ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ລະນຶກເຖິງ ວັນຄົບຮອບ ການໂຈມຕີ ທ່າເຮືອ Peal Habor


ກໍ່າປັ່ນລົບ USS Nevada ຖືກຝູງບິນຍີ່ປຸ່ນ ໂຈມຕີ ໃນວັນອາທິດ ທີ 7 ເດືອນທັນວາ ປີ 1941 ທີ່ທ່າເຮືອ Pearl Habor ລັດຮາວາຍ
ກໍ່າປັ່ນລົບ USS Nevada ຖືກຝູງບິນຍີ່ປຸ່ນ ໂຈມຕີ ໃນວັນອາທິດ ທີ 7 ເດືອນທັນວາ ປີ 1941 ທີ່ທ່າເຮືອ Pearl Habor ລັດຮາວາຍ
ວັນ​ທີ 7 ທັນວາ ​ມື້ນີ້ ເປັນ​ຂີດ​ໝາຍ​ວັນຄົບ​ຮອບ ​ໃນ​ການ​ໂຈມ​ຕີ​
ຂອງຍີ່ປຸ່ນ ຕໍ່​ຖານ​ທັບເຮືອສະຫະລັດທີ່​ອ່າວ Peal Habor ​ໃນ
ລັດຮາວາຍ​ເມື່ອ 72 ປີ​ກ່ອນ.

​ຫຼາຍ​ພັນ​ຄົນ​ໄປ​ເຕົ້າ​ໂຮມ​ກັນ​ຢູ່ອ່າວ Peal Habor ທຸກໆ​ປີ​ເພື່ອ
​ລະນຶກ​ເຖິງວັນ​ຄົບຮອບການ​ໂຈມ​ຕີໃນ​ປີ 1941 ທີ່ໄດ້​ແກ່​ດຶງ​ເອົາ
ສະຫະລັດ ​ເຂົ້າ​ສູ່ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ.

ກອງທັບ​ເຮືອ ​ແລະ​ສວນ​ອຸ​ດທະຍານ​ແຫ່ງ​ຊາດ ​ເປັນ​ເຈົ້າພາບ​ຮ່ວມກັນ ຈັດ​ພິທີ ​ໃນ​ວັນ​ເສົາ​ມື້ນີ້ ທີ່​ເປີດ​ໃຫ້​ປະຊາຊົນ​ເຂົ້າຮ່ວມ ​ແລະຈະ​ຮວມ​ທັງ​ບັນດາ​ຜູ້​ອະ​ວຸ​ໂສ​ຫລາຍ​ສິບ​ຄົນ ທີ່​ລອດ​ຊີວິດ ​ຈາກ​ການ​ໂຈມ​ຕີດັ່ງກ່າວ.

​ໃນ​ຕອນ​ເຊົ້າ​ຂອງ​ວັນ​ອາທິດ ທີ 7 ​ເດືອນ​ທັນ​ວາ ​ປີ 1941 ຖານ​ທັບບົກ ​ແລະ​ທະຫານ​ເຮືອ ຂອງສະຫະລັດ ທີ່ອ່າວ Peral Habor ​ໄດ້​ຖືກ​ໂຈມ​ຕີ ໂດຍ​ຝູງ​ບິນຂອງກອງທັບ​ ເຮືອພະ​ເຈົ້າຈັກກະພັດຍີ່ປຸ່ນ. ມີ​ຊາວອາ​ເມຣິກັນ ຫລາຍ​ກວ່າ 2000 ຄົນ​ໄດ້​ເສຍ​ຊີວິດແລະ​ຫລາຍ​ກວ່າ 1000 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ການ ​ໂຈມ​ຕີ​ດັ່ງກ່າວ​ນີ້.
XS
SM
MD
LG