ປະທານາທິບໍດີບາຣັກ ໂອບາມາ ແຫ່ງສະຫະລັດກ່າວວ່າ
ເສດຖະກິດຂອງອະເມຣິກາກໍາລັງຂະຫຍາຍໂຕ ແຕ່ບໍ່ໄວພໍ
ຕາມທີ່ຕ້ອງການ. ໃນການໃຫ້ສໍາພາດກັບຕາໜ່າງຂ່າວ
ໂທລະພາບ NBC News ໃນວັນອາທິດວານນີ້ ທ່ານໂອ
ບາມາໄດ້ຮຽກຮ້ອງໃຫ້ລັດຖະສະພາສະຫະລັດ ຮັບຜ່ານຂໍ້
ສະເໜີບາງຢ່າງຂອງທ່ານໃນປັດຈຸບັນ ເຊ່ນເລັ່ງລັດການ
ໃຫ້ເງິນກູ້ຢືມແກ່ພວກທຸລະກິດຂະໜາດນ້ອຍ ແລະລົດພາ
ສີໃຫ້ພວກບໍລິ ສັດຕ່າງໆ.
ທ່ານໂອບາມາກ່າວວ່າ ການອອກກົດໝາຍທີ່ຊ່ອຍພວກ
ທຸລະກິດລາຍນ້ອຍໃຫ້ໄດ້ຮັບສິນເຊື່ອນັ້ນ ຈະເປັນສິ່ງຊຸກຍູ້
ຫລາຍຂຶ້ນໃຫ້ພວກທຸລະກິດເຫລົ່ານີ້ ທໍາການລົງທຶນຕື່ມ.
ປະທານາທິບໍດີສະຫະລັດກ່າວຕື່ມວ່າ:
"ບໍ່ມີການແກ້ໄຂແບບມະຫັດສະຈັນໃດໆ ເພື່ອປົວແປງບັນຫາເສດຖະກິດຂອງ
ປະເທດໃນເວລານີ້."
ທ່ານໂອບາມາຍັງກ່າວຕໍ່ຕາໜ່າງຂ່າວ NBC ເຊ່ນກັນວ່າ ທ່ານບໍ່ເປັນຫ່ວງກ່ຽວກັບ ການສໍາຫລວດຫາງສຽງປະຊາຊົນໃນສະຫະລັດ ຫວ່າງໄວໆຜ່ານມານີ້ ທີ່ພົບເຫັນວ່າ ປະຊາຊົນອະເມຣິກັນໃນຈໍານວນ 1 ສ່ວນ 5 ເຊື່ອວ່າ ທ່ານເປັນມຸດສະລິມເຖິງແມ່ນວ່າທ່ານຈະປະຕິບັດສາສະໜາຄລິສກໍຕາມ ແລະກໍໄດ້ປະກາດໃຫ້ປະຊາຊົນຊາບມາຫລາຍຄັ້ງແລ້ວ ກ່ຽວກັບຄວາມເຫລື້ອມໃສທາງສາສະໜາຂອງທ່ານນັ້ນ. ນອກນີ້ທ່ານຍັງກ່າວເຊ່ນກັນວ່າ ທ່ານບໍ່ມີຄວາມກັງວົນໃດໆ ກ່ຽວກັບຂ່າວຊ່າລືທີ່ວ່າ ທ່ານບໍ່ໄດ້ເກີດຢູ່ໃນສະຫະລັດອະເມຣິກາ ໂດຍກ່າວວ່າ ທ່ານບໍ່ສາມາດທີ່ຈະໄປໃສມາໃສ ໂດຍທີ່ມີໃບລາຍເກີດຕິດໃສ່ໜ້າຜາກຂອງທ່ານ ຢູ່ຕະຫລອດເວລາ.