ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ຮຽກຮ້ອງໃຫ້ມີຄວາມສາມັກຄີ ເປັນເອກະພາບ ໃນຂະນະທີ່ສະຫະລັດລະນຶກເຖິງວັນຄົບຮອບ 11 ກັນຍາ


ປະທານາທິບໍດີໂຈ ໄບເດັນ ກ່າວປາໄສຢູ່ຖານທັບຮ່ວມ Elmendorf-Richardson ເພື່ອລະນຶກເຖິງວັນຄົບຮອບຂອງການໂຈມຕີຂອງກຸ່ມກໍ່ການຕ້າຍ ໃນວັນທີ 11 ກັນຍາ ຢູ່ທີ່ຖານທັບແອນຄໍເຣັສ (Anchorage), ລັດອາລາສກ້າ
ປະທານາທິບໍດີໂຈ ໄບເດັນ ກ່າວປາໄສຢູ່ຖານທັບຮ່ວມ Elmendorf-Richardson ເພື່ອລະນຶກເຖິງວັນຄົບຮອບຂອງການໂຈມຕີຂອງກຸ່ມກໍ່ການຕ້າຍ ໃນວັນທີ 11 ກັນຍາ ຢູ່ທີ່ຖານທັບແອນຄໍເຣັສ (Anchorage), ລັດອາລາສກ້າ

ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ກ່າວ​ວ່າ ສະຫະລັດ ມີໜ້າ​ທີ່​ໃນ​ການ​ປົກ​ປັກ​ຮັກສາ​ປະຊາທິປະ​ໄຕ​ຂອງ​ຕົນ ​ແລະ​ຮຽກຮ້ອງ​ໃຫ້​ຊາວ​ອາ​ເມຣິກັນ​ມາ​ເຕົ້າ​ໂຮມ​ກັນ ​ໃນ​ຂະນະ​ທີ່​ປະ​ເທດ​ນີ້​ໄດ້ລະນຶກເຖິງວັນ​ຄົບຮອບ 22 ປີການໂຈມຕີຂອງກຸ່ມກໍ່ການຮ້າຍໃນ​ວັນ​ທີ 11 ກັນຍາ 2001 ທີ່​ໄດ້​ສັງຫານ​ເກືອບ 3,000 ຄົນ.

"ຄວາມສາມັກຄີໄດ້ພາຊາວອາເມຣິກັນມາຮ່ວມກັນໃນມື້ທີ່ເຈັບປວດ ເມື່ອ 22 ປີກ່ອນ. ມັນບໍ່ຄວນເກີດໂສກນາດຕະກຳລະດັບຊາດ ເພື່ອເຕືອນພວກເຮົາເຖິງພະລັງຂອງຄວາມສາມັກຄີໃນຊາດ," ທ່ານກ່າວໃນລະຫວ່າງພິທີໃນວັນຈັນວານນີ້ ທີ່ຖານທັບທະຫານໃນເມືອງແອນຄໍເຣັສ (Anchorage), ລັດອາລັສກ້າ (Alaska).

“ພວກ​ເຮົາ​ໃຫ້​ກຽດ​ຜູ້​ເສຍ​ຊີວິດ​ໃນ​ວັນ​ທີ 9/11 ​ຢ່າງແທ້ຈິງ ໂດຍ​ການ​ລະນຶກ​ເຖິງ​ສິ່ງ​ທີ່​ພວກ​ເຮົາ​ສາມາດ​ເຮັດ​ໄດ້​ຮ່ວມ​ກັນ, " ທ່ານ Biden ກ່າວ​.

ປະທານາທິບໍດີກ່າວວ່າທ່ານເຊື່ອວ່າບົດຮຽນສຳຄັນຂອງວັນທີ 11 ກັນຍາ ແມ່ນ "ສໍາລັບຂໍ້ບົກພ່ອງແລະຄວາມຂັດແຍ້ງທັງໝົດຂອງພວກເຮົາ, ບໍ່ມີສິ່ງໃດທີ່ພວກເຮົາບໍ່ສາມາດບັນລຸໄດ້ ເມື່ອພວກເຮົາປົກປ້ອງສິ່ງທີ່ເຮັດໃຫ້ພວກເຮົາແຕກຕ່າງຢູ່ໃນໂລກນີ້ ນັ້ນກໍ່ຄື - ປະຊາທິປະໄຕຂອງພວກເຮົາ ດ້ວຍຫົວໃຈ."

ທ່ານໄບເດັນ ຕັ້ງຂໍ້​ສັງ​ເກດ​ວ່າ ເມື່ອ​ບໍ່​ດົນ​ມາ​ນີ້ ວົງ​ການ​ສືບ​ລັບ​ຂອງ​ສະ​ຫະ​ລັດ ໄດ້​ປະ​ເມີນ​ວ່າ ໄພ​ຂົ່ມ​ຂູ່​ຈາກ​ກຸ່ມອາລ-ກາອີດາ (al-Qaida) ຈາກ​ອັ​ຟ​ກາ​ນິ​ສ​ຖານ ແລະ ປາ​ກິ​ສ​ຖານ ໄດ້​ເຖິງລະດັບ​ຕ່ຳສຸດ​ເປັນ​ປະ​ຫວັດ​ສາດ.

"ສົງຄາມທີ່ຍາວນານທີ່ສຸດຂອງພວກເຮົາໄດ້ສິ້ນສຸດລົງແລ້ວ, ແຕ່ຄວາມມຸ່ງໝັ້ນຂອງພວກເຮົາໃນການປ້ອງກັນການໂຈມຕີອີກຄັ້ງໜຶ່ງ ຕໍ່ສະຫະລັດ ແລະປະຊາ ຊົນຂອງພວກເຮົາ ແລະພັນທະມິດຂອງພວກເຮົາຈະບໍ່ຢຸດຢັ້ງ, ບໍ່ມີວັນຢຸດຢັ້ງ," ທ່ານໄບເດັນ ກ່າວ.

ປະທານາທິບໍດີ​ກ່າວ​ວ່າ ການ​ກໍ່​ການ​ຮ້າຍ - ລວມທັງ​ຄວາມ​ຮຸນ​ແຮງ​ທາງ​ດ້ານ​ການ​ເມືອງ ​ແລະ​ອຸດົມການ - ​ເປັນສິ່ງທີ່ກົງ​ກັນ​ຂ້າມ​ກັບ​ບັນດາລັດທີ່ຮ່ວມກັນໄວ້​ທັງ​ໝົດ​ທີ່​ໝາຍເຖິງປະເທດຊາດນຶ່ງ.

ໃນລະຫວ່າງເວລາທີ່ທ່ານຢູ່ໃນເມືອງແອນຄໍເຣັສ (Anchorage), ທ່ານໄບເດັນ ໄດ້ເຂົ້າຮ່ວມໃນພິທີລະນຶກຮ່ວມກັບສະມາຊິກຂອງກອງທັບ, ເຈົ້າໜ້າທີ່ສຸກເສີນ ແລະຄອບຄົວຂອງພວກເຂົາ. ການຢຸດຢູ່ລັດອາລັສກ້າ ຂອງທ່ານ ໄດ້ມີຂຶ້ນ ໃນຂະນະທີ່ທ່ານເດີນທາງກັບບ້ານ ຈາກການເດີນທາງໄປຕ່າງປະເທດ ຊຶ່ງຮວມທັງກອງປະຊຸມສຸດຍອດ G20 ໃນປະເທດອິນເດຍ ແລະການພົບປະກັບຜູ້ນຳຫວຽດນາມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG