ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະທານາທິບໍດີ ບາຣັກ ໂອບາມາ ໄປພັກຮ້ອນ ນຶ່ງອາທິດ (ວີດິໂອ)


ປ. ໂອບາມາ ໂອ້ລົມກັບ ພວກນັກລົບເກົ່າອາເມຣິກັນ ກ່ຽວກັບ ການ​ຈ່າຍເງິນຊົດເຊີຍ​ ແກ່​ພວກ​ທີ່ພິການ ຍ້ອນ​ປະຕິບັດ​ໜ້າ​ທີ່​.
ປ. ໂອບາມາ ໂອ້ລົມກັບ ພວກນັກລົບເກົ່າອາເມຣິກັນ ກ່ຽວກັບ ການ​ຈ່າຍເງິນຊົດເຊີຍ​ ແກ່​ພວກ​ທີ່ພິການ ຍ້ອນ​ປະຕິບັດ​ໜ້າ​ທີ່​.
ລຸນຫລັງການຖະແຫລງຂ່າວໃນວັນສຸກຜ່ານມາ ທີ່ທ່ານໄດ້
ກ່າວເຖິງໄພຂົ່ມຂູ່ຂອງພວກກໍ່ການຮ້າຍ ແລະບັນຫາການ
ຕິດຕາມສິ້ງ​ຊອມ​ຂອງ​ລັດຖະບານ​ສະຫະລັດແລ້ວ ປະທານາ
ທິບໍດີ ບາຣັກ ໂອບາມາ ກໍໄດ້ໄປພັກຜ່ອນຢ່າງເປັນທາງການ.

ທ່ານໂອບາມາ ເລີ້ມຕົ້ນໄປພັກຜ່ອນກັບຄອບຄົວເປັນເວລານຶ່ງ
ອາທິດ ໃນວັນ ເສົາວານນີ້ ໂດຍໄດ້ບິນໄປທີ່ Martha’s Vineyard ລັດ Massachusetts.

ທ່ານປະທານາທິບໍດີ ໄດ້ບິນອອກຈາກເມືອງ Orlando ລັດ
Florida ບ່ອນທີ່ທ່ານໄດ້ໃຫ້ຄໍາໝັ້ນສັນຍາແກ່ບັນດານັກລົບ
ເກົ່າທີ່ໄປຟັງຄໍ່​ປາ​ໄສ​ຂອງ​ທ່ານວ່າ ຈະ​ໃຫ້​ມີການດໍາ​ເນີນການທີ່ໄວຂຶ້ນກວ່າເກົ່າກ່ຽວກັບ
ການ​ຈ່າຍເງິນຊົດເຊີຍ​ແກ່​ພວກ​ທີ່ພິການຍ້ອນ​ປະຕິບັດ​ໜ້າ​ທີ່​ນັ້ນ.

​ເຫດ​ການດັ່ງກ່າວແມ່ນການ​ຫັນປ່ຽນ ຈຸດເພັ່ງເລັງ​ໄປຈາກກອງປະຊຸມຖະແຫລງຂ່າວຂອງ
ທ່ານຢູ່ທໍານຽບຂາວ ຊຶ່ງສ່ວນໃຫຍ່ແລ້ວແມ່ນສຸມໃສ່ບັນຫາກ່ຽວກັບໂຄງການຕິດຕາມ​ສິ້ງ​
ຊອມ​ຂອງ​ລັດຖະບານ​ສະຫະລັດ ທີ່ໃຊ້ເພື່ອຕິດຕາມເບິ່ງບັນທຶກໂທລະສັບ ແລະອິນເຕີແນັດ
ຂອງ​ປະຊາຊົນ​ອາ​ເມຣິກັນ​ນັ້ນ.

ທ່ານໂອບາມາເວົ້າວ່າ ທ່ານຈະເຮັດວຽກກັບລັດຖະສະພາເພື່ອດໍາເນີນ “ການປະຕິຮູບຢ່າງ
ເໝາະສົມ” ສໍາລັບໂຄງການຕິດຕາມ​ສິ້ງ​ຊອມ​ຂອງ​ອົງການ​ສືບ​ລັບ​ສະຫະລັດ ຫລື NSA ຊຶ່ງໄດ້ຖືກເປີດເຜີຍ ໂດຍທ້າ​ວ Edward Snowden ອະດີດພະນັກງານສັນຍາຈ້າງ​ຂອງ
NSA. ທ່ານປະທານາທິບໍດີ ຍັງເວົ້າອີກວ່າ ທ່ານຮູ້ສຶກຕົວດີວ່າ ປະເທດອື່ນເບິ່ງການໂຕ້
ຖຽງກັນໃນສະຫະລັດ ກ່ຽວກັບການຕິດຕາມ​ສິ້ງ​ຊອມແລະເລື້ອງຄວາມ​ເປັນສ່ວນຕົວ ຄື
ແນວໃດ. ທ່ານເວົ້າວ່າ ທ່ານຢາກຈະເວົ້າໃຫ້ເຂົ້າໃຈກັນຢ່າງຈະແຈ້ງວ່າ ສະຫະລັດ “ບໍ່ສົນ
ໃຈທີ່ຈະດັກຟັງແລະເບິ່ງການສົນທະນາຕິດຕໍ່ກັນ ຂອງປະຊາຊົນທໍາມະດາສາມັນ.”

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ວີດິໂອ- ປະທານາທິບໍດີ ບາຣັກ ໂອບາມາ
please wait

No media source currently available

0:00 0:01:04 0:00

ກໍລະນີຂອງທ້າວ Snowden ໄດ້ເຮັດໃຫ້ສາຍສໍາພັນທີ່ເຄັ່ງຕຶງຢູ່ແລ້ວລະຫວ່າງ ສະຫະ
ລັດກັບຣັດເຊຍ ​ເຄ່ງ​ຕຶງ​ຂຶ້ນ​ໄປ​ຕື່ມ​ອີກ ຍ້ອນ​ວ່າຣັດ​ເຊຍໄດ້ໃຫ້ທ້າວ Snowden ຂໍລີ້ໄພ
ນັ້ນ. ການເຄື່ອນໄຫວດັ່ງກ່າວໄດ້ເຮັດໃຫ້ທ່ານໂອບາມາ ໃນອາທິດນີ້ ຍົກເລີກກອງປະ
ຊຸມສຸດຍອດກັບປະທານາທິບໍດີຣັດເຊຍ ທ່ານ Vladimir Putin ທີ່ກຸງມົສກູ ທີ່ໄດ້ວາງ
ແຜນໄວ້ແລ້ວວ່າ ຈະ​ມີ​ຂຶ້ນ​ໃນ​ເດືອນ​ໜ້ານັ້ນ.

ການໄປພັກຜ່ອນຂອງປະທານາທິບໍດີ ມີຂຶ້ນໃນຂະນະທີ່ພວກຜູ້ແທນໃນລັດຖະສະພາເອງ
ກໍຢຸດ​ພັກການເຊັ່ນກັນ ຊຶ່ງເປັນການໄປພັກຜ່ອນ ໃນລະດູຮ້ອນເປັນເວລານຶ່ງເດືອນຂອງ
ພວກທ່ານ.

ເບິ່ງວີດິໂອ ກ່ຽວກັບເລື້ອງ ທ່ານໂອບາມາ ຍົກເລີກການພົບປະ ກັບທ່ານພູຕິນ:

Obama Cancels Putin Summit, Cites Snowden, Other Differences
please wait

No media source currently available

0:00 0:02:43 0:00
ລິງໂດຍກົງ
XS
SM
MD
LG