ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ໂອບາມາ ກ່າວຄຳປາໄສ ກ່ຽວກັບ ເລື່ອງຜິວພັນ (ວີດີໂອ)


ລິງໂດຍກົງ

ປ.ໂອບາມາ ກ່າວຄຳປາໄສ ກ່ຽວກັບບັນຫາ ເລື່ອງຜິວພັນ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້ ຊາວອາເມຣິກັນ ທຳການສຳຫຼວດກວດສອບຢ່າງເລິກເຊິ່ງເບິ່ງ ການກະທຳເພື່ອເປັນການຕອບຮັບຕໍ່ຄຳພິພາກສາຂອງຄະນະ
ຕຸລາການທີ່ວ່າບໍ່ມີຄວາມຜິດໃນການດຳເນີນຄະດີຊາຍຄົນນຶ່ງ
ທີ່ໄດ້ຍິງ ໜຸ່ມນ້ອຍອາເມຣິກັນ ເຊື້ອສາຍອາຟຣິກາຄົນນຶ່ງ ເຖິງ
ແກ່ຄວາມຕາຍນັ້ນ.

ໃນການປະກົດຕົວ ແບບບໍ່ຄາດຄິດ ຕໍ່ໜ້າພວກນັກຂ່າວທີ່ທຳ
ນຽບຂາວ ໃນວັນສຸກວານນີ້ ປະທານາທິບໍດີໂອບາມາກ່າວວ່າ
ທ່ານພວມພິຈາລະນາ ເບິ່ງບາດກ້າວຈຳນວນນຶ່ງ ທີ່ສະຫະລັດ
ອາດຈະເອົາ ເພື່ອຊ່ອຍນຳພາປະເທດຊາດໃຫ້ກ້າວໄປໃນທິດ
ທາງບວກ ຫຼັງຈາກໄດ້ເກີດຄະດີທີ່ກ່ຽວຂ້ອງກັບເລື່ອງຜິວພັນ.

ໜຸ່ມນ້ອຍຄົນນີ້ຄືທ້າວ Trayvon Martin ໄດ້ຖືກຍິງຕາຍໃນເດືອນກຸມພາປີກາຍນີ້ ຫລັງ
ຈາກໄດ້ຕໍ່ສູ້ກັບທ້າວ George Zimmerman ອາສາສະໝັກທີ່ເຮັດໜ້າທີ່ຍາມປະຈຳຄຸ້ມ ເຊື້ອສາຍຮິສປານິກ. ທ້າວ Zimmerman ໄດ້ຖືກຕັດສິນ ໃນເດືອນນີ້ວ່າ ບໍ່ມີຄວາມຜິດ ກ່ຽວກັບຂໍ້ຫາຂ້າຄົນຕາຍ.

ການຕັດສິນໃຫ້ຜູ້ກ່ຽວພົ້ນໂທດນີ້ໄດ້ພາໃຫ້ມີການປະທ້ວງຢູ່ໃນທົ່ວປະເທດແລະກະຊວງ ຍຸຕິທຳຂອງສະຫະລັດ ພວມທົບທວນເບິ່ງວ່າ ລັດຖະບານກາງຄວນຟ້ອງທ້າວ Zimmer-
man ຫລືບໍ່.

ປະທານາທິບໍດີໂອບາມາ ເວົ້າວ່າ ເມື່ອຄິດເຖິງຄວາມເຈັບປວດ ທີ່ພົວພັນແລ້ວມັນກໍສຳ
ຄັນທີ່ຈະຕ້ອງຮັບຮູ້ວ່າປະຊາຄົມອາເມຣິກັນເຊື້ອສາຍອາຟຣິກາພວມເບິ່ງບັນຫານີ້ຜ່ານ ປະສົບພະການຈຳນວນນຶ່ງແລະປະຫວັດສາດທີ່ຈະບໍ່ຫາຍໜີໄປໃສ.
XS
SM
MD
LG