ປະທານາທິບໍດີບາຣັກໂອບາມາຮຽກຮ້ອງໃຫ້ສະມາຊິກລັດຖະສະພາສະຫະລັດຮັບຜ່ານແຜນ
ການສ້າງວຽກເຮັດງານທຳທີ່ມີມູນຄ່າເກືອບ 450 ພັນລ້ານໂດລາ ຊຶ່ງປະກອບດ້ວຍການຕັດ
ພາສີແລະການໃຊ້ຈ່າຍຂອງລັດຖະບານ.
ປະທານາທິບໍດີໂອບາມາໄດ້ຖະແຫຼງກ່ຽວກັບຮ່າງກົດໝາຍສ້າງວຽກເຮັດງານທຳໃຫ້ແກ່ຊາວ
ອະເມຣິກັນ ຕໍ່ໜ້າກອງປະຊຸມຄົບຄະນະຂອງລັດຖະສະພາສະຫະລັດ ໃນຕອນແລງຂອງວັນ
ພະຫັດວານນີ້. ທ່ານເວົ້າວ່າ ສະຫະລັດພວມຕົກຢູ່ໃນວິກິດການແຫ່ງຊາດແລະຮຽກຮ້ອງໃຫ້ ອົາມາດຕະການໃນທັນທີ ເພື່ອຟື້ນຟູເສດຖະກິດແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.
ໃນລະຫວ່າງການກ່າວຄຳປາໄສທາງໂທລະພາບນັ້ນ ທ່ານໂອບາມາໄດ້ຮຽກຮ້ອງໃຫ້ຢຸດເຊົາ ການເມືອງແບບຝ່າຍດຽວໂດຍເອີ້ນວ່າ ມັນເປັນລະຄອນການເມືອງ ແລະຮຽກຮ້ອງໃຫ້ບັນ
ດາສະມາຊິກສະພາ ດຳເນີນບາດກ້າວຕ່າງໆເພື່ອຊ່ອຍເສີມສ້າງເສດຖະກິດ.
ທ່ານໂອບາມາກ່າວວ່າຂໍ້ສະເໜີຂອງທ່ານຈະຫຼຸດພາສີໃຫ້ພວກຄົນງານແລະທຸລະກິດຕ່າງໆ ແລະນຳໄປສູ່ການສ້າງວຽກເຮັດງານທຳ ສຳລັບພວກກຳມະກອນກໍ່ສ້າງ ພວກນາຍຄູ ແລະ
ຊາວອະເມຣິກັນຈຸອື່ນໆ. ຮ່າງກົດໝາຍສະບັບນີ້ ແມ່ນຮວມທັງຂໍ້ລິເລີ່ມທີ່ຈະວ່າຈ້າງຄົນເຂົ້າ
ເຮັດວຽກເພື່ອສ້ອມແປງ ແລະປັບປຸງໃຫ້ທັນສະໄໝຖະໜົນຫົນທາງ ທາງລົດໄຟ ສະໜາມ
ບິນ ຄອງນໍ້າ ແລະໂຮງຮຽນຢ່າງນ້ອຍ 35,000 ແຫ່ງ.
ປະທານາທິບໍດີກ່າວວ່າ ນອກນັ້ນຮ່າງກົດໝາຍສະບັບນີ້ຍັງຕັດພາສີໃຫ້ແກ່ບັນດາບໍລິສັດ
ທີ່ວ່າຈ້າງພວກຄົນງານທີ່ໄດ້ຫວ່າງງານມາເປັນເວລາດົນນານ ແລະຕັດພາສີເງິນເດືອນລົງ
ໃຫ້ເຫຼືອເຄິ່ງນຶ່ງ ສຳລັບຊາວອະເມຣິກັນທີ່ເຮັດວຽກເຮັດການແລະທຸກໆທຸລະກິດຂະໜາດ
ນ້ອຍ.
ໂຕເລກເມື່ອໄວໆມານີ້ສະແດງໃຫ້ເຫັນວ່າ ການສ້າງວຽກເຮັດງານທຳໄດ້ຕົກຢູ່ໃນສະພາບ
ບໍ່ໄປບໍ່ມາ ຂະນະທີ່ມີຄວາມວິຕົກກັງວົນເພີ່ມຂຶ້ນ ກ່ຽວກັບຄວາມເປັນໄປໄດ້ ໃນການທີ່ຈະ
ເກີດສະພາບເສດຖະກິດຕົກຕໍ່າຮອບສອງ.