ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ບໍ່ເຫັນດ້ວຍ ກັບກົດໝາຍ ທີ່ຈີນສະເໜີ ເພື່ອຈຳກັດ ການເຄື່ອນໄຫວ ພວກຝ່າຍຄ້ານ ຢູ່ຮົງກົງ


ໜ່ວຍປາບປາມຈາລະຈົນ ກຳລັງລາດຕະເວນຢູ່ຮ້ານສັບພະສິນຄ້າ ໃນຮົງກົງ ເມື່ອວັນທີ 16 ພຶດສະພາ 2020.
ໜ່ວຍປາບປາມຈາລະຈົນ ກຳລັງລາດຕະເວນຢູ່ຮ້ານສັບພະສິນຄ້າ ໃນຮົງກົງ ເມື່ອວັນທີ 16 ພຶດສະພາ 2020.

ສະຫະລັດໄດ້ເຕືອນຈີນ ໃນວັນພະຫັດວານນີ້ ທີ່ຈະສ້າງຄວາມອ່ອນແອ ໃຫ້ແກ່ການປົກ ຄອງຕົນເອງຂອງຮົງກົງຫຼັງຈາກມີລາຍງານວ່າ ສະພາແຫ່ງຊາດຂອງຈີນ ທີ່ຈະສະເໜີຮ່າງກົດໝາຍຄວາມໝັ້ນຄົງແຫ່ງຊາດສຳລັບດິນແດນດັ່ງກ່າວເພື່ອຮັບມືກັບການປະທ້ວງ ຂອງພວກນິຍົມປະຊາທິປະໄຕ ທີ່ມັກຈະເກີດຄວາມ ຮຸນແຮງນັ້ນ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວໃນວັນພະຫັດວານນີ້ ໃນຂະນະທີ່ທ່ານເດີນທາງຈາກທຳນຽບຂາວໄປລັດມິຊິແກນໂດຍເວົ້າວ່າ “ຖ້າຫາກມັນ ເກີດຂຶ້ນ ພວກເຮົາ
ຈະຮັບມືກັບບັນຫາດັ່ງກ່າວຢ່າງແຂງຂັນ.”

ປະທານາທິບໍດີທຣຳໄດ້ຕ້ອງຕິຈີນມາໄດ້ຫຼາຍເດືອນແລ້ວ ໂດຍຖິ້ມໂທດໃສ່ພວກເຂົາວ່າທຳການແຜ່ຜາຍເຊື້ອໄວຣັສໂຄໂຣນາໄກອອກໄປຈາກເມືອງວູຮານຊຶ່ງເປັນບ່ອນກຳເນີດ
ຂອງເຊື້ອໄວຣັສ.

ທ່ານນາງມໍແກນ ອໍເຕກັສໂຄສົກຂອງກະຊວງການຕ່າງປະເທດສະຫະລັດກ່າວວ່າ “ການດຳເນີນຄວາມພະຍາຍາມໃດໆກໍຕາມ ທີ່ຈະອອກກົດໝາຍດ້ານຄວາມໝັ້ນຄົງແຫ່ງຊາດ ທີ່ບໍ່ສະທ້ອນເຖິງຄວາມປາຖະໜາ ຂອງປະຊາຊົນຊາວຮົງກົງແລ້ວ ແມ່ນຈະເປັນການສ້າງ
ຄວາມບໍ່ທຸ່ນທ່ຽງຢ່າງຮ້າຍແຮງແລະຈະຖືກຕອບໂຕ້ ດ້ວຍການປະນາມຢ່າງແຂງຂັນຈາກ
ສະຫະລັດແລະປະຊາຄົມນາໆຊາດ.”

ທ່ານນາງກ່າວຕື່ມວ່າ “ດັ່ງທີ່ລັດຖະມົນຕີການຕ່າງປະເທດໄດ້ກ່າວໄວ້ ພວກເຮົາຈະໂຈະການຍື່ນລາຍງານປະຈຳປີ ກ່ຽວກັບເລື້ອງນະໂຍບາຍຮົງກົງຕໍ່ລັດຖະສະພາເພື່ອອຳນວຍໃຫ້ພວກເຮົາສາມາດບັນທຶກຂໍ້ມູນ ສຳລັບການເອົາບາດກ້າວເພີ້ິ້ມຕື່ມທີ່ປັກກິ່ງອາດຈະພວມພິຈາລະນາກ່ອນໜ້າແລະໃນລະຫວ່າງກອງປະຊຸມສະພາປະຊາຊົນແຫ່ງຊາດ ທີ່ຈະບ່ອນທຳລາຍຫຼາຍຂຶ້ນຕໍ່ການປົກຄອງຕົນເອງຢູ່ໃນຮົງກົງ.”

ບັນດາສະມາຊິກລັດຖະສະພາສະຫະລັດ ກໍໄດ້ສະແດງຄວາມເປັນຫ່ວງເຊັ່ນດຽວກັນກ່ຽວກັບແຜນການຂອງຈີນ.

ຜູ້ນຳສຽງສ່ວນຫຼາຍໃນສະພາສູງສະຫະລັດ ທ່ານມິດຈ໌ ແມັກຄອນແນລທີ່ສັງກັດພັກຣີພັບບລີກັນ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ “ການປາບປາມເພີ້ມຕື່ມ ຂອງປັກກິ່ງ ມີແຕ່ຈະເຮັດໃຫ້ສະພາສູງມີຄວາມສົນໃຈຫຼາຍຂຶ້ນ ໃນການກວດກາ ເບິ່ງຄວາມສຳພັນລະຫວ່າງສະຫະລັດກັບຈີນ.”

ສະມາຊິກສະພາສູງ James Risch Marco Robio ແລະ Gory Gardner ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ “ລາຍງານທີ່ວ່າພັກຄອມມູນິສຈີນຈະນຳສະ ເໜີຮ່າງກົດໝາຍເພື່ອຈັດຕັ້ງປະຕິບັດມາດຕາ 23 ຂອງກົດໝາຍພື້ນຖານຮົງກົງ ໃນກອງປະຊຸມໃຫຍ່ແຫ່ງຊາດ ສະແດງໃຫ້ເຫັນວ່າ ປັກກິ່ງຈະເລີ້ມທຳການໂຈມຕີແບບທີ່ບໍ່ເຄີຍມີມາກ່ອນຕໍ່ການປົກຄອງຕົນເອງຢູ່ໃນຮົງກົງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG