ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ກ່າວປ້ອງກັນ ນະໂຍບາຍເສດຖະກິດ ທີ່ຖືກຕິຕຽນຂອງທ່ານ ໃນການເລີ່ມໂຄສະນາຫາສຽງ


ປະທານາທິບໍດີ ບາຣັກ ໂອບາມາ ເລິ່ມໂຄສະນາຫາສຽງເລືອກຕັ້ງສະໄໝ ທີ່ສອງຂອງທ່ານ
ປະທານາທິບໍດີ ບາຣັກ ໂອບາມາ ເລິ່ມໂຄສະນາຫາສຽງເລືອກຕັ້ງສະໄໝ ທີ່ສອງຂອງທ່ານ

ຂະນະ​ດຽວ​ກັນ ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ຈະ​ອອກ​ເດີນ​ທາງ​ໄປ
ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ສະ​ໄໝ​ທີ່ສອງ​ຂອງ​ທ່ານ​ຢູ່ ລັດ​ໂອໄຮ​ໂອທາງ​ພາກກາງຂອງ
​ສະຫະລັດໃນ​ວັນ​ພຸດ​ນີ້ ບ່ອນ​ທີ່ທ່ານຄາດ​ວ່າ​ຈະກ່າວ​ປ້ອງກັນ​ນະ​ໂຍບາຍ​ເສດຖະກິດ​ທີ່​
ຖືກ​ຕໍາ​ໜິຕິຕຽນ​ຢ່າງໜັກໜ່ວງ​ຂອງ​ທ່ານ​ນັ້ນ ​ໃນ​ຂະນະທີ່​ການ​ແຂ່ງຂັນ​ເອົາ​ຕໍາ​ແໜ່​ງປະທາ
​ນາ​ທິບໍດີ ປີ 2012 ກໍາລັງ​ດໍາ​ເນີນ​ໄປ​ຢ່າງ​ດຸ​ເດືອດ​.

ທ່ານ​ໂອ​ບາມາ ຈະ​ອອກ​ເດີນທາງໄປ​ໂຄສະນາ​ຫາ​ສຽງ​ເທື່ອ​ທໍາອິດ​ຂອງ ທ່ານ​ໃນ​ປີ​ນີ້ ຢູ່​ທີ່
ລັດ​ໃດ​ທີ່​ເຫັນ​ວ່າ​ ​ຫຼໍ່​ແຫຼມຕໍ່​ການ​ເລືອກ​ຕັ້ງ​ສະ​ໄໝ​ທີສອງ​ຂອງ​ທ່ານ. ​ໃນ​ຂະນະ​ທີ່​ການ
ດໍາ​ເນີນ​ການ​ຄັດ​ເລືອກ​ເອົາຜູ້​ຖືກ​ແຕ່ງຕັ້ງຂອງພັກຣີພັບ​ບລິ​ກັນພວມ​ເປັນ​ຂ່າວ​ໃຫຍ່​ຢູ່​ນັ້ນ
ປະທານາທິບໍດີ​ໂອ​ບາມາຈະໄປ​ກ່າວຄໍາປາໄສຢູ່​ທີ່​ໂຮງ​ຮຽນມັດທະຍົມ ​ໃນ​ເຂດ​ຊານ​ເມືອງ
​ແຫ່ງ​ນຶ່ງໃນວັນ​ພຸດ​ມື້​ນີ້.

ທໍານຽບຂາວບໍ່​ໄດ້ໃຫ້ລາຍ​ລະ​ອຽດຫຍັງ​ຫຼາຍ​ກ່ຽວ​ກັບ​ການ​ເດີນທາງ​ໄປ ໂຄສະນາ​ຫາ​ສຽງ​
ຂອງ​ທ່ານ​ຄັ້ງ​ນີ້ ​ແຕ່ປະທານາທິບໍດີ​ຈະ​ເນັ້ນ​ໜັກ​ໃສ່ຂໍ້ຄວາມ​ຂອງ​ທ່ານ​ກ່ຽວ​ກັບ​ການ​ສ້າງສາ
ເສດຖະກິດຄືນ​ໃໝ່ແລະສ້າງໜ້າ​ວຽກ​ສຳລັບຊາວ​ອາ​ເມຣິກັນ​ ຊຶ່ງ​ເປັນ​ການ​ລິ​ເລີ່​ມນະ​ໂຍບາຍ
ທີ່​ທໍານຽບຂາວ​ກ່າວຫາ​ວ່າໄດ້​ຢຸດ​ຊະ​ງົກ​ລົງ​ໄປ​ຍ້ອນ​ສະມາຊິກ​ສະພາ​ພັກຣີພັບ​ບລິ​ກັນ.

ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ເລິ່ມ​ເປີດ​ສາກດໍ​າ​ເນີນ​ການ​ໂຄສະນາ​ຫາ​ສຽງ​ປີ 2012 ຂອງ
ທ່ານ ​ເມື່ອ​ວັນອັງຄານ​ວານ​ນີ້ ​ໃນ​ລາຍການ​ປະຊຸມ​ ຜ່ານ​ທາງວິ​ດີ​ໂອ​ຕໍ່​ພວກ​ເຂົ້າຮ່ວມທີ່​ໄອ
ໂອວາ caucuses ນັ້ນ ທັງ​ສອງ​ພັກ​ຄື ຣີພັບ​ບລິ​ກັນ ​ແລະ​ເດ​ໂມ​ແຄຣທ ​ໄດ້​ທໍາ​ການ​ແຂ່ງ
ຂັນ​ຄັດ​ເລືອກ​ເທື່ອ​ທໍາ​ອິດ ​ເພື່ອ​ແຕ່ງຕັ້ງຜູ້​ສະມັກ​ຢ່າງ​ເປັນ​ທາງ​ການ​ໃນ​ການ​ເລືອກ​ຕັ້ງ​ປະທາ
ນາທິບໍດີ​ປີ 2012 ທີ່​ລັດ​ໄອ​ໂອວາ​ທາງ​ພາກຕາ​ເວັນ​ຕົກ​ຕອນກາງຂອງ​ສະຫະ​ລັດ​ເມື່ອ​ວັນ​
ອັງຄານ​ວານ​ນີ້.

ຈາກ​ວໍ​ຊິງ​ຕັນ ທ່ານ​ໂອ​ບາ​ມາ ​ໄດ້​ເນັ້ນ​ຍໍ້າ​ເຖິງ​ຜົນ​ສໍາ​ເລັດ​ທີ່​ສໍາຄັນ​ຕ່າງໆ ​ໃນ​ຊ່ວງການ​ບໍລິ
ຫານ​ປະ​ເທດ​ຂອງ​ທ່ານ ​ໂຮມທັງການ​ຮັບ​ຜ່ານ​ການ​ປະຕິຮູບຕະຫຼາດຮຸ້ນ​ຫຼື Wall Street
ແລະ​ໂຄງການ​ຮັກສາ​ສຸຂະພາບ ການ​ຍຸຕິ​ສົງຄາມໃນ​ອີຣັກ ​ແລະ​ຕ່າວ​ປີ້ນ​ການ​ຫ້າມ​ພວກ
ຄົນຮັກ​ຮ່ວມ​ເພດ​ຢ່າງ​ເປີດ​ເຜີຍ ​ເຂົ້າຮັບ​ໃຊ້​ຢູ່ໃນ​ກອງທັບນັ້ນ​ນໍາ.

XS
SM
MD
LG