ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກ​ປະ​ທ້ວງ ຕະຫຼາດຄ້າ​ຮຸ້ນ ຫລາຍສິບຄົນ ຖືກຈັບ (ວີດີໂອກັບສະໄລດ໌)


ພວກ​ປະ​ທ້ວງ​​ຕໍ່ຕ້ານຕະຫຼາດຄ້າ​ຮຸ້ນ​ຫຼື Occupy Wall Street
ພວກ​ປະ​ທ້ວງ​​ຕໍ່ຕ້ານຕະຫຼາດຄ້າ​ຮຸ້ນ​ຫຼື Occupy Wall Street
ພວກ​ປະ​ທ້ວງຕໍ່ຕ້ານຕະຫຼາດຄ້າ​ຮຸ້ນ​ຫຼື Occupy Wall Street
ຫລາຍສິບ​ຄົນ​ໄດ້​ຖືກ​ຈັບ ຢູ່ໃກ້ໆ​ກັບ​ຕະຫຼາດຮຸ້​ນນະຄ​ອນ​
ນິວຢອກ ​ໃນ​ຂະນະ​ທີ່​ມີ​ການປະ​ທ້ວງ​ຄົບຮອບ​ນຶ່ງ​ປີ​ຂອງ
ຂະ​ບວນການ​ດັ່ງກ່າວ​.

ຫລາຍ​ຮ້ອຍ​ຄົນ​ພາກັນ​ເຕົ້າ​ໂຮມ​ກັນ​ຢູ່ໃນ​ເຂດໃຈກາງ ຄຸ້ມ​ການ​ເງິນ​ຂອງນ​ະຄອນ​ນິວຢອກ​ ໃນວັນ​ຈັນວານ​ນີ້. ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ໄດ້​ຈັບກຸມພວກ​ປະ​ທ້ວງ​ຈຸ​ນຶ່ງ ທີ່​ພາກັນ​ນັ່ງ​ລົງ​ຢູ່​ຂ້າງ​ຖະໜົນ ​ທາງ​ເຂົ້າຕະຫຼາດຄ້າ​ຮຸ້ນ.

ພວກ​ປະ​ທ້ວງ​ຕະຫຼາດຮຸ້ນ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ສະໜັບ
ສະໜູນເຕົ້າ​ໂຮມ​ກັນ​ຢູ່​ນອກຕະຫຼາດຄ້າ​ຮຸ້ນແລະ​ລົບ​ກວນ​
ການ​ສັນຈອນ​ໄປມາ​ຢູ່​ໃນ​ເຂດ​ດັ່ງກ່າວ. ບັນດາ​ຜູ້​ນໍາພາ​ການ
ປະທ້ວງ​ກ່າວ​ວ່າ ການ​ປະ​ທ້ວງ​ທີ່​ວ່າ​ນີ້​ ​ຈັດ​ຂຶ້ນ​ເພື່ອສ້າງຄວາມ​ກ້າວໜ້າ​ໃຫ້​ແກ່​ເປົ້າໝາຍ ​“ເພື່ອ​ໃຫ້​ໂລກ​ມີ​ຄວາມ​ຍຸຕິ​ທຳແລະ​ໝັ້ນຄົງ​."



ຂະ​ບວນການພວກ​ປະ​ທ້ວງຕໍ່ຕ້ານ Wall Street ​ໄດ້ເລີ້ມ​ຂື້ນ​ມາເມື່ອ​ນຶ່ງ​ປີກ່ອນ ​ໃນ​ຂະນະ​ທີ່​ການ​ປະ​ທ້ວງ​ຕໍ່​ອັນທີ່​ຮ້ອງ​ວ່າ ​ເປັນຄວາມ​ເຫັນ​ແກ່​ໂຕ​ຂອງ​ລະບົບ​ບໍລິສັດ ​ແລະ
ຄວາມ​ບໍ່​ສະ​ເໝີ​ພາບ​ທາງ​ດ້ານ​ເສດຖະກິດ ຢູ່​ໃນ​ສະຫະລັດ.

ບັນດາ​ນັກເຄື່ອນ​ໄຫວ​ໄດ້ເລີ້ມການ​ປະ​ທ້ວງ​ຂອງ​ເຂົາ​ເຈົ້າ​ໃນວັນ​ທີ່ 17 ເດືອນ ກັນຍາ ປີ​ກາ​ຍນີ້ ​ແລະ​ໄດ້ຕັ້ງຄ້າຍ​ຢູ່​ໃກ້​ສວນສາທາລະນະ​ ແລະເພື່ອສົນທະນາ​ການ​ພະຍາຍາມ​ຂອງ​ເຂົາ​ເຈົ້າ. ການເຄື່ອນ​ໄຫວ​ດັ່ງກ່າວ​ແມ່ນ​ໄດ້​ເກີດ​ຂຶ້ນ​ຊໍ້າ ອີກ​ຢູ່ຕາມ​ຫົວ​ເມືອງ​ຕ່າງໆ​ໃນທົ່ວ​ປະ​ເທດ ຮວມ​ທັງ ວໍ​ຊິງ​ຕັນ ​ແລະ ​ເມືອງ​ອົກ​ແລນ.

ພວກ​ປະ​ທ້ວງ ​ໄດ້​ຊຸກ​ຍູ້​ໃຫ້​ມີການ​ປະຕິ​ຮູບ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ຮວມ​ທັງ​ທະນາຄານ ​ການ​ໃຫ້ເງິນ​ສະໜັບສະໜຸນ​ໃນການ​ຫາ​ສຽງ​ ​ແລະບັນຫາ​ສິ່ງ​ແວດ​ລ້ອມ.

XS
SM
MD
LG