ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະ​ດີດ ເຈົ້າ​ໜ້າ​ທີ່ ສືບ​ລັບ ຊີ​ໄອ​ເອ ຖືກ​ຕັດ​ສິນ ຈຳ​ຄຸກ 20 ປີ ຍ້ອນ​ສອດ​ແນມ ໃຫ້​ຈີນ


ຮູບທ້າວ​ແຄວິນ ມ​າ​ລ​ລໍ​ຣີ ແຜ່ນນີ້ ແມ່ນ​ສະ​ໜອງ​ໂດຍ ຫ້ອງ​ການ​ຕຳ​ຫຼວດ ເມືອງ​ອາ​ເລັກ​ຊານ​ເດ​ຣຍ ລັດ​ເວີ​ຈີ​ເນຍ.
ຮູບທ້າວ​ແຄວິນ ມ​າ​ລ​ລໍ​ຣີ ແຜ່ນນີ້ ແມ່ນ​ສະ​ໜອງ​ໂດຍ ຫ້ອງ​ການ​ຕຳ​ຫຼວດ ເມືອງ​ອາ​ເລັກ​ຊານ​ເດ​ຣຍ ລັດ​ເວີ​ຈີ​ເນຍ.

ອະ​ດີດ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຊີ​ໄອ​ເອ​ຄົນ​ນຶ່ງ ໄດ້​ຖືກ​ຕັດ​ສິນ​ໃຫ້ຈຳ​ຄຸກ 20 ຍ້ອນ​ສົ່ງ​ຂໍ້​ມູນ​ລັບ ກ່ຽວ​ກັບ​ການ​ປ້ອງ​ກັນ​ປະ​ເທດ ໄປ​ໃຫ້​ສາຍ​ລັບ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ.

ທ້າວ ແຄວິນ ແພັດ​ທ​ຣິກ ມາ​ລ​ລໍ​ຣີ (Kevin Patrick Mallory) ອາ​ຍຸ 62 ປີ ໄດ້​ຖືກ​ຕັດ​ສິນ​ໂທດ ໃນ​ວັນ​ສຸກວານນີ້.

ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ ​ກະ​ຊວງ​ຍຸ​ຕິ​ທຳ ​ຂອງ​ສະ​ຫະ​ລັດ ທ່ານ​ຈອນ ດີ​ເມີ​ສ (John Demers) ກ່າວ​ວ່າ “ຄະ​ດີ​ນີ້ ແມ່ນ​ນຶ່ງ​ໃນ​ແນວ​ໂນ້ມ​ທີ່​ໜ້າ​ຕື່ນ​ຕົກ​ໃຈ​ຂອງ​ອະ​ດີດ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ສະ​ຫະ​ລັດ ທີ່​ໄດ້​ຕົກ​ເປັນ​ເປົ້າຂອງ​ຈີນ ແລະ​ໄດ້​ທໍ​ລະ​ຍົດ​ຕໍ່​ປະ​ເທດ​ຊາດ ພ້ອມ​ທັງ​ເພື່ອນ​ຮ່ວມ​ງານ​ຂອງ​ພວກ​ເຂົາ​ເຈົ້າ.”

ຫຼັກ​ຖານ​ຕ່າງໆ​ທີ່​ໄດ້​ນຳ​ສະ​ເໜີ ໃນ​ການ​ດຳ​ເນີນ​ຄະ​ດີ​ທ່ານມາ​ລ​ລໍ​ຣີ ແມ່ນ​ຮວມ​ທັງ​ວີ​ດີ​ໂອ​ໃນ​ການ​ຕິດ​ຕາມ​ສອດ​ແນມ​ເບິ່ງ​ຈາກ​ຮ້ານ FedEx ໃນ​ເມືອງ​ລີ​ສ​ເບີກ ລັດ​ເວ​ຈີ​ເນຍ ບ່ອນ​ທີ່​ສາ​ມາດ​ແນມ​ເຫັນ​ໄດ້​ວ່າ ລາວ​ໄດ້​ເຮັດ​ສຳ​ເນົາ​ເອກ​ກະ​ສານ​ລັບ​ສຸດຍອດ ເຂົ້າ​ໃສ່ SD ຄາດ.

ໃນການ​ສາຍ​ຄືນ​ວີ​ດີ​ໂອ​ດັ່ງ​ກ່າວເວ​ລາ​ຂຶ້ນ​ສານ ທ້າວມາ​ລ​ລໍ​ຣີ​ໄດ້​ຂໍ​ຮ້ອງ​ໃຫ້​ຄອບ​ຄົວ​ລາວຄົ້ນ​ຫາ​ຄາດ​ທີ່​ເຊື່ອງ​ໄວ້​ນັ້ນ.

ອະ​ດີດ​ນັກ​ສືບ​ຊີ​ໄອ​ເອ​ຄົນ​ນີ້ ແມ່ນ​ໄດ້​ຮັບ​ການ​ອະ​ນຸ​ມັດ​ໃຫ້​ເຮັດ​ວຽກ​ກ່ຽວ​ກັບ​ເອກ​

ກະ​ສານ​ລັບ​ສຸດ​ຂອງ​ລັດ​ຖະ​ບານ ໃນ​ວຽກ​ການ​ຂອງ​ລາວ ແລະ​ລາວ​ເຄີຍ​ໄດ້​ຮັບ​ຕຳ​ແໜ່ງ​ໃນ​ພະ​ແນກ​ການ​ຕ່າງໆ​ຂອງ​ລັດ​ຖະ​ບານ ແລະ​ອົງ​ການ​ສັນ​ຍາ​ຈ້າງ​.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG