ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໂອບາມາ ຮຽກຮ້ອງ ໃຫ້ຊາວ ອາເມຣິກັນ ຊ່ວຍເຫຼືອຄອບຄົວ ທະຫານທີ່ເສຍຊີວິດ ໃນສົງຄາມ


ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ລະນຶກເຖິງຜູ້ທີ່ໄດ້ເສຍຊີວິດໃນ ປາງສົງຄາມ​ຕ່າງໆຂອງປະເທດ ໃນວັນໄວ້ອາໄລ ຫຼື Memorial day ໃນວັນຈັນວານນີ້, ທ່ານໄດ້ຮຽກຮ້ອງໃຫ້ຊາວ ອາເມຣິກັນ ທັງຫຼາຍຊ່ວຍເຫຼືອບັນຄອບຄົວຂອງທະຫານຜູ້ທີ່ ໄດ້ເສຍຊີວິດນັ້ນ.

ທ່ານ ໂອບາມາ ໄດ້ກ່າວທີ່ສຸສານແຫ່ງຊາດ Arlington ຢູ່ນອກນະຄອນຫຼວງ ວໍຊິງຕັນ ບ່ອນທີ່ທ່ານໄດ້ວາງພວງມາລາທີ່ຂຸມຝັງສົບຂອງທະຫານນິລະນາມ​ຫລືຜູ້ທີ່ບໍ່ສາມາດລະ ບຸຊື່ໄດ້ວ່າ “ປະເທດຊາດໜຶ່ງບໍ່ສາມາດເປີດເຜີຍຕົນເອງໄດ້ ໂດຍປະຊາຊົນທີ່ໄດ້ກຳ ເນີດມາພຽງເທົ່ານັ້ນ, ແຕ່ມັນສາມາດຖືກເປີດເຜີຍໄດ້ໂດຍຄົນຜູ້ທີ່ລະນຶກເຖິງມັນ. ພວກເຮົາບໍ່ພຽງແຕ່ຊັກທຸງຂຶ້ນສູ່ງປາຍ​ເສົາເທົ່ານັ້ນ, ແຕ່ພວກເຮົາຍົກສູງເພື່ອນບ້ານ ຂອງພວກເຮົາ, ບໍ່ພຽງແຕ່ຢືນສະຫງົບ​ສະຕິ​ອາລົມເທົ່ານັ້ນ ແຕ່ປະຕິບັດມັນໃນຊີວິດ ຂອງພວກເຮົາເອງ ເຊິ່ງແມ່ນອຸດົມຄະຕິແຫ່ງການໃຫ້ໂອກາດ ແລະ ເສລີພາບ ແລະ ຄວາມເທົ່າທຽມທີ່ພວກເຂົາເຈົ້າໄດ້ຕໍ່ສູ້ເພື່ອມັນ.”

ໃນພິທີໄວ້ອາໄລເປັນຄັ້ງສຸດທ້າຍຂອງທ່ານ ກ່ອນໝົດກຳນົດການດຳລົງຕຳແໜ່ງໃນ ເດືອນມັງກອນປີໜ້ານີ້, ທ່ານ ໂອບາມາ ໄດ້ອະທິບາຍວ່າ ປະຊາຊົນ ອາເມຣິກັນ ໜ້ອຍ ກວ່າ 1 ເປີເຊັນແມ່ນຮັບໃຊ້ໜ້າທີ່ຢູ່ໃນກອງທັບ, ໝາຍຄວາມວ່າປະຊາຊົນຫຼາຍຄົນບໍ່ຮູ້ ວ່າປະຈຸບັນນີ້ມີໃຜແດ່ທີ່ກຳລັງຮັບໃຊ້ໜ້າທີ່ຢູ່ໃນກອງທັບ ສະຫະລັດ.

ທ່ານໄດ້ກ່າວວ່າເຈົ້າໜ້າທີ່ກອງທັບ ສະຫະລັດ ຫຼາຍກວ່າ 20 ຄົນໄດ້ຖືກຂ້າຕາຍໃນປະ ເທດ ອັຟການິສຖານ ແລະ ອີີຣັກ ໃນປີທີ່ຜ່ານມາ ແລະ ໄດ້ກ່າວເຖິງປະຫວັດສາດຂອງ ຊີວິດຂອງພວກເຂົາເຈົ້າ 3 ຄົນ ກ່ອນ​ທີ່​ຈະ​ເສຍ​ຊີວິດຢູ່ໃນການຕໍ່ສູ້.

ທ່ານ ໂອບາມາ ໄດ້ສະທ້ອນເຖິງຄວາມງຽບສະຫງົບຂອງບ່ອນ​ຝັງ​ສົບ ທີ່ສຸສານ​ແຫ່ງ​ຊາດ, ລວມທັງພາກສ່ວນທີ 60, ບ່ອນທີ່ເຈົ້າໜ້າທີ່ ສະຫະລັດ ໄດ້ຖືກຂ້າຕາຍໃນພາກຕາເວັນ ອອກກາງໃນເມື່ອສອງສາມປີທີ່ຜ່ານມາໄດ້ຖືກຝັງໄວ້. ທີ່ສຸສານແຫ່ງຊາດ Arlington, ທ່ານໄດ້ກ່າວວ່າ “ສຽງສະໜັ່ນຫວັ່ນໄຫວຂອງການຕໍ່ສູ້ ໄດ້ປ່ອຍທາງໄປສູ່ຄວາມງຽບສະ ຫງົບຂອງພູທີ່ສັກສິດພວກນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Obama Marks Memorial Day at Arlington National Cemetary
please wait

No media source currently available

0:00 0:00:45 0:00
XS
SM
MD
LG