ສະຫະລັດກ່າວວ່າ ຕົນກຽມພ້ອມທີ່ຈະໃຫ້ເງິນທຶນສົມທົບ
ເຂົ້າໃນຄວາມພະຍາຍາມ ເພື່ອຊ່ວຍສ້າງສະຖຽນລະພາບ
ແລະປະຊາທິປະໄຕ ຢູ່ໃນສາທາລະນະລັດປະຊາທິປະໄຕ
ຄອງໂກນັ້ນ ແຕ່ກໍຕ້ອງການຄວາມໝັ້ນໃຈວ່າ ປະທານາທິ
ບໍດີ Joseph Kabila ຈະລາອອກ ເວລາສະໄໝດຳລົງ
ຕຳແໜ່ງຂອງທ່ານສິ້ນສຸດລົງ.
ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ ໄດ້
ທຳການພົບປະເປັນການສ່ວນຕົວກັບປະທານາທິບໍດີ Kabila
ໃນວັນອາທິດມື້ນີ້ທີ່ນະຄອນຫຼວງ Kinshasa ເພື່ອຊຸກຍູ້ໃຫ້
ທ່ານ Kabila ປະຕິບັດຕາມລັດຖະທຳມະນູນໃນການເລືອກ
ຕັ້ງທີ່ຈະມີຂຶ້ນຕໍ່ໜ້ານີ້ ຊຶ່ງຈະເກືອດຫ້າມບໍ່ໃຫ້ປະທານາທິບໍດີເຂົ້າແຂ່ງຂັນເປັນສະໄໝ
ທີສາມລຽນຕິດ ໃນປີ 2016 ນັ້ນ. ບໍ່ໄດ້ເປັນທີ່ຈະແຈ້ງເທື່ອວ່າ ປະທາທິບໍດີໄດ້ຕົກລົງ
ຫຼືບໍ?
ທ່ານ Kerry ກ່າວວ່າ ສະຫະລັດໄດ້ໃຫ້ຮັບປາກ ຈະໃຫ້ເງິນຊ່ອຍເຫຼືອຈຳນວນ 30 ລ້ານ
ໂດລາ ສຳລັບການເລືອກຕັ້ງທີ່ດຳເນີນໄປຢ່າງ "ໂປ່ງໃສແລະໜ້າເຊື່ອຖືໄດ້” ໃນຄອງໂກ.
ປະມວນພາບ ທ່ານແຄຣີ ຢ້ຽມຢາມອາຟຣິກາ:
ທ່ານ Kerry ໄດ້ກ່່າວຍ້ອງຍໍການດຳເນີນງານ ຂອງລັດຖະບານປະທານາທິບໍດີ Kabila
ເພື່ອຕໍ່ສູ້ກັບພວກທະຫານບ້ານຊົນເຜົ່າ ໃນບັນດາແຂວງຕ່າງໆໃນຂົງເຂດ Kivu ທາງ
ພາກຕາເວັນອອກແລະກ່າວວ່າ ລັດຖະບານປະທານາທິບໍດີໂອບາມາ ຈະສືບຕໍ່ໃຫ້
ການຊ່ອຍເຫຼືອເພື່ອປັບປຸງມາດຕະຖານການຄອງຊີບຂອງປະຊາຊົນໃຫ້ດີຂຶ້ນຢູ່ທີ່ນັ້ນ.
ທ່ານ Kerry ເດີນທາງໄປຮອດນະຄອນຫຼວງ ຂອງສາທາລະນະລັດປະຊາທິປະໄຕຄອງ
ໂກ ໃນວັນເສົາວານນີ້ ບ່ອນທີ່ທ່ານໄດ້ສະແດງຄວາມຍິນດີນຳຂ່າວ ການປ່ອຍໂຕພວກ
ນັກສັງເກດການນາໆຊາດ ທີ່ໄດ້ຖືກພວກແບ່ງແຍກນິຍົມຣັດເຊຍ ໃນພາກຕາເວັນອອກ
ຂອງຢູເຄຣນ ກັກໂຕມາໄດ້ອາທິດປາຍນັ້ນ.
ພວກນັກສັງເກດການໃນຢູເຄຣນ ຖືກປ່ອຍໂຕ:

ລມຕ ຕ່າງປະເທດ John Kerry ຢ້ຽມຢາມ ອາຟຣິກາ
1/5
South Sudan's President Salva Kiir, right, chats with U.S. Secretary of State John Kerry as he greets Kerry at the president's office in Juba, South Sudan, May 2, 2014.
2/5
U.S. Sec. of State John Kerry, right, meets with Olusegun Obasanjo, chairman of the African Union's South Sudan Commission of Inquiry, in Addis Ababa, Ethiopia, May 2, 2014.
3/5
U.S. Sec. of State John Kerry, left, talks with the crew of a U.S. Air Force C-17 military airplane prior to departure from Addis Ababa, Ethiopia, enroute to Juba, South Sudan, May 2, 2014.
Previous slide
Next slide