ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ອອກດໍາລັດ ລົງໂທດພວກທີ່ໃຊ້ເທັກໂນໂລຈີ ລະເມີດສິດທິມະນຸດ (ເບິ່ງວີດີໂອ)


Shia Muslim boys flagellate themselves during a Muharram procession ahead of Ashura in Amroha, in the northern Indian state of Uttar Pradesh. Ashura, which falls on the 10th day of the Islamic month of Muharram, commemorates the death of Imam Hussein, grandson of Prophet Mohammad, who was killed in the 7th century battle of Kerbala.
Shia Muslim boys flagellate themselves during a Muharram procession ahead of Ashura in Amroha, in the northern Indian state of Uttar Pradesh. Ashura, which falls on the 10th day of the Islamic month of Muharram, commemorates the death of Imam Hussein, grandson of Prophet Mohammad, who was killed in the 7th century battle of Kerbala.

ທີ່​ສະຫະລັດ ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ອອກ​ດຳລັດ​ສະບັບ​ນຶ່ງ​ຂອງ​ປະທານາ
ທິບໍດີຊຶ່ງນັບ​ເປັນເທື່ອ​ທໍາ​ອິດທີ່​ຈະ​ອະນຸມັດ​ໃຫ້​ທາງ​ການ​ສະຫະລັດ​ ທຳການ​ລົງ​ໂທດ​ຕໍ່ອົງ
ການ​ຫຼືບໍລິ​ສັດ​ຕ່າງປະ​ເທດ ​ທີ່​ຊ່ອຍ​ພວກ​ລັດຖະບານ​ຜະ​ເດັດ​ການ​ ນຳ​ໃຊ້ເທັກ​ໂນ​ໂລ​ຈີ​ທີ່​
ທັນ​ສະ​ໄໝ​ ລະ​ເມີດ​ສິດທິ​ມະນຸດ​ຕ່າງໆ​ນັ້ນ.

ທ່ານ​ໂອ​ບາ​ມາ​ປະກາດ​ເລື້ອງ​ນີ້​ໃຫ້​ຮູ້​ໃນ​ວັນ​ຈັນ​ວານ​ນີ້ ​ທີ່​ພິພິດທະພັນ ລະ​ລຶກ​ເຖິງ​ພວກ
ເຄາະ​ຮ້າຍ Holocaust ຂອງ​ສະຫະລັດ ​ໂດຍ​ບົ່ງ​ຊື່​ພວກ​ລັດຖະບານອີຣ່ານ​ແລະ​ຊີ​ເຣຍ
ອອກ​ມາ​ຢ່າງ​ເຈາະ​ຈົງວ່າ​ເປັນ​ພວກ​ລະ​ເມີດ​ສິດທິ​ມະນຸດ​ລາຍ​ສໍາຄັນ​ນັ້ນ.

ດຳລັດ​ດັ່ງກ່າວ​ນີ້ຈະ​ຢຶດຊັບ​ສິນໃນ​ສະຫະລັດຂອງພວກ​ທີ່​ມີ​ສ່ວນ​ພົວພັນ​ກັບ​ການ​ຊ່ອຍ​
ເຫຼືອ​ທາງ​ດ້ານ​ເທັກ​ໂນ​ໂລ​ຈີ ​ເຊ່ນ ດາວທຽມ ​ເຄື່ອງ​ຄອມ​ພີ​ວ​ເຕີ​ແລະ​ເຄື່ອຮັບ​ຟັງ​ໂທລະ
ສັບ ​ໃຫ້​ພວກ​ລັດຖະບານ​ທີ່​ກົດ​ຂີ່​ຂົ່ມ​ເຫັງ​ປະຊາຊົນ​ນັ້ນ. ທ່ານ​ໂອ​ບາ​ມາ ກ່າວ​ຕື່ມ​ວ່າ
ເທັກໂນ​ໂລ​ຈີ​ທີ່​ທັນ​ສະ​ໄໝ ຄວນ​ຈະ​ຖືກ​ນໍາ​ໃຊ້​ເພື່ອ​ສົ່ງ​ເສີມ​ສິດທິ​ຂອງ​ປະຊາຊົນ​ແທນ​
ທີ່​ຈະ​ໃຊ້​ປາບ​ປາມ​ເຂົາ​ເຈົ້າ​ນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ຕື່ມ​ວ່າ ອະທິປະ​ໄຕ​ແຫ່ງ​ຊາດ ບໍ່​ເຄີຍເປັນ​ໃບ​ອະນຸຍາດ​
ເພື່ອໃຫ້ເຂັ່ນຂ້າ​ປະຊາຊົນ​ຂອງ​ຕົນ​ເອງ.

ດຳລັດ​ສະບັບ​ໃໝ່​ນີ້ ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ຍຸດ​ທະ​ສາດອັນກວ້າງ
ຂວາງ​ເພື່ອ​ປົກ​ປ້ອງ​ແລະ​ຕອບ​ໂຕ້​ຕໍ່​ຄວາມ​ໂຫດຮ້າຍ​ທາລຸນ. ດຳລັດ​ນີ້​ແມ່ນ​ຮວມທັງ​ການ
ຈັດ​ຕັ້ງ​ສະພາ​ປ້ອງ​ກັນ​ຄວາມ​ໂຫດຮ້າຍ​ທາລຸນ ຊຶ່ງ​ກໍານົດ​ໄຂ​ການ​ພົບ​ປະກັນ​ຂຶ້ນ​ຄັ້ງ​ທໍາ​
ອິດ​ໃນ​ວັນ​ຈັນ​ວານ​ນີ້.

ທ່ານ​ໂອ​ບາ​ມາ​ ໄດ້​ກ່າວ​ປ້ອງ​ກັນ​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ລັດຖະບານ​ຂອງ​ທ່ານ
ເຊ່ນ​ກັນ ​ເພື່ອ​ປົກ​ປ້ອງ​ການ​ຂ້າ​ລ້າງຜານ​ປະຊາຊົນ​ໃນ ທົ່ວ​ໂລກ ​ໂດຍສະ​ເພາະ​ແລ້ວ​ໄດ້
ກ່າວ​ເຖິງປະ​ເທດ​ລີ​ເບຍ ຊູ​ດານແລະ​ການ​ຕາມ​ລ່າ​ຫາ​ຂຸນ​ເສິກ Joseph Kony ​ໃນ​ທະ
ວີບອາ​ຟຣິກາ​ທີ່​ກໍາ ລັງ​ດໍາ​ເນີນ​ໄປ​ຢູ່​ໃນ​ເວລາ​ນີ້.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ພວກ​ປະທານາທິບໍດີ​ຂອງ​ຊູ​ດານ​ແລະ​ຊູ​ດານ​ໃຕ້ ຈະ​ຕ້ອງ​ມີ
ຄວາມ​ກ້າຫານ​ເພື່ອ​ທໍາ​ການ​ເຈລະຈາ​ກັນ ​ເພາະວ່າ​ປະຊາຊົນ ຂອງ​ພວກ​ເຂົາ​ເຈົ້າ​ຄວນ​
ຈະ​ໄດ້​ຮັບ​ສັນຕິພາບ.

ກ່ອນ​ກ່າວ​ຄໍາ​ປາ​ໄສ​ນີ້ ທ່ານ​ໂອ​ບາ​ມາ​ໄດ້​ໄປ​ທ່ຽວ​ຊົມ​ຫໍພິພິດທະພັນ Holocaust ພ້ອມ
ກັບ​ທ່ານ Elie Wiesel ຜູ້​ທີ່​ໄດ້​ຮັບ​ລາງວັນໂນແບນ ຂະ​ແໜງ​ສັນຕິພາບ ​ແລະຜູ້​
ລອດ​ຊີວິດ​ມາ​ໄດ້​ຈາກ​ການ​ຂ້າ​ລ້າງ ຜານ​ຊາວ​ຢິວ​ຢ່າງ​ຂະໜານ​ໃຫຍ່ທີ່​ເອີ້ນວ່າ
Holocaust ​ນັ້ນ.

XS
SM
MD
LG