ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ສະເໜີໃຫ້ເງິນ ລາງວັນ 10 ລ້ານໂດລາ ສຳລັບ ຂໍ້ມູນ ກ່ຽວກັບ ດ້ານການເງິນ ຂອງ ກຸ່ມເຮດສ໌ໂບລາ


ພວກນັກລົບຂອງເຮດສ໌ໂບລາ ກຳລັງພາກັນເດີນສວນສະໜາມ ຢູ່ໃນພາກໃຕ້ຂອງຊານເມືອງເບຣູດຕ໌, ປະເທດເລບານອນ, ວັນທີ 12 ພະຈິກ 2010.
ພວກນັກລົບຂອງເຮດສ໌ໂບລາ ກຳລັງພາກັນເດີນສວນສະໜາມ ຢູ່ໃນພາກໃຕ້ຂອງຊານເມືອງເບຣູດຕ໌, ປະເທດເລບານອນ, ວັນທີ 12 ພະຈິກ 2010.

ສະຫະລັດ ກຳລັງສະເໜີ ໃຫ້ເງິນລາງວັນ ຫຼາຍເຖິງ 10 ລ້ານໂດລາ ສຳລັບຂໍ້ມູນ ທີ່ຈະ
ນຳໄປສູ່ ການລົບກວນດ້ານການເງິນ ຂອງອົງການຫົວຮຸນແຮງ ເຮດສ໌ໂບລາ ຂອງ
ເລບານອນ.

ກະຊວງການຕ່າງປະເທດ ໄດ້ປະກາດ ການໃຫ້ລາງວັນດັ່ງກ່າວ ໃນວັນຈັນວານນີ້
ໂດຍກ່າວວ່າ ຕົນ ຈະຈ່າຍໃຫ້ພວກຄົນ ຜູ້ທີ່ໃຫ້ຂໍ້ມູນ ກ່ຽວກັບ ພວກຜູ້ບໍລິຈາກລາຍ
ໃຫຍ່ ຂອງເຮດສ໌ໂບລາ ແລະພວກນັກການເງິນ ພ້ອມທັງພວກນັກທຸລະກິດ ທີ່ໃຫ້
ການສະໜັບສະໜຸນອົງການນີ້ ແລະ ພວກທະນາຄານ ທີ່ອຳນວຍຄວາມສະດວກ
ໃຫ້ແກ່ການໂອນແລະຖອນເງິນ ຂອງກຸ່ມດັ່ງກ່າວນີ້.

ການຈ່າຍເງິນລາງວັນ ຈະເຮັດໂດຍ ກະຊວງການຕ່າງປະເທດ ຜ່ານ ໂຄງການ ທີ່
ເອີ້ນວ່າ “Rewards for Justice ຫຼື ລາງວັນເພື່ອຄວາມຍຸຕິທຳ” ຊຶ່ງຈົນເຖິງ
ເວລານີ້ ໄດ້ເພັ່ງເລັງໃສ່ໃນເລື້ອງຂອງການສະເໜີໃຫ້ລາງວັນເປັນເງິນສົດ ສຳລັບ
ຂໍ້ມູນທີ່ນຳໄປສູ່ ການຈັບກຸມພວກກໍ່ການຮ້າຍທີ່ທາງການຕ້ອງການຕົວ.

ກຸ່ມເຮດສ໌ໂບລາ ໄດ້ຖືກລະບຸ ໃຫ້ເປັນອົງການກໍ່ການຮ້າຍຕ່າງປະເທດ ໂດຍກະຊວງ
ການຕ່າງປະເທດ ໃນປີ 1997 ເປັນຕົ້ນມາ.

ສ່ວນກຸ່ມຊີໄອ ທີ່ໜຸນຫຼັງໂດຍອີຣ່ານ ເມື່ອບໍ່ດົນມານີ້ ໄດ້ມີອິດທິພົນຕໍ່ລັດຖະບານ
ຂອງເລບານອນ ຫຼາຍຂຶ້ນ. ກຸ່ມນີ້ ຍັງມີອິດທິພົນ ຢູ່ໃນຂົງເຂດ ຫຼາຍຂຶ້ນນັບມື້ ລວມທັງ
ການສົ່ງພວກນັກລົບໄປຍັງຊີເຣຍ ຕະຫຼອດເຖິງ ການສະໜັບສະໜຸນ ປະທານາທິບໍດີ
ບາຊາຣ ອາຊາດ ນຳ.

ກະຊວງການຕ່າງປະເທດສະຫະລັດ ໄດ້ກ່າວວ່າ ໂຄງການ Rewards for Justice
ຫຼື ລາງວັນເພື່ອຄວາມຍຸຕິທຳ ໄດ້ຈ່າຍເງິນໄປແລ້ວ ຫຼາຍກວ່າ 150 ລ້ານໂດລາ ໃຫ້
ແກ່ພວກຄົນ ຫຼາຍກວ່າ 100 ຄົນ ທີ່ໃຫ້ຂໍ້ມູນ ທີ່ໄດ້ຊ່ອຍໃຫ້ ນຳເອົາພວກກໍ່ການຮ້າຍ
ທັງຫຼາຍ ມາລົງໂທດຕາມກົດໝາຍ ຫຼື ໄດ້ປ້ອງກັນບໍ່ໃຫ້ເກີດການກໍ່ການຮ້າຍ.
ໂຄງການນີ້ ໄດ້ເລີ້ມຕົ້ນຂຶ້ນ ໃນປີ 1984.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG