ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ.ໂອບາມາ ເວົ້າວ່າ ສຫລ ຄວນຈະ ທົບທວນ ນະໂຍບາຍ ຕໍ່ຄິວບາ


ປະທານາທິບໍດີ ບາຣັກ ໂອບາມາ ໂບກມື ຂະນະທີ່ທ່ານ ເດີນທາງໄປຮອດສະໜາມບິນນາໆຊາດນະຄອນໄມອາມີ (8 ພະຈິກ 2013)
ປະທານາທິບໍດີ ບາຣັກ ໂອບາມາ ໂບກມື ຂະນະທີ່ທ່ານ ເດີນທາງໄປຮອດສະໜາມບິນນາໆຊາດນະຄອນໄມອາມີ (8 ພະຈິກ 2013)
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາກ່າວວ່າ ມັນເຖິງ
ເວລາແລ້ວ ທີ່ຈະສະຫະລັດ ຈະຕ້ອງທົບທວນເບິ່ງ ນະໂຍບາຍຕໍ່
ປະເທດຄິວບາ.

ໃນການຖະແຫຼງທີ່ນະຄອນໄມອາມີໃນມື້ວັນສຸກວານນີ້ປະທານາ
ທິບໍດີໂອບາມາ ກ່າວວ່າ ມັນບໍ່ມີຄວາມໝາຍຫຍັງ ທີ່ນະໂຍບາຍ
ຊຶ່ງໄດ້ກຳນົດຂຶ້ນມາເມື່ອ 50 ປີ ກ່ອນພຸ້ນຍັງມີຜົນບັງຄັບໃຊ້ຢູ່ໃນ
ຍຸກສະໄໝອິນເຕີແນັດ.

ປະທານາທິບໍດີຊີ້ໃຫ້ເຫັນວ່າ ອະດີຜູ້ນຳຂອງຄິວບາ ທ່ານ Fidel
Castro ໄດ້ເຂົ້າກຳອຳນາດໃນປີ 1960 ຊຶ່ງເປັນປີດຽວກັນກັບທີ່
ທ່ານໂອບາມາເກີດ. ສະຫະລັດໄດ້ຕັດຄວາມສຳພັນທາງດ້ານການທູດກັບຄິວບາໃນປີດຽວ
ກັນ ແລະທຳການລົງໂທດທາງດ້ານເສດຖະກິດຕໍ່ປະເທດດັ່ງກ່າວນຶ່ງປີຕໍ່ມາ.

ການຫ້າມຄ້າຂາຍ ຫຼືຂວໍ້າບາດທາງດ້ານເສດຖະກິດຂອງສະຫະລັດ ຕໍ່ຄິວບາ ແມ່ນເປັນທີ່
ນອງນັນໃນລະຫວ່າງຊາດ. ໃນເດືອນຕຸລາຜ່ານມານີ້ ອົງການສະຫະປະຊາຊາດໄດ້ລົງຄະ ແນນສຽງເປັນເທື່ອທີ 22 ປະນາມການຂວໍ້າບາດດັ່ງກ່າວ.

ລັດຖະບານທ່ານໂອບາມາໄດ້ທຳການພົວພັນດ້ວຍການສົນທະນາຫາລືເມື່ອໄວໆມານີ້ກັບ ຄິວບາ ກ່ຽວກັບເລື່ອງອົບພະຍົບ ແລະໄປສະນີ ແລະກໍໄດ້ຜ່ອນຜັນການເດີນທາງ ຕະຫຼອດ ທັງລະບຽບການກ່ຽວກັບການສົ່ງເງິນກັບຄືນປະເທດສຳລັບຊາວອາເມຣິກັນເຊື້ອສາຍຄິວບາ.
XS
SM
MD
LG