ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ພິພາກສາ ສຫລ ເວົ້າວ່າ ການເກັບກຳ ຂໍ້ມູນ ໂທລະສັບ ຖືກຕ້ອງ ຕາມກົດໝາຍ


ພາບຖ່າຍທາງອາກາດ ສຳນັກງານອົງການຄວາມໝັ້ນຄົງແຫ່ງຊາດ ຫຼື NSA ທີ່ Fort Meade ລັດ Maryland.
ພາບຖ່າຍທາງອາກາດ ສຳນັກງານອົງການຄວາມໝັ້ນຄົງແຫ່ງຊາດ ຫຼື NSA ທີ່ Fort Meade ລັດ Maryland.
ຜູ້ພິພາກສາຂອງສະຫະລັດທ່ານນຶ່ງໄດ້ຕັດສິນວ່າ ໂຄງການເກັບ
ກຳຂໍ້ມູນທາງ ໂທລະສັບ ຂອງອົງການຄວາມໝັ້ນຄົງແຫ່ງຊາດຫຼື
NSA ແມ່ນຖືກຕ້ອງ ຕາມກົດໝາຍ ແລະເປັນປະໂຫຍດ ສຳລັບ
ການປາບປາມພວກກໍ່ການຮ້າຍ.

ຜູ້ພິພາກສາປະຈຳເຂດ ທ່ານ William Pauley ກ່າວຢ່າງເປັນ
ລາຍລັກອັກສອນ ໃນວັນສຸກວານນີ້ວ່າ ການເກັບກຳປະຫວັດໃນ
ການໃຊ້ໂທລະສັບຢ່າງຫຼວງຫຼາຍນັ້ນແມ່ນເປັນການຕອບໂຕ້ຄືນ
ຕໍ່ພວກກໍ່ການຮ້າຍ ແລະບໍ່ໄດ້ລະເມີດ ຕໍ່ສິດທິສ່ວນໂຕຂອງຊາວ
ອາເມຣິກັນແຕ່ຢ່າງໃດ.

ຜູ້ພິພາກສາ Pauley ບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ການຍື່ນຟ້ອງທີ່ເກາະແມນຮັດຕັນ ໂດຍສະ
ຫະພັນສິດທິພົນລະເມືອງອາເມຣິກັນ ເພື່ອທ້າທາຍຕໍ່ໂຄງການດັ່ງກ່າວ. ການຕັດສິນຂອງ ທ່ານ ແມ່ນກົງກັນຂ້າມກັບການຕັດສິນກ່ອນໜ້ານີ້ຂອງຜູ້ພິພາກສາເຂດທ່ານນຶ່ງ ຢູ່ກຸງວໍຊິງ ຕັນທີ່ເວົ້າວ່າໂຄງການຂອງອົງການ NSA ມີທ່າທາງວ່າຂັດກັບກົດໝາຍລັດຖະທຳມະນູນ. ຜົນການຕັດສິນຂອງຜູ້ພິພາກສາດັ່ງກ່າວ ແມ່ນຍັງຢູ່ໃນລະຫວ່າງລໍຖ້າ ການຂໍອຸທອນຂອງ
ລັດຖະບານ.

ຜູ້ພິພາກສາ Pauley ກ່າວວ່າ ການເກັບກຳຂໍ້ມູນໂທລະສັບຂະໜາດໃຫຍ່ ໄດ້ເພີ້ມຄວາມ
ສາມາດຂອງອົງການ NSA ຂຶ້ນຢ່າງສຳຄັນ ໃນການຊອກຄົ້ນຫາຮ່ອງຮອຍຕ່າງໆທີ່ປະໄວ້ ໂດຍກຸ່ມບຸກຄົນ ທີ່ພົວພັນກັບ ອົງການກໍ່ການຮ້າຍນາໆຊາດ. ທ່ານເວົ້າວ່າ ຂໍ້ມູນທີ່ເກັບກຳ ໂດຍອົງການ NSA ຊ່ອຍໃຫ້ອົງການດັ່ງກ່າວ ຄົ້ນຫາການພົວພັນ ທີ່ອາດບໍ່ສາມາດພົບໄດ້ ໂດຍວິທີອື່ນ. ໂດຍການອ້າງການໂຈມຕີຂອງພວກກໍ່ການຮ້າຍໃນວັນທີ 11 ກັນຍາປີ 2001 ນັ້ນ ຜູ້ພິພາກສາ Pauley ເວົ້າວ່າ ຄວາມເສຍຫາຍ ຈາກການກວດບໍ່ພໍ້ ຫຼືບໍ່ຮູ້ຈັກ ກ່ຽວກັບ ການພົວພັນທີ່ວ່ານີ້ ແມ່ນອາດເປັນທີ່ໜ້າຢ້ານກົວໄດ້.

ໂຄງການຕິດຕາມສິ້ງຊອມຂອງອົງການ NSA ໄດ້ຖືກເປີດເຜີຍໃນຕົ້ນປີນີ້ໂດຍພະນັກງານ ສັນຍາຈ້າງ ທ້າວ Edward Snowden ທີ່ໄດ້ລັກຂະໂມຍເອົາຂໍ້ມູນຫຼາຍພັນໜ້າໄປ ຈາກ ອົງການດັ່ງກ່າວ. ການເປີດເຜີຍໃຫ້ຮູ້ກ່ຽວກັບໂຄງການຕິດຕາມສອດແນມຂອງລັດຖະບານ ໄດ້ສ້າງຄວາມໂກດແຄ້ນໃຫ້ແກ່ຊາວອາເມຣິກັນເປັນຈຳນວນຫຼວງຫຼາຍທີ່ມີຄວາມວິຕົກກັງ ວົນກ່ຽວກັບສິດທິສ່ວນໂຕຂອງພວກເຂົາເຈົ້າ.

ທ້າວ Snowden ໄດ້ຫລົບໜີອອກຈາກສະຫະລັດແລະເວລານີ້ອາໄສຢູ່ທີ່ປະເທດຣັດເຊຍ. ທາງການສະຫະລັດຕ້ອງການໂຕຜູ້ກ່ຽວ ໃນຂໍ້ຫາຈາລະກຳ.
XS
SM
MD
LG