜີຍແບເລື້ອງໃດໆ ແລະການກະທຳຜິດ ຫຼືການສໍ້ໂກງທັງໝົດ ໃຫ້ແກ່ປະຊາຊົນຊາວອາເມຣິກັນທັງຫຼາຍ ແລະຍຸຕິການເຮັດໃຫ້ການສືບລັບເປັນເລື້ອງການເມືອງ.”

ໂຄສົກຂອງກະຊວງດັ່ງກ່າວ ທ່ານອາເລັກເສ ໂວລທໍນິສ ໄດ້ກ່າວວ່າ ກະຊວງໂດຍທົ່ວໄປແລ້ວ ຈະບໍ່ໃຫ້ຄຳເຫັນກ່ຽວກັບການຍື່ນໜັງສືໃຫ້ຜູ້ກວດກາທົ່ວໄປ ແຕ່ໄດ້ປະຕິເສດຕໍ່ຂໍ້ກ່າວຫາຕ່າງໆຂອງທ່ານເມີຟີ. ທ່ານໂຄສົກ ກ່າວວ່າ “ອົງການ DHS ຍິນດີນໍາຜົນຕ່າງໆອັນໃດທີ່ອອກມາຈາກການສືບສວນສອບສວນ ແລະພວກເຮົາຄາດໝາຍວ່າ ມັນຈະສະຫລຸບໄດ້ວ່າ ບໍ່ມີການກະທຳທີ່ຕອບໂຕ້ຄືນໃດໆ ຕໍ່ທ່ານເມີຟີ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG