ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ສຫລ ໃຫ້ກຽດແກ່ ເຫລົ່າທະຫານຫານ ທີ່ສະລະຊີບ ເພື່ອຊາດ (ວີດີໂອ/ສະໄລດ໌)


ປະທານາທິບໍດີ ໂອບາມາ ວາງພວງມາລາ ທີ່ຂຸມຝັງສົບ ທະຫານນີລະນາມ ຢູ່ປ່າຊ້າແຫ່ງຊາດ Arlington, ໃນວັນ Memorial Day, ວັນທີ 27 ພຶດສະພາ 2013.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໃຫ້​
ກຽດແກ່ບັນດາ ທະຫານຫານ​ຂອງ​ຊາດ ທີ່​ເສຍ​ຊີວິດ​ຢູ່​ໃນ​ສົງ
ຄາມ ໂດຍ​ການ​ໄປ​ຮ່ວມ​ແລະ​ກ່າວ​ຄໍາ​ປາ​ໄສ ຢູ່​ໃນ​ພິທີສະດຸ​ດີ
​ແລະໄວ້ອາ​ໄລ​ປະ​ຈໍາປີ​ ​ໃນ​ວັນໃຫ້ກຽດ ແລະລະນຶກ​ເຖິງ​ຜູ້
​ສະລະ​ຊີບ​ເພື່ອ​ຊາດ ຫລື Memorial Day ໃນ​ວັນ​ຈັນມື້​ນີ້​.

ທ່ານປະທານາທິບໍດີ ໄປຮ່ວມໃນ​ພິທີ​ວາງ​ພວງມາລາ ກ່ອນ
ກ່າວ​ຄໍາ​ປາ​ໄສ ທີ່​ສຸສານແຫ່ງ​ຊາດ Arlington ທີ່​ເມືອງ
Arlington ລັດ​ເວີ​ຈີ​ເນ​ຍ ນອກນະຄອນຫລວງ ວໍ​ຊິງ​ຕັນ ​ບ່ອນ​
ທີ່ພວກ​ທະຫານໄດ້ພາກັນ​ເອົາ​ທຸງຊາດ​ໄປ​ປັກໃສ່ຂຸມ​ຝັງ​ສົບ
ຫລາຍ​ກ່ວາ 260,000 ຂຸ​ມ​.

ທ່ານ Obama ພ້ອມ​ດ້ວຍ​ພັນ​ລະ​ຍາ ທ່ານ​ນາງ Michelle ຍັງ​
ໄດ້​ເປັນ​ເຈົ້າພາບລ້ຽງອາຫານ​ເຊົ້າ ​ໃຫ້​ແກ່​ບັນດາ​ຄອບຄົວ​ທະ
ຫານ​ທີ່​ເສຍ​ຊີວິດ ຈໍານວນ​ນຶ່ງ​ອີກ ຢູ່​ທໍານຽບຂາວ.

ທ່ານ Obama ​ໄດ້​ໃຊ້​ຄໍາ​ຖະ​ແຫລ​ງທາງ​ວິທະຍຸປະ​ຈໍາ​ອາທິດ
ຂອງ​ທ່ານ ​ໃນ​ວັນ​ເສົາຜ່ານ​ມາ​ນັ້ນ ສະດຸ​ດີບັນດາ​ທະຫານ​ອາ
​ເມຣິກັນ ຊຶ່ງທ່ານ​ກ່າວ​ວ່າ ວັນ Memorial Day ຊຶ່ງ​ເປັນວັນພັກ​ແຫ່ງ​ຊາດນັ້ນ ​ແມ່ນ​ເປັນ​
ເວລາລະນຶກ​ເຖິງ​ບັນດາຜູ້ທີ່​ໄດ້​ສະລະ​ຊີວິດ ​ເພື່ອ​ໃຫ້​ຊາວ​ອາ​ເມຣິກັນທັງ​ມວນ “​ໄດ້​ຮູ້ຈັກ​
ສັນຕິ​ພາບ ​ແລະດໍາລົງ​ຊີວິດ ​ຢູ່​ໃນອິດສະລະ​ເສລີພາບ.”

ທ່ານ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ປະ​ເທດ ຈົ່ງ​ພາກັນ​ເບິ່ງ​ແຍງສະມາຊິກ​ຄອບຄົວຂອງ​ພວກທະ
ຫານ ​ແລະ​ຮັບປະກັນ​ໃຫ້ ພວກນັກ​ລົບ​ເກົ່າ​ທັງຫລາຍ ​ໄດ້​ຮັບ​ການ​ປິ່ນປົວ​ສຸຂະພາບ ທີ່​
ເຂົາ​ເຈົ້າ​ສົມຄວນ​ໄດ້​ຮັບ.


ການ​ສະ​ເຫລີ​ມສະຫລອງ​ຂະໜາດໃຫຍ່ຄັ້ງ​ທໍາ​ອິດ ວັນ​ທີ່​ເອີ້ນ​ກັນໃນ​ຕອນ​ຕົ້ນ​ວ່າ Decoration Day ຫລື​ວັນ​ເອຍ້ອງ​ໃຫ້​ກຽດ ​ແມ່ນ​ໄດ້ຈັດ​ຂື້ນຢູ່​ສຸສານແຫ່ງ​ຊາດ ໃນ​ປີ
1868 ສາມ​ປີ​ຫລັງ​ຈາກ​ສົງຄາມ​ກາງ​ເມືອງ​ທີ່​ນອງ​ເລືອດ ​ທີ່​ໄດ້ເຮັດໃຫ້ ຫລາຍ​ກວ່າ
600,000 ​ຄົນ​ເສຍ​ຊີວິດ.

​ໃນ​ມື້​ນີ້ ຊາວ​ອາ​ເມຣິກັນ​ຫລາຍໆ​ຄົນ ​ພາກັນ​ພັກ​ການ ​ແລະໂຮງ​ຮຽນກໍພັກ ​ແລະຊ່ວງວັນ
ພັກ​ທ້າຍ​ອາທິດ​ທີ່​ຍາວນີ້ ຖືກ​ເບິ່ງ​ແລ້ວ​ເຫັນ​ວ່າ ​ເປັນ​ການ​ເລີ້ມ​ຕົ້ນ​ພັກ​ລະດູ​ຮ້ອນ​ທີ່​ບໍ່​ເປັນ
​ທາງ​ການ​. ການ​ສະຫລອງວັນ​ພັກ​ດັ່ງກ່າວ​ນີ້ ມີຮວມ​ທັງ ຊຸມ​ເຂົ້າປິກ​ນິກ ຫລື​ ​ໄປ​ທ່ຽວທະ​ເລ ໄປ​ທ່ຽວ​ສວນສາທາລະນະ ຫລື​ໄປນອນ​ປ່າ.

ເບິ່ງວີດິໂອກ່ຽວກັບ ການເອົາທຸງຊາດໄປປັກ ຢູ່ປ່າຊ້າແຫ່ງຊາດ:

Soldiers Place US Flags in Arlington Cemetery for Memorial Day
please wait

No media source currently available

0:00 0:02:27 0:00
ລິງໂດຍກົງ
XS
SM
MD
LG