ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ຈະປະກາດ ການຕັດສິນໃຈ ກ່ຽວກັບ ເລື່ອງ ສອດແນມ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ໃນວັນສຸກມື້ນີ້
ຈະຖະແຫລງໃຫ້ຊາບ ກ່ຽວກັບການປ່ຽນແປງ ທີ່ອາດຈະມີຂຶ້ນຕໍ່ ເທັກນິກໃນການຕິດຕາມສອດແນມຂອງລັດຖະບານທີ່ເປັນບັນ
ຫາຖົກຖຽງໂຕ້ແຍ້ງ ຊຶ່ງໄດ້ມີການເປີດເຜີຍໃຫ້ຮູ້ ໂດຍທ້າວ Ed-
ward Snowden ອະດີດພະນັກງານສັນຍາຈ້າງອົງການຮັກສາ ຄວາມໝັ້ນຄົງແຫ່ງຊາດຫລື NSA ຂອງສະຫະລັດ.

ຄຳປາໄສ ທີ່ຄາດກັນວ່າ ຈະມີຂຶ້ນຢູ່ກະຊວງຍຸຕິທຳຂອງສະຫະ
ລັດນີ້ ຈະເປັນການສະໜອງຕອບຕໍ່ຄຳສະເໜີແນະ 46 ຂໍ້ຂອງ ຄະນະກຳມະການທົບທວນພິເສດ ທີ່ຕັ້ງຂຶ້ນ ໂດຍທຳນຽບຂາວ
ໃນເດືອນສິງຫາຜ່ານມາ.

Possible US Intelligence Reforms Debated
please wait

No media source currently available

0:00 0:03:11 0:00
ລິງໂດຍກົງ

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ຄຳສະເໜີແນະໃດ ທີ່ທ່ານໂອບາມາຈະຮັບເອົາ ແຕ່ພວກ
ນັກວິເຄາະຄາດວ່າ ຈະມີການເອົາບາດກ້າວພໍປະມານຈຳນວນນຶ່ງ ເພື່ອປັບປຸງການຄວບ ຄຸມດູແລ ແລະຄວາມໂປ່ງໃສ ສຳລັບເສີມສ້າງຄວາມເຊື່ອໝັ້ນ ທັງຢູ່ພາຍໃນແລະຕ່າງປະ ເທດ ກ່ຽວກັບກິດຈະການສອດແນມ ຂອງສະຫະລັດ.

ຂ່າວທີ່ຮົ່ວໄຫລ ໂດຍທ້າວ Snowden ອະດີດພະນັກງານສັນຍາຈ້າງຂອງອົງການ NSA ໄດ້ເຜີຍໃຫ້ຮູ້ເປັນເວລາຫຼາຍໆເດືອນ ກ່ຽວກັບໂຄງການສອດແນມແບບລັບໆຂອງສະຫະ ລັດທີ່ໄດ້ເກັບກຳຮວບຮວມແບບບໍ່ເລືອກໜ້າປະຫວັດການໃຊ້ໂທລະສັບພ້ອມທັງຕິດຕາມ ເບິ່ງການໃຊ້ອິນເຕີແນັດແລະກິດຈະກຳອື່ນໆອີກ.

ທ່ານ Jay Carney ໂຄສົກຂອງທຳນຽບຂາວກ່າວໃນວັນພະຫັດວານນີ້ວ່າການເປີດເຜີຍ ຂ່າວຂອງທ້າວ Snowden ໄດ້ສ້າງຄວາມເສຍຫາຍ ແຕ່ທ່ານກໍຢືນຢັດວ່າໃນຄວາມເຫັນ ຂອງປະທານາທິບໍດີໂອບາມາແລ້ວການອະພິປາຍທີ່ເກີດຈາກການເປີດເຜີຍດັ່ງກ່າວແມ່ນ ຖືກຕ້ອງຊອບທຳ.

ເບິ່ງວີດີໂອກ່ຽວຂ້ອງ:

US Lawmakers Call for Surveillance Reforms
please wait

No media source currently available

0:00 0:03:26 0:00
ລິງໂດຍກົງ
XS
SM
MD
LG