ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ສະເຫຼີມສະຫຼອງ ວັນໂຄລໍາບັສ ແລະ ວັນຄົນພື່້ນເມືອງ


ຮູບປັ້ນ ທ່ານ ຄຣິສໂຕເຟີ ໂຄລຳບັສ ຢູ່ວົງວຽນຂອງແມນຮັດຕັນ ນິວຢອກ ວັນທີ 27 ສິທງຫາ 2017.
ຮູບປັ້ນ ທ່ານ ຄຣິສໂຕເຟີ ໂຄລຳບັສ ຢູ່ວົງວຽນຂອງແມນຮັດຕັນ ນິວຢອກ ວັນທີ 27 ສິທງຫາ 2017.

ສະຫະລັດ ໄດ້ສະເຫຼີມສະຫຼອງ ວັນໂຄລຳບັສ (Columbus) ພ້ອມກັບ ວັນຄົນພື້ນເມືອງ
ໃນວັນຈັນມືນີ້.

ວັນໂຄລຳບັສ ໄດ້ເປັນວັນພັກລັດຖະບານກາງມາແຕ່ປີ 1971 ເພື່ອສະຫຼອງການຄົ້ນພົບ
ອາເມຣິກາໃນປີ 1492 ຂອງທ່ານ ຄຣິສໂຕເຟີ ໂຄລຳບັສ.

ໃນການຮັບຮູ້ເຖິງຄວາມຮຸນແຮງ ພະຍາດ ແລະຄວາມທຸກມໍລະມານອື່ນໆທີ່ ກະທຳໂດຍ
ບັນດາປະເທດຢູໂຣບ ຕໍ່ຄົນທີ່ໄດ້ອາໄສຢູ່ໃນຊີກໂລກຕາເວັນຕົກນັ້ນ ໃນຫວ່າງບໍ່ເທົ່າໃດ
ປີທີ່ຜ່ານມານີ້ ມັນໄດ້ກໍ່ໃຫ້ມີການທົບທວນຄືນໃໝ່ກ່ຽວກັບວັນພັກດັ່ງກ່າວ ຮວມທັງ ການ
ຮຽກຮ້ອງໃຫ້ລົບລ້າງມັນ ແລະ ລະນຶກເຖິງປະຊາກອນຄົນພື້ນເມືອງ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ອາທິດແລ້ວນີ້ໄດ້ອອກການປະກາດປະທາ
ນາທິບໍດີ ເປັນເທື່ອທຳອິດ ກ່ຽວກັບ ການວັນຄົນພື້ນເມືອງໃຫ້ຖືກປະຕິບັດໃນວັນຈັນມື້ນີ້.

ປະທານາທິບໍດີໄບເດັນ ໄດ້ຂຽນວ່າ “ມື້ນີ້ພວກເຮົາຍັງຮັບຮູ້ເຖິງປະຫວັດສາດທີ່ເຈັບປວດ
ກ່ຽວກັບ ຄວາມຜິດ ແລະ ຄວາມໂຫດຮ້າຍ ທີ່ບັນດານັກສຳຫຼວດຢູໂຣບ ໄດ້ກະທຳຕໍ່ບັນ
ດາຊົນເຜົ່າຕ່າງໆ ແລະ ຊຸມຊົນຄົນພື້ນເມືອງ. ມັນເປັນການວັດແທນ ຄວາມຍິ່ງໃຫຍ່ຂອງ
ພວກເຮົາໃນນາມປະເທດນຶ່ງ ທີ່ພວກເຮົາບໍ່ພະຍາຍາທີ່ຈະຝັງຄວາມໜ້າອັບອາຍຂາຍໜ້າ
ເຫຼົ່ານີ້ໃນອະດີດພວກເຮົາ, ພວກເຮົາຈະປະເຊີນໜ້າກັບມັນຢ່າງສື່ສັດ ພວກເຮົາຈະນຳ
ເອົາມັນອອກມາໃຫ້ຄົນຮູ້ຢ່າງກວ້າງຂວາງ ແລະ ພວກເຮົາເຮັດຈະເຮັດທຸກຢ່າງທີ່ສາ
ມາດເຮັດໄດ້ເພື່ອແກ້ໄຂມັນ.”

ລັດອໍເຣກອນ ທີ່ຢູ່ທາງພາກຕາເວັນຕົກສຽງເໜືອ ແມ່ນກຳລັງສະເຫຼີມສະຫຼອງວັນຄົນພື້ນ
ເມືອງເປັນເທື່ອທຳອິດວັນຈັນມື້ນີ້ ຫຼັງຈາກສະພາລັດໄດ້ອະນຸມັດຮ່າງກົດໝາຍຂອງຕົນ
ໃນຕົ້ນປີນີ້. ລັດອໍເຣກັນ ເຂົ້າຮ່ວມກັບ 12 ລັດອື່ນໆຂອງສະຫະລັດໃນ ການສະຫຼອງ
ທີ່ວ່ານີ້ ພ້ອມກັບລັດດາໂກຕ້າໃຕ້ ທີ່ສະເຫຼີມສະຫຼອງວັນຊາວອາເມຣິກັນ ພື້ນເມືອງ.

ວັນຈັນມື້ນີ້ຈະເປັນກັບຄືນມາຂອງການການເດີນສວນສະໜາມ ໃນນະຄອນນິວຢອກ
ແລະ ຊີຄາໂກ ຊຶ່ງເປັນພິທີສະຫຼອງປະຈຳປີຂະໜາດໃຫຍ່ ທີ່ໄດ້ຖືກຍົກເລີກປີກາຍນີ້
ຍ້ອນໂຣກລະບາດໄວຣັສໂຄໂຣນາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG