ສະຫະລັດໄດ້ປະກາດ ໃນວັນພະຫັດວານນີ້ ໃຫ້ເງິນລາງວັນເຖິງ 5 ລ້ານໂດລາເພື່ອໃຫ້ຂໍ້ມູນກ່ຽວກັບ ຄົນຊັນຊາດສິງກະໂປ ຜູ້ທີ່ເຈົ້າໜ້າທີ່ກ່າວວ່າ ໄດ້ສະໜອງການບໍລິການໃຫ້ແກ່ເກົາຫຼີເໜືອ ເພື່ອເຮັດໃຫ້ ໂຄງການນິວເຄລຍຂອງພຽງຢາງທີ່ໄດ້ຖືກວາງມາດຕະການລົງໂທດນັ້ນ ດຳເນີນງານໄດ້.
ທ້າວເວັກ ຄີ ເສັງ (Kwek Kee Seng) ຖືກກ່າວຫາວ່າ ມີສ່ວນພົວພັນໃນການວາງແຜນຢ່າງແນບນຽນ ເພື່ອຫລີກລ່ຽງມາດຕະການລົງໂທດ ຂອງສະຫະລັດແລະອົງການສະຫະປະຊາຊາດ ໂດຍລັກລອບຂົນສົ່ງ ນ້ຳມັນເຊື້ອໄຟໄປໃຫ້ເກົາຫຼີເໜືອ ຜ່ານບໍລິສັດຂົນສົ່ງ ຊື່ວ່າ Swansea Port Services (S) Pte Ltd..
ໃນການລະເມີດກົດໝາຍຂອງສະຫະລັດ ທ້າວເວັກ ຄີ ເສັງ “ໄດ້ຈັດແຈ້ງການນຳສົ່ງສິນຄ້າປະເພດນ້ຳມັນໂດຍກົງ ໃຫ້ແກ່ສາທາລະນະລັດປະຊາທິປະໄຕປະ ຊາຊົນເກົາຫຼີ ຫຼື ສປປ ເກົາຫຼີ ພ້ອມດ້ວຍການຖ່າຍໂອນນ້ຳມັນເຊື້ອໄຟ ແບບ ກຳປັ່ນຕໍ່ກຳປັ່ນ ຊຶ່ງຈຸດໝາຍປາຍທາງແມ່ນສຳລັບ ສປປ ເກົາຫຼີ ໂດຍນຳໃຊ້ກຳປັ່ນບັນທຸກນ້ຳມັນຂອງຜູ້ກ່ຽວ” ດັ່ງທ່ານພອລ ຮີວສຕັນ (Paul Houston) ໄດ້ກ່າວ ຊຶ່ງທ່ານເປັນຮອງລັດຖະມົນຕີຊ່ວຍວ່າ ການກະຊວງ ຕ່າງປະເທດສະຫະລັດ ຮັບຜິດຊອບການຮັກສາ ຄວາມປອດໄພທາງການທູດ.
ການປະກາດໃຫ້ລາງເງິນວັນ ເພື່ອຄວາມຍຸຕິທຳຂອງວັນ ພະຫັດ ເປັນສ່ວນນຶ່ງໃນຄວາມພະຍາຍາມຂອງວໍຊິງຕັນ ເພື່ອລົບກວນເຄື່ອງມືທາງດ້ານການເງິນຂອງບຸກຄົນໃດໆ ທີ່ໄດ້ໄປພົວພັນໃນກິດຈະການທີ່ຜິດກົດໝາຍ ທີ່ໃຫ້ການສະ ໜັບສະໜູນ ໂຄງການແຜ່ຜາຍອາວຸດຂອງເກົາຫຼີເໜືອ, ການຟອກເງິນ ແລະປະຕິບັດການທາງດ້ານໄຊເບີ ທີ່ສະເພາະເຈາະຈົງໃດນຶ່ງ.
ຄວາມພະຍາຍາມຂອງສະຫະລັດ ເພື່ອຫລຸດຜ່ອນກິດຈະກຳທີ່ຜິດກົດໝາຍຂອງເກົາຫຼີເໜືອມີຂຶ້ນ ທ່າມກາງການຍິງລູກສອນໄຟທີ່ບໍ່ເຄີຍມີມາກ່ອນຂອງພຽງຢາງ ແລະເພີ້ມທະວີການຂົ່ມຂູ່ດ້ານນິວເຄລຍ.
ທ່ານກອນຊາໂລ ຊົວເຣສ (Gonzalo Suarez) ຮອງລັດຖະມົນຕີຊ່ວຍວ່າ ການກະຊວງຕ່າງປະເທດ ຮັບຜິດຊອບການຮັກສາຄວາມປອດໄພແລະການຫ້າມແຜ່ຜາຍອາວຸດລະຫວ່າງປະເທດ ໄດ້ກ່າວວ່າ “ສາທາລະນະລັດປະຊາທິປະໄຕ ປະຊາຊົນເກົາຫຼີ ເປັນປະເທດທີ່ມີຄວາມເປັນຫ່ວງຢ່າງຍິ່ງ ເມື່ອເວົ້າ ເຖິງເລື້ອງການແຜ່ຜາຍອາວຸດ.”
ທ່ານຊົວເຣສ ໄດ້ກ່າວຕື່ມວ່າ “ມາເຖິງຕອນເຊົ້າມື້ນີ້ ເກົາຫຼີເໜືອ ໄດ້ຍິງລູກສອນໄຟຂີປະນາວຸດເກີນກວ່າ 50 ລູກແລ້ວ ລວມທັງລູກສອນໄຟຂີປະນາວຸດຂ້າມທະວີບ 6 ລູກ ແລະພວກເຮົາປະເມີນວ່າ ປະເທດດັ່ງກ່າວຍັງໄດ້ກະກຽມ ທີ່ຈະທຳການທົດລອງນິວເຄລຍອີກ”