ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວໍຊິງຕັນອາດຈະ ມິດງຽບ ໃນອາທິດນີ້ ແຕ່ການຕໍ່ສູ້ ເລື້ອງຄົນເຂົ້າເມືອງ ຍັງສືບຕໍ່ (ວີດິໂອ)


ຊາວເມັກຊິໂກ ທີ່ເອີ້ນວ່າ ພວກ "ນັກຝັນ" ຫລື "Dreamers" ໃສ່ຊຸດຮັບປະລິນຍາ ຍ່າງກອດແຂນກັນ ໄປປະທ້ວງ ເພື່ອສະແດງເຖິງຄວາມໄຝ່ຝັນຂອງເຂົາເຈົ້າ ທີ່ຢາກຮຽນໃຫ້ຈົບ ຢູ່ໃນສະຫະລັດ ເພື່ອຕໍ່ຕ້ານນະໂຍບາຍກວດຄົນເຂົ້າເມືອງຂອງ ສະຫະລັດ ຢູ່ດ່ານຊາຍແດນຕິດກັບ Mexico ໃນວັນທີ 22 ກໍລະກົດ 2013.
ຊາວເມັກຊິໂກ ທີ່ເອີ້ນວ່າ ພວກ "ນັກຝັນ" ຫລື "Dreamers" ໃສ່ຊຸດຮັບປະລິນຍາ ຍ່າງກອດແຂນກັນ ໄປປະທ້ວງ ເພື່ອສະແດງເຖິງຄວາມໄຝ່ຝັນຂອງເຂົາເຈົ້າ ທີ່ຢາກຮຽນໃຫ້ຈົບ ຢູ່ໃນສະຫະລັດ ເພື່ອຕໍ່ຕ້ານນະໂຍບາຍກວດຄົນເຂົ້າເມືອງຂອງ ສະຫະລັດ ຢູ່ດ່ານຊາຍແດນຕິດກັບ Mexico ໃນວັນທີ 22 ກໍລະກົດ 2013.
ປະທານາທິບໍດີບາກຣັກ ໂອບາມາ ໄດ້ເລີ້ມໄປພັກຜ່ອນເປັນ
ເວລານຶ່ງອາທິດ. ຂະນະດຽວ​ກັນ ລັດຖະສະພາສະຫະລັດ
ແລະສານສູງສຸດກໍ​ບໍ່​ມີ​ການ​ເຄື່ອນ​ໄຫວ. ກຸງວໍຊິງຕັນອາດຈະ
ມິດງຽບເປັນພິເສດໃນອາທິດນີ້ ແຕ່ວ່າການປະທ້ວງໃຫຍ່
ຄາດວ່າຈະມີຂຶ້ນ ໃນຫລາຍລັດ ກ່ຽວກັບການປະຕິຮູບດ້ານ
ຄົນເຂົ້າເມືອງ ຊຶ່ງເປັນນຶ່ງ​ໃນບັນຫາຂັດແຍ້ງກັນ ທີ່ຮ້ອນແຮງ ທີ່ປະເຊີນໜ້າປະເທດຊາດ ຢູ່​ເວລາ​ນີ້.

ປະທານາທິບໍດີ ແລະທ່ານນາງ ໂອບາມາ ນຸ່ງ​ເຄື່ອງແບບ
ສະບາຍສະບາຍ ກວ່າປົກກະຕິ ໃນເວລາທີ່ພວກທ່ານໄປເຖິງ
ເກາະຕາກອາກາດ ຢູ່ລັດ Massachusetts.

ໃນຂະນະດຽວກັນ ບັນດາສະມາຊິກລັດຖະສະພາ ກໍ​ໄດ້​ພາກັນ​ກັບຄືນໄປຍັງເມືອງທີ່​ເປັນ​ເຂດ​ເລືອກ​ຕັ້ງຂອງພວກທ່ານ ໃນລັດຕ່າງໆ ບ່ອນທີ່ພວກທ່ານປະເຊີນກັບຄວາມກົດດັນ ກ່ຽວ​ກັບການປະຕິຮູບດ້ານຄົນເຂົ້າເມືອງ ຈາກພວກນັກເຄື່ອນໄຫວຫລາຍໆກຸ່ມ. ບາງຄົນ ກໍຮຽກຮ້ອງໃຫ້​ເປີດຊ່ອງທາງ​ໃນ​ການເປັນພົນລະເມືອງ ແກ່ຄົນເຂົ້າເມືອງທີ່ບໍ່ມີເອກະສານ 11 ລ້ານຄົນ ຢູ່​ໃນ​ສະຫະລັດ​ເວລາ​ນີ້.

ສ່ວນກຸ່ມອື່ນໆ​ກໍບອກພວກຜູ້ແທນ ໃຫ້ເພັ່ງເລັງໃສ່ ການຢຸດຄົນເຂົ້າເມືອງທີ່ຜິດກົດໝາຍ
​ໃຫ້​ແລ້ວ​ບາດ​ດຽວ ​ແບບ​ບໍ່​ເປີດ​ໂອກາດ​ໃຫ້​ລັກລອບ​ເຂົ້າ​ມາ​ໄດ້​ອີກ​ເລີຍ ​ໂດ​ຍບໍ່​ໃຫ່ມີຊ່ອງ​
ຫວ່າງ​ໃດ​ໆຢູ່​ໃນ​ຊາຍ​ແດນ​.

ຮ່າງກົດໝາຍທີ່ໄດ້ຮັບການອະນຸມັດຈາກສະພາສູງ​ແລ້ວ ທີ່ຈະເພີ້ມການປະຕິບັດກົດ​ໝາຍ​
ຮັກສາ​ຊາຍ​ແດນ​ໃຫ້​ເຄ່ງ​ຄັດ​ຂຶ້ນ ແລະສະໜອງຊ່ອງທາງໃນການເປັນພົນລະເຮືອນແກ່ ພວກດັ່ງກ່າວ ແມ່ນປະເຊີນກັບການຕໍ່ຕ້ານຢ່າງແຮງກ້າ ໃນສະພາຕໍ່າທີ່ຄວບຄຸມໂດຍ ພວກຜູ້ແທນສັງກັດພັກ Replublican. ກ່ອນຈະອອກເດີນທາງໄປພັກຜ່ອນ ປະທານາທິ
ບໍດີໂອບາມາຮຽກຮ້ອງໃຫ້ພວກຜູ້ແທນ ຫາທາງບັນລຸ​ຄວາມເປັນເອກະສັນກັນ ຊຶ່ງ​ທ່ານ​
ກ່າວ​ວ່າ:

“ເມື່ອພວກທ່ານກັບມາຫລັງການໄປພັກຜ່ອນ ຂ້າພະເຈົ້າຢາກຈະຮຽກຮ້ອງໃຫ້
ພວກທ່ານ ເຮັດສິ່ງໃດສິ່ງນຶ່ງ ​ເຊັ່ນ​ສະ​ເໜີຮ່າງກົດໝາຍທີ່ມີ​ທາງຈະຜ່ານສະພາ
ໄດ້​ໃນ​ພາກຕົວຈິງ. ເສດຖະກິດຂອງພວກເຮົາ ຈະມີຄວາມເຂັ້ມແຂງຂຶ້ນ 1 ພັນ
ລ້ານໂດລາ ຖ້າພວກເຮົາ ທໍາການປະຕິຮູບດ້ານຄົນເຂົ້າເມືອງໄດ້ສໍາເລັດ.”


ເບິ່ງວີດິໂອກ່ຽວກັບຂ່າວນີ້:




ທ່ານໂອບາມາ ຍັງໄດ້ໃຫ້ສັນຍາວ່າ ຈະເຮັດວຽກກັບລັດຖະສະພາ ເພື່ອແກ້ໄຂບັນຫາ ຄວາມ​ເປັນ​ຫ່ວງໃນ​ເລື້ອງຄວາມເປັນສ່ວນຕົວ ກ່ຽວກັບຄວາມສາມາດໃນການເກັບກໍາ
ຂໍ້ມູນອັນຫລວງຫລາຍ ຂອງລັດຖະບານກາງສະຫະລັດ ທີ່ໄດ້ຖືກເປີດ​ເຜີຍ ໂດຍທ້າວ Edward Snowden ອະດີດພະນັກງານຂອງອົງການສືບລັບ NSA ທີ່ຫລົບໜີໄປຫລັງ​
ຈາກ​ປ່ອຍ​ຄວາມ​ລັບ​ໃຫ້​ຮົ່ວ​ໄຫລ​ອອກ​ມາ​ນັ້ນ.

ຢ່າງ​ໃດ​ກໍ​ຕາມ ທ່ານປະທານາທິບໍດີແລະສະມາຊິກລັດຖະສະພາຫລາຍຄົນ ໄດ້ເນັ້ນໜັກ
ວ່າ ອາເມຣິກາຈໍາ​ເປັນ​ທີ່​ຈະ​ຕ້ອງຮັກສາ ຄວາມສາມາດໃນການເກັບກໍາຄວາມລັບຢ່າງ​
ແຂງ​ແຮງ​ໄວ້ ທີ່​ໄດ້​ອໍາ​ນວຍ​ໃຫ້​ທາງ​ການ​ສາມາດເຕືອນໄພດ້ານການກໍ່ການຮ້າຍ​ໄດ້ ຄືກັບ
ໃນອາທິດແລ້ວນີ້ ທີ່ໄດ້ພາໃຫ້ມີການເຕືອນ​ໃຫ້​ລະວັງ​ໄພ​ໃນການເດີນທາງຢູ່​ທົ່ວໂລກ ແລະ
ການປິດສະຖານທີ່ທາງການທູດ ຂອງສະຫະລັດຢູ່ຫລາຍແຫ່ງ.

ວີດິໂອ: ພັກຣີພັບບລິກັນກໍບໍ່ເປັນເອກະສັນ ກ່ຽວກັບບັນຫາຄົນເຂົ້າເມືອງຄືກັນ:

XS
SM
MD
LG