ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ກ່າວວ່າ ການໂຈມຕີ ກຸ່ມລັດອິສລາມ ສັງຫານ ນັກຕໍ່ສູ້ຂອງກຸ່ມ 10,000 ຄົນແລ້ວ


ຮອງລັດຖະມົນຕີການຕ່າງປະເທດ ທ່ານ Antony Blinken
ໄດ້ກ່າວໃນວັນພຸດມື້ນີ້ວ່າ ການປະຕິບັດງານທາງດ້ານການ
ທະຫານເພື່ອຍຸດຕິກຸ່ມລັດອິສລາມ ໄດ້ສັງຫານນັກຕໍ່ສູ້ຂອງ
ກຸ່ມດັ່ງກ່າວນີ້ ຫລາຍກວ່າ 10 ພັນ ຄົນແລ້ວ.

ການໃຫ້ຄວາມເຫັນຂອງທ່ານຕໍ່ສະຖານນີວິທະຍຸຝຣັ່ງສາກົນ
ມີຂຶ້ນນຶ່ງມື້ ຫຼັງຈາກ ທີ່ທ່ານແລະເຈົ້າໜ້າທີ່ຈາກຄູ່ພາຄີອື່ນໆ
ໃນແນວໂຮມ ໄດ້ພົບປະກັນໃນນະຄອນປາຣີ ກັບນາຍົກລັດຖະ
ມົນຕີອີຣັກ ທ່ານ Haider al Abadi ເພື່ອປຶກສາຫາລືກ່ຽວກັບ
ຍຸດທະສາດໃນການຕໍ່ສູ້ກັບກຸ່ມລັດອິສລາມ.

ກົດບ່ອນນີ້ ເພື່ອຂະຫຍາຍພາບ
ກົດບ່ອນນີ້ ເພື່ອຂະຫຍາຍພາບ

ສະຫະລັດ ໄດ້ເລີ້ມເປັນຜູ້ນຳໃນການປະຕິບັດງານໂຈມຕີທາງອາກາດຕໍ່ເປົ້າໝາຍຂອງ
ກຸ່ມລັດອິສລາມ ໃນເດືອນສິງຫາປີກາຍ ເພື່ອໃຫ້ການສະໜັບສະໜຸນແກ່ກອງກຳລັງ
ພາກພື້ນດິນອີຣັກ ແລະນຶ່ງເດືອນຕໍ່ມາ ໄດ້ຂະຫຍາຍການປະຕິບັດງານອອກໄປ ດ້ວຍ
ການຖິ້ມລະເບີດໃສ່ປະເທດຊີເຣຍ ທີ່ເປັນເພື່ອນບ້ານ.

ການໂຈມຕີທາງອາກາດ ຊຶ່ງສະເລ່ຍປະມານ 14 ຄັ້ງຕໍ່ມື້ ໄດ້ຊ່ອຍໃຫ້ກອງກຳລັງທີ່ສະໜັບ
ສະໜຸນລັດຖະບານ ໄດ້ຍຶດເອົາບາງເຂດຄືນມາໄດ້ ແຕ່ວ່າ ພວກຫົວຮຸນແຮງ ຍັງສືບຕໍ່ທຳ ຄວາມຄືບໜ້າ ຮວມທັງການເຂົ້າຍຶດເມືອງ Ramadi ທາງພາກຕາເວັນຕົກຂອງປະເທດ ໃນເດືອນແລ້ວນີ້.

ຈາກຊ້າຍ - ນລມຕ ອີຣັກ Haider al-Abadi, ລມຕ ການຕ່າງປະເທດຝຣັ່ງ ທ່ານ Laurent Fabius and ຮອງລມຕ ການຕ່າງປະເທດສະຫະລັດ ທ່ານ Antony Blinken ໃຫ້ຄຳຖະແຫຼງການຕໍ່ພວກນັກຂ່າວ ທີ່ນະຄອນປາຣິ, ຝຣັ່ງ
ຈາກຊ້າຍ - ນລມຕ ອີຣັກ Haider al-Abadi, ລມຕ ການຕ່າງປະເທດຝຣັ່ງ ທ່ານ Laurent Fabius and ຮອງລມຕ ການຕ່າງປະເທດສະຫະລັດ ທ່ານ Antony Blinken ໃຫ້ຄຳຖະແຫຼງການຕໍ່ພວກນັກຂ່າວ ທີ່ນະຄອນປາຣິ, ຝຣັ່ງ

ທ່ານ Blinken ໄດ້ກ່າວໃນວັນອັງຄານວານນີ້ວ່າ ເຖິງແມ່ນໄດ້ມີການຖອຍຫຼັງແດ່ ກໍຕາມ ແຕ່ການໂຈມຕີທາງອາກາດ ບວກໃສ່ກັບການຝຶກແອບ ອຸບປະກອນ ແລະການໃຫ້ຄວາມ ຊ່ອຍເຫລືອທີ່ມີປະສິດທິຜົນຕໍ່ກອງກຳລັງທ້ອງຖິ່ນແລ້ວ ນີ້ແມ່ນ “ເປັນຍຸດທະສາດທີ່ຈະນຳ ໄປສູ່ໄຊຊະນະ.”

ແຕ່ແນວໃດກໍຕາມ ທ່ານ Abadi ໄດ້ກ່າວວ່າ ກອງກຳລັງຂອງລັດຖະບານ ແມ່ນບໍ່ໄດ້ຮັບ
ການສະໜັບສະໜຸນພຽງພໍ ຈາກແນວໂຮມນາໆຊາດ.

ເບິ່ງວີດີໂອ: ພວກຜູ້ນຳຈາກແນວໂຮມນາໆຊາດ ປຶກສາກັນເລື້ອງຍຸດທະສາດ ຕໍ່ສູ້ກັບກຸ່ມ
ລັດອິສລາມ.

Iraq, Coalition Leaders Review Campaign to Fight Islamic State
please wait

No media source currently available

0:00 0:01:24 0:00

XS
SM
MD
LG