ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ການໄຕ່ສວນຄະດີເຈົ້າໜ້າທີ່ກ່ຽວຂ້ອງ ໃນການຕາຍ ທີ່ພາໃຫ້ເກີດການປະທ້ວງ ຕໍ່ນະໂຍບາຍໂຫດຮ້າຍຂອງຕໍາຫຼວດ ຮອດມື້ທີ 3 ແລ້ວ


ການໄຕ່ສວນຄະດີຂອງທ້າວ (Derek Chauvin) ໂຊວິນ, ເຈົ້າໜ້າທີ່ຕຳຫຼວດ ທີ່ຖືກກ່າວຫາໃນການເສຍຊີວິດຂອງທ້າວຈອຣຈ ຟລອຍດ໌ (George Floyd)

ການໄຕ່ສວນຄະດີຂອງທ້າວ (Derek Chauvin) ໂຊວິນ, ເຈົ້າໜ້າທີ່ຕຳຫຼວດ ທີ່ຖືກກ່າວຫາໃນການເສຍຊີວິດຂອງທ້າວຈອຣຈ ຟລອຍດ໌ (George Floyd), ໄດ້ດໍາເນີນຕໍ່ໄປໃນວັນພຸດວານນີ້ ຢູ່ທີ່ລັດມິເນໂຊຕາຂອງສະຫະລັດໂດຍມີການໃຫ້ການຈາກຜູ້ເກັບເງິນທີ່ຮ້ານຂາຍເຄື່ອງຍ່ອຍທີ່ໄດ້ຂາຍຢາສູບໃຫ້ທ້າວຟລອຍດ໌ ໃນເວລາບໍ່ພໍເທົ່າໃດ ກ່ອນທີ່ລາວຈະປະເຊີນໜ້າກັນກັບທ້າວໂຊວິນນັ້ນ.

ທ້າວ ຄຣິສຕົບເຟີ ມາຕິນ (Christopher Martin) ໄດ້ເປັນພະຍານວ່າ ລາວໄດ້ຍອມຮັບເອົາເງິນປອມໃບ 20 ໂດລາ ຈາກທ້າວຟລອຍດ໌ ສຳລັບຄ່າຢາສູບເຖິງແມ່ນວ່າເງິນຈະຖືກຫັກອອກ ຈາກເງິນເດືອນຂອງລາວກໍຕາມ, ອີງຕາມນະ ໂຍບາຍຂອງຮ້ານ.

ຊາຍອາຍຸ 19 ປີ ຄົນນັ້ນກ່າວວ່າຫລັງຈາກບໍ່ແນ່ໃຈໃນການຕັດສິນໃຈຄັ້ງທີສອງຂອງລາວແລ້ວ, ລາວກໍໄດ້ແຈ້ງໃຫ້ຜູ້ຈັດການຮ້ານທີ່ບອກລາວ ໃຫ້ອອກໄປຂ້າງນອກ ແລະຂໍໃຫ້ທ້າວຟລອຍດ໌ ກັບຄືນເຂົ້າໄປຮ້ານອີກ.

ທ້າວມາຕິນກ່າວວ່າ“ ຖ້າຂ້ອຍພຽງແຕ່ບໍ່ຍອມຮັບເອົາເງິນໃບນັ້ນ, ເລື້ອງແນວນີ້ກໍອາດຈະຖືກຫລີກລ້ຽງໄດ້.”

ໂດຍໄດ້ຍິນສຽງຂອງຄົນທີ່ເຫັນການເຫດຄົນອື່ນໆ ສະແດງຄວາມຮູ້ສຶກອອກມາ ທ້ານມາຕິນກ່າວວ່າລາວຮູ້ສຶກ "ເປັນສິ່ງທີ່ບໍ່ມີໜ້າເຊື່ອ ແລະມີຄວາມຮູ້ສຶກຜິດ", ໃນຂະນະທີ່ລາວຢືນຢູ່ຂ້າງທາງເບິ່ງການຈັບກຸມທ້າວຟລອຍດ໌ຢູ່ນັ້ນ.

ທ້າວມາຕິນແມ່ນຢູ່ໃນຈໍານວນຫລາຍໆຄົນ ທີ່ໄດ້ໃຫ້ຄໍາໃຫ້ການກ່ຽວກັບຮູ້ສຶກຄວາມອຶດອັດ ແລະໂກດແຄ້ນເພາະພວກເຂົາເຈົ້າໄດ້ເຫັນທ້າວໂຊວິນເອົາຫົວ ເຂົ່າເໜັບລົງໃສ່ຄໍຂອງທ້າວຟລອຍດ໌ຢູ່ນອກຮ້ານຂາຍເຄື່ອງຍ່ອຍ ໃນເດືອນພຶດສະພາຜ່ານມາ.

ທ້າວໂຊວິນ ໄດ້ເອົາເຂົ່າເຕັງລົງດ້ານຫຼັງຂອງກ້ານຄໍທ້າວຟລອຍດ໌ ເປັນເວລາ 9 ນາທີ ແລະ 29 ວິນາທີ ໃນຂະນະທີ່ທ້າວຟລອຍດ໌ ຮ້ອງຂຶ້ນຊໍ້າແລ້ວຊໍ້າອີກວ່າ ລາວບໍ່ສາມາດຫາຍໃຈໄດ້.

ທ້າວໂຊວິນ ທີ່ເປັນຄົນຜິວຂາວ, ໄດ້ຖືກຫ້ອງການຕຳຫຼວດຂອງນະຄອນດັ່ງ ກ່າວ ປົດອອກຈາກໜ້າທີ່ ໃນມື້ຕໍ່ມາຫຼັງຈາກທ້າວຟລອຍດ໌, ຊາວອາເມຣິກັນເຊື້ອສາຍອາຟຣິກາ ໄດ້ເສຍຊີວິດໄປຢູ່ພາຍໃຕ້ການຄວບຄຸມນັ້ນ.

ເຈົ້າໜ້າທີ່ຄົນນີ້ ກໍາລັງປະເຊີນກັບຂໍ້ກ່າວຫາວ່າເປັນຄາດຕະກອນ ແລະທໍາການຄາດຕະກຳ ແລະໄດ້ຂໍຮ້ອງບໍ່ຍອມຮັບຜິດ.

ທະນາຍຄວາມຝ່າຍຈໍາເລີຍຂອງທ່ານໂຊວິນ ໄດ້ໃຫ້ຂໍ້ໂຕ້ແຍ້ງວ່າ ຕອນນັ້ນລາວກຳລັງເຮັດຕາມສິ່ງທີ່ລາວໄດ້ຝຶກມາ ແລະປັດໄຈອື່ນໆ ເຊັ່ນໂຣກຫົວໃຈ ແລະການໃຊ້ຢາເສບຕິດໄດ້ເຮັດໃຫ້ທ້າວຟລອຍດ໌ເສຍຊີວິດໄປ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG