ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ສະເຫຼີມສະຫຼອງ ວັນ​​ລະ​ລຶກ​ເຖິງ ​ຄຸນງາມຄວາມດີ​ ຂອງ​ບັນດາ​ເຫຼົ່າ​ທະຫານ​ຜູ້​ກ້າ


ທະຫານ ສະຫະລັດ ປັກທຸງໄວ້ຕໍ່ໜ້າສຸສານຂອງທະຫານທີ່ໄດ້ເສຍຊີວິດໃນສົງຄາມ ທີ່ປ່າຊ້າແຫ່ງຊາດໃນເມືອງ Arlington ລັດ ເວີຈິເນຍ. 26 ພຶດສະພາ, 2016.
ທະຫານ ສະຫະລັດ ປັກທຸງໄວ້ຕໍ່ໜ້າສຸສານຂອງທະຫານທີ່ໄດ້ເສຍຊີວິດໃນສົງຄາມ ທີ່ປ່າຊ້າແຫ່ງຊາດໃນເມືອງ Arlington ລັດ ເວີຈິເນຍ. 26 ພຶດສະພາ, 2016.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ມີ​ຫຼາຍໆ ກຳໜົດການ​ໃນ​ວັນ Memorial Day ຫຼື​ວັ ນ​ລະ​ລຶກ​ເຖິງ​ຄຸນງາມຄວາມດີ​ຊອງ​ບັນດາ​ເຫຼົ່າ​ທະຫານ​ຜູ້​ກ້າ ​ໃນ​ສະຫະລັດ ຊຶ່ງ​ຈັດ​ໃຫ້​ເປັນ​ວັນພັກລັດຖະການ ​ເພື່ອ​ເປັນ​ກຽດ​ໃຫ້​ແກ່​ບັນດາ​ວິລະ​ບຸ​ລັດ ທັງ​ຊາຍ​ແລະ​ຍິງ ທີ່ຮັບໃຊ້​ໃນ​ກອງທັບ ​ທີ່​ໄດ້​ເສຍ​ຊີວິດ​ເລືອດ​ເນື້ອ​ເພື່ອປົກ​ປ້ອງ​ປະ​ເທດ​ຊາດ​.

ທ່ານ​ ໂອ​ບາ​ມາ ຈະ​ເປັນ​ເຈົ້າພາບ​ຈັດ​ອາຫານ​ເຊົ້າ ​ໃຫ້​ກັບ​ບັນດາ​ທະຫານ ​ແລະ​ທະຫານ​ຜ່ານ​ເສິກ ພ້ອມ​ທັງ​ບັນດາ​ຜູ້ນຳ​ອະ​ວຸ​ໂສ​ທາງ​ການ​ທະຫານ ​ໃນ​ທຳນຽບຂາວ ​ໃນ​ເຊົ້າ​ວັນ​ຈັນ​ມື້​ນີ້.

ຕໍ່​ມາ ປະທານາທິບໍດີ​ ຈະ​ເຂົ້າ​ຮ່ວ​ມພິທີ​ໄວ້ອາ​ໄລ ​ແລະ​ລະ​ລຶກ​ເຖິງ​ເຫຼົ່າ​ທະຫານ ​ໃນ​ສຸສານ ສະຖານແຫ່ງ​ຊາດ ​ທີ່ເມືອງ Arlington ຫຼັງ​ຈາກ​ນັ້ນ​ທ່ານ​ຍັງ​ຈະ​ໄດ້​ວາງ​ພວກ​ມາລາ​ໃຫ້​ຫຼຸມ​ຝັງ​ສົບ​ຂອງ​ທະ​ຫານ​ນິລະນາມ.

ສະຫະລັດ ຈັດ​ໃຫ້​ວັນ​ຈັນ​ທ້າຍ​ເດືອນພຶດ​ສະພາ ​ໃຫ້​ເປັນ​ວັນພັກລັດຖະການ ​ໃນ​ທົ່ວ​ປະ​ເທດ.

ທ່ານ​ ໂອ​ບາ​ມາ ​ໄດ້ຖະ​ແຫຼ​ງຕໍ່​ປະ​ເທດ​ຊາດ ​ໃນຄຳ​ຖະ​ແຫຼງການປະຈຳ​ສັບປະດາວ່າ “ໜີ້​ບຸນຄຸນ​ທີ່​ພວກ​ເຮົາ​ຕິດ​ຄ້າງ​ຕໍ່​ວິລະ​ບຸລຸດ​ຜູ້​ກ້າຫານ​ຊານ​ໄຊ​ເຫຼົ່າ​ນີ້ ​ແມ່ນ​ນຶ່ງ​ໃນ​ບຸນຄຸນທີ່​ພວກ​ເຮົາບໍ່​ສາມາດ​ຊົດ​ໃຊ້​ແທນຢ່າງ​ແທ້​ຈິງ​ໄດ້.”

ການຈັດ​ໃຫ້​ເປັນ​ວັນພັກລັດຖະບານ ຢ່າງ​ກ້ວາງຂວາງ​ນັ້ນ ຊຶ່ງ​ຕົ້ນຕໍນັ້ນ​ເອີ້ນ​ວ່າ ວັນ Decoration Day ທີ່​ຖືກ​ຈັດ​ໃຫ້​ມີ​ຂຶ້ນ ​ທີ່ສຸສານສະຖານແຫ່ງ​ຊາດ ​ທີ່ Arlington ປີ 1886. ສາມ​ປີ ຫຼັງ​ຈາກ ສົງຄາມ​ກາງ​ເມືອງ​ໃນສະຫະລັດ ທີ່​ໄດ້​ພາກ​ຊີວິດ ຜູ້​ຄົນ​ໄປ ຫຼາຍ​ກວ່າ 600 ພັນ ຄົນ​ນັ້ນ.

ປະຈຸ​ບັນ​ນີ້ ວັນພັກ​ທ້າຍ​ສັບປະດາ ທີ່​ຮວມກັນ​ເປັນ 3 ວັນ ​ໄດ້​ກາຍ​ເປັນ​ຂີດ​ໜາຍ​ຂອງ​ລະ​ດູຮ້ອນ ຢ່າງ​ບໍ່​ເປັນ​ທາງ​ການ ຂອງ​ຊາວ​ອາ​ເມຣິກັນ ຈຳນວນ​ຫຼວງ​ຫຼາຍ ທີ່​ພັກ​ການ​ແລະ​ໂຮງຮຽນ ຊຶ່ງ​ຄອບຄົວ​ສ່ວນ​ໃຫຍ່ ​ແມ່ນຈະ​ຮວມຕົວສັງ​ສັນ​ກັນ ກິນ​ເຂົ້າສາ​ມະ​ຄີ ປິກ​ນິກ ຫຼື​ບໍ່ ກໍ​ເດີນທາງ​ຕາກ​ອາກາດ ພັກຜ່ອນ​ຕາມ​ຊາຍ​ທະ​ເລ ສວນ​ສາທາລະນະ ຫຼື​ບໍ່​ກໍ camping ອື່ນ​ໆ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG