ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຖະແຫຼງ ນະໂຍບາຍ ກ່ຽວກັບ ພາກຕາເວັນອອກກາງ


ປະທານາທິບໍດີບາຣັກໂອບາມາ ກ່າວຄຳປາໄສ ກ່ຽວກັບນະໂຍບາຍຕໍ່ພາກຕາເວັນອອກກາງທີ່ກະຊວງການຕ່າງ ປະເທດສະຫະລັດ ໃນນະຄອນຫຼວງວໍຊິງຕັນ (19 ພຶດສະພາ 2011)
ປະທານາທິບໍດີບາຣັກໂອບາມາ ກ່າວຄຳປາໄສ ກ່ຽວກັບນະໂຍບາຍຕໍ່ພາກຕາເວັນອອກກາງທີ່ກະຊວງການຕ່າງ ປະເທດສະຫະລັດ ໃນນະຄອນຫຼວງວໍຊິງຕັນ (19 ພຶດສະພາ 2011)

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາໄດ້ສະແດງ
ຄວາມຊົມເຊີຍຕໍ່ການປ່ຽນແປງພິເສດທີ່ເກີດຂຶ້ນຢູ່ໃນພາກ
ຕາເວັນອອກກາງແລະອາຟຣິກາເໜືອ ແຕ່ກ່າວວ່າມີຫຼາຍ
ປະເທດ ໄດ້ຮັບມືກັບການຮຽກຮ້ອງ ເພື່ອໃຫ້ມີການປ່ຽນ
ແປງດ້ວຍຄວາມຮຸນແຮງ.

ໃນຄຳປາໄສທີ່ກະຊວງການຕ່າງປະເທດສະຫະລັດໃນວັນ
ພະຫັດວານນີ້ ປະທານາທິບໍດີໂອບາມາກ່າວວ່າ ໂຕຢ່າງ
ຂອງຄວາມຮຸນແຮງທີ່ຮ້າຍແຮງສຸດກໍຄືລີເບຍບ່ອນທີ່ທ່ານ
Moammar Gadhafi ໄດ້ເປີດສົງຄາມ ຕໍ່ຕ້ານປະຊາຊົນ
ຂອງຕົນ. ທ່ານໂອບາມາເວົ້າວ່າມີຫຼາຍໆພັນຄົນອາດຈະ
ຖືກຂ້າຕາຍຢູ່ທີ່ລີເບຍ ຖ້າສະຫະລັດ ແລະປະເທດພາຄີບໍ່
ໄດ້ເຂົ້າແຊກແຊງຫຼືດຳເນີນມາດຕະການ.

ພ້ອມນີ້ທ່ານຍັງກ່າວວ່າ ຊີເຣຍກໍໄດ້ເລືອກເສັ້ນທາງໃນການສັງຫານ ແລະການ ຈັບກຸມໝູ່
ພວກປະຊາຊົນ. ທ່ານໂອບາມາ ຮຽກຮ້ອງໃຫ້ປະທານາທິບໍດີຊີເຣຍທ່ານ Hafez al-As-
sad ເລືອກເອົາລະຫວ່າງການນຳພາ ເພື່ອຫັນປ່ຽນໄປສູ່ ປະຊາທິປະໄຕ ຫຼືວ່າຫຼີກອອກ
ຈາກທາງໄປ. ທ່ານໄດ້ຮຽກຮ້ອງໃຫ້ລັດຖະບານຊີເຣຍ ຢຸດເຊົາການຍິງພວກປະທ້ວງ ອະນຸ ຍາດໃຫ້ມີການປະທ້ວງແບບສັນຕິ ແລະຢຸດເຊົາການຈັບກຸມຄຸມຂັງທີ່ບໍ່ຊອບທຳ.

ໃນການກ່າວເຖິງເຫດການທີ່ເກີດຂຶ້ນຢູ່ອີຈິບແລະຕູນີເຊຍນັ້ນ ທ່ານໂອບາມາໃຫ້ຂໍ້ສັງເກດວ່າ
ໃນໄລຍະ 6 ເດືອນຜ່ານມານີ້ພວກຜູ້ນຳຂອງປະເທດທັງສອງໄດ້ພາກັນລາອອກ. ທ່ານເວົ້າ
ວ່າ ອີກຫຼາຍໆຄົນອາດຈະເດີນຕາມຫຼັງຜູ້ນຳທັງສອງ ຂະນະທີ່ປະຊາຊົນພາກັນລຸກຮືຂຶ້ນຮຽກ
ຮ້ອງເອົາສິດທິພື້ນຖານຂອງພວກເຂົາເຈົ້າ.

ທ່ານກ່າວວ່າ ສະຫະລັດແມ່ນມີໂອກາດທາງປະວັດສາດເພື່ອໃຫ້ການສະໜັບສະໜຸນຕໍ່ພວກ
ເຂົາເຈົ້າແລະເວົ້າວ່າ ມັນຈະເປັນນະໂຍບາຍຂອງສະຫະລັດ ເພື່ອຊຸກຍູ້ໃຫ້ມີການປະຕິຮູບໃນ
ທົ່ວຂົງເຂດແລະສະໜັບສະໜຸນການປ່ຽນແປງໄປສູ່ປະຊາທິປະໄຕ.

ນອກນັ້ນແລ້ວທ່ານໂອບາມາຍັງເວົ້າວ່າ ສັນຕິພາບແບບຍືນຍົງລະຫວ່າງອິສຣາແອລແລະ
ປາແລສໄຕນ໌ແມ່ນມີຄວາມຮີບດ່ວນກວ່າທີ່ເຄີຍເປັນມາ. ທ່ານໄດ້ຮຽກຮ້ອງໃຫ້ມີການສ້າງ
ສອງປະເທດຂຶ້ນ ຊຶ່ງເປັນການໃຫ້ຄວາມສະໜັບສະໜຸນຕໍ່ຄຳຮຽກຮ້ອງທີ່ສຳຄັນຂອງຝ່າຍ
ປາແລສໄຕນ໌ທີ່ວ່າ ເຂດຊາຍແດນໃນອະນາຄົດຂອງຕົນຈະອີງຕາມເສັ້ນຊາຍແດນປີ 1967
ນັ້ນ.

XS
SM
MD
LG