ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ຊຸກຍູ້​ໃຫ້ຈີນ ກົດດັນ ທາງ​ດ້ານການ​ທູດ ​ແລະ​​ເສດຖະກິດ​ ຕໍ່ເກົາຫຼີ​ເໜືອ


Top Chinese, US officials kick off strategic talks in Washington
please wait

No media source currently available

0:00 0:02:00 0:00

ສະຫະລັດ ​ໄດ້​ຊຸກຍູ້​ໃຫ້ຈີນ ​ໃນ​ການເຈລະຈາ​ຂັ້ນ​ສູງ​ ດ້ານ​ຄວາມ​ໝັ້ນຄົງ ໃນ​ວັນ​ພຸດ
​ວານ​ນີ້ ເພີ່ມ​ຄວາມ​ກົນ​ດັນທາງ​ດ້ານການ​ທູດ ​ແລະເສດຖະກິດ​ຕໍ່ລະບອບ​ການ​
ປົກຄອງຜະ​ເດັດ​ການ​ຂອງ Kim Jong Un ​ໃນ​ເກົາຫຼີ​ເໜືອ ​ແຕ່​ພວກ​ນັກວິ​ເຄາະ​ດ້ານ
​ການ​ປ້ອງ​ກັນ​ປະ​ເທດ ​ໄດ້​ກ່າວ​ວ່າ ວໍ​ຊີງ​ຕັນ ອາດ​ຈະ​ຫຼຸດ​ຄວາມ​ຄາດ​ຫວັງຂອງ​ຕົນລົງ
ຍ້ອນປັກ​ກິ່ງ​ມີ​ສາຍ​ພົວພັນດ້ານ​ຍຸດ​ທະ​ສາດ​ກັບ​ພຽງ​ຢາງ.

​ທ່ານ Rex Tillerson ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ​ໄດ້​ກ່າວວ່າ “ຈີນ​
ເຂົ້າ​ໃຈ​ດີວ່າ ສະຫະລັດຖື​ວ່າເກົາຫຼີ​ເໜືອເປັນ​ໄພ​ຂົ່ມຂູ່​ດ້ານ​ຄວາມ​ປອດ​ໄພທີ່​
ຮ້າຍ​ແຮງ​ສຸດ”
​ແລະ​ທ່ານ​ຍັງ​ກ່າວ​ຕໍ່​ໄປ​ວ່າ “ພວກ​ເຮົາ​ຂໍ​ກ່າວ​ຢ້ຳ ​ກັບ​ຈີນວ່າ ​ພວກ​
ເຂົາ​ເ​ຈົ້າມີ​ຄວາມ​ຮັບຜິດຊອບ ທີ່​ຈະເພີ່ມ​ຄວາມ​ກົດ​ດັນ​ທາງ​ດ້ານ​ເສດຖະກິດ​ ​
ແລະ​ດ້ານ​ການ​ທູດຕື່ມ​ຂຶ້ນ ຕໍ່​ອຳນາດ​ການ​ປົກຄອງ​ນີ້ ຖ້າ​ຫາກ​ວ່າ​ພວກ​ເຂົາ​ເຈົ້າ​
ຕ້ອງການ​ ທີ່​ຈະ​ປ້ອງ​ກັນ​ບໍ່​ໃຫ້​ມີຄວາມ​ເຄັ່ງ​ຕຶງ​ເພີ່ມ​ທະວີ​ຂຶ້ນຢູ່​ໃນ​ຂົງ​ເຂດ.”

“ບໍ່​ວ່າ​ ຈະ​ແມ່ນ​ເລື່ອງ​ການ​ຟອກ​ເງິນ ການ​ບັງຄັບ​ຂູ່​ເຂັນ​ຊາວ​ເກົາຫຼີ​ເໜືອ ​ທີ່​ອົບ​
ພະຍົບຫລົບ​ໜີ​ໄປ​ຢູ່​ຕ່າງປະ​ເທດ ຫຼື​ກິດຈະກຳ​ທີ່​ບໍ່​ດີ​ທາງ​ອິນ​ເຕີ​ແນັດ ​ຊຶ່ງເກົາຫຼີ​ເໜືອ ​
ໄດ້​ມີ​ສ່ວນພົວພັນ ​ໃນ​ການປະກອບ​ທຸລະ​ກິດ​ທີ່ຜິດ​ກົດໝາຍ ທີ່​ຊ່ອຍໃນ​ການ​ລະດົມ
​ທຶນໃນ​ໂຄງການ​ສ້າງ​ອາ​ວຸດ​ຕ່າງໆ,”
ນັ້ນຄື​ຄຳ​ເວົ້າຂອງຫົວໜ້າ​ນັກ​ການ​ທູດ​ສະຫະລັດ
ຊຶ່ງກ່າວ​ເພີ່ມຕື່ມ “ພວກ​ເຮົາ​ຕ້ອງ​ເພີ່ມ​ຄວາມ​ພະຍາຍາມ​ທີ່​ຈະ​ຊ່ອຍ​ກຳຈັດ​ແຫ​ລ່ງ
ທີ່​ມາ​ຂອງ​ລາຍ​ໄດ້​ເຫລົ່າ​ນີ້.”

ເກົາຫຼີ​ເໜືອ ​ແມ່ນ​ຫົວ​ຂໍ້ສຳຄັນ​ສຸດ ທີ່ໄດ້​ຖືກນຳ​ຂຶ້ນ​ມາ​ໂອ້​ລົມ​ກັນໃນ​ພົບ​ປະ​ເມື່ອວັນ​ພຸດ
​ວານ​ນີ້ ຫຼັງ​ຈາກ​ທີ່​ນັກ​ສຶກສາ​ອາ​ເມຣິກັນຄົນ​ນຶ່ງ ທີ່​ໄດ້​ຖືກ​ຄຸ​ມຂັງ ​ໂດຍ​ປະ​ເທດ​ຄອມ​ມຸຍ
ນິສດັ່ງກ່າວ ​ໄດ້​ເສຍ​ຊີວິດ ​ໃນ​ສັບປະດາ​ນີ້ ຫຼັງ​ຈາກ​ທີ່​ລາວ​ໄດ້ຖືກ​ສົ່ງກັບ​ຄືນ​ມາ​ຫາ​ຄອບ
ຄົວ​ຂອງ​ລາວ​ແລ້ວ.

ການເຈລະຈາ​ທາງດ້ານ​ການ​ທູດ ​ແລະ​ດ້ານຄວາມ​ໝັ້ນຄົງຮອບ​ທຳ​ອິດ ລະຫວ່າງ​
ສະຫະລັດ ກັບ​ຈີນ ​ແມ່ນ​ທ່ານ Tillerson ​ແລະ​ທ່ານ Jim Mattis ລັດຖະມົນຕີ​ປ້ອງ
​ກັນປະ​ເທດຈາກຝ່າຍ​ສະຫະລັດ ພົບ​ປະ​ກັບທ່ານ Yang Jiechi ​ທີ່​ປຶກສາ​ພິ​ເສດ​ຂອງ​ລັດຖະບານຈີນ ​ແລະນາຍ​ພົນ Fang Fenghui ​ເສນາ​ທິການ​ຂອງ​ກອງທັບ​ປົດ​ປ່ອຍ
ປະຊາຊົນ​ຈີນ.

ປະທານາທິບໍດີ​ສະຫະລັດ ທ່ານ ດໍ​ໂນ​ລ ທຣຳ ​ໄດ້​ກ່າວ​ຊົມ​ເຊີຍ​ຈີນ ​ໃນການ​ດຳ​ເນີນ
ຄວາມ​ພະຍາຍາມຜ່ານ​ມາ ​ເພື່ອ​ຫາ​ທາງ​ຄວບ​ຄຸມເກົາຫຼີ​ເໜືອ​ ແຕ່​ທ່ານ​ໄດ້ຮັບ​ຮູ້ໃນ
​ການ​ຂຽນຂໍ້ຄວາມ​ລົງ​ໃນ Twitter ​ໃນ​ວັນ​ພຸດ​ວານ​ນີ້ ວ່າ ຄວາມ​ພະຍາ​ມທັງຫຼາຍ​ນັ້ນ
​ແມ່ນ​ບໍ່​ປະສົບຜົນ​ສຳເລັດ ຕາມ​ທີ່​ຕ້ອງການ. ການ​ໃຫ້ຄຳ​ເຫັນ​ຂອງ​ທ່ານ ​ມີ​ຂຶ້ນ ຫຼັງ​
ຈາກການເສຍ​ຊີວິດ​ຂອງທ້າວ Otto Warmbier ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ຜູ້​ຊຶ່ງ​ຢູ່​ໃນ​
ໄວ 22 ປີຫລັງ​ຈາກ​ໄດ້​ຖືກ​ສົ່ງ​ກັບຄືນ ໃຫ້​ແກ່​ສະຫະລັດ ​ໃນສະພາບທີ່ສະຫຼົບ​ສະ​ໄຫຼ ​
ແບບ​ບໍ່​ຮູ້​ເມື່ອ​ຄີງ ຫຼັງຈາກ​ທີ່​ລາວ​ໄດ້​ຖືກ​ຄຸມ​ຂັງ​ມາ​ໄດ້​ເກືອບ 18 ​ເດືອນ ​ໂດຍ​ເກົາຫຼີ​
ເໜືອ ​ໃນ​ຂໍ້​ຫາ​ພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ນັກສຶກສາຊາວອາເມຣິກັນ ທ້າວ Otto Warmbier, ກາງ, ໄດ້ຖືກຄຸມຕົວ ໄປຍັງສານສູງສຸດໃນພຽງຢາງ, ເກົາຫຼີເໜືອ, 16 ມີນາ, 2016.
ນັກສຶກສາຊາວອາເມຣິກັນ ທ້າວ Otto Warmbier, ກາງ, ໄດ້ຖືກຄຸມຕົວ ໄປຍັງສານສູງສຸດໃນພຽງຢາງ, ເກົາຫຼີເໜືອ, 16 ມີນາ, 2016.

XS
SM
MD
LG