ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາຍພົນມາກ ມີລລີ ກ່າວວ່າ ສະຫະລັດຍັງບໍ່ມີຄວາມກັງວົນໃດໆ ກ່ຽວກັບການສ້າງຕັ້ງຄ້າຍທະຫານຂອງ ຣັດເຊຍ ໃກ້ກັບຊາຍແດນຂອງ ຢູເຄຣນ


ພາບຖ່າຍດາວທຽມທີ່ເປີດເຜີຍໂດຍ ມາຊາ ເທັກໂນໂລຈີ (Maxar Technologies) ແລະຖ່າຍເມື່ອວັນ ທີ 1 ພະຈິກ, ປີ 2021, ສະແດງໃຫ້ເຫັນ ການຕັ້ງກອງກໍາລັງຢູ່ພາກພື້ນດິນຂະໜາດໃຫຍ່ ຢູ່ທາງພາກເໜືອສຸດຂອງເມືອງ ເຢນເນຍ (Yelnya), ເຂດປົກຄອງຕົນເອງ ສະໂມເລັນສຄ໌ (Smolensk), ປະເທດ ຣັດເຊຍ.
ພາບຖ່າຍດາວທຽມທີ່ເປີດເຜີຍໂດຍ ມາຊາ ເທັກໂນໂລຈີ (Maxar Technologies) ແລະຖ່າຍເມື່ອວັນ ທີ 1 ພະຈິກ, ປີ 2021, ສະແດງໃຫ້ເຫັນ ການຕັ້ງກອງກໍາລັງຢູ່ພາກພື້ນດິນຂະໜາດໃຫຍ່ ຢູ່ທາງພາກເໜືອສຸດຂອງເມືອງ ເຢນເນຍ (Yelnya), ເຂດປົກຄອງຕົນເອງ ສະໂມເລັນສຄ໌ (Smolensk), ປະເທດ ຣັດເຊຍ.

ກອງທັບຂອງຣັດເຊຍເພີ້ມກໍາລັງຢູ່ຕາມຊາຍແດນທີ່​ຕິດ​ກັບຢູເຄຣນຍັງບໍ່ທັນເປັນ​ທີ່ຕື່ນຕົກໃຈສຳ​ລັບວໍຊິງຕັນເທື່ອ.

ເຈົ້າໜ້າທີ່ສູງສຸດ​ຂອງກອງທັບສະຫະລັດ ໃນວັນພຸດວານນີ້່ກ່າວວ່າ ສະຫະລັດ ໄດ້ຮູ້ກ່ຽວກັບການເຄື່ອນໄຫວທາງທະຫານຂອງມົສກູ ໂດຍພັນລະນາວ່າ “ມີຄວາມສຳຄັນ” ແຕ່ຍັງ “ບໍ່ທັນຮ້າຍ​ແຮງເກີນໄປ.”

“ພວກເຮົາເຄີຍເຫັນເລື້ອງນີ້ມາກ່ອນ” ນັ້ນ​ຄື​ຄຳ​ເວົ້າ​ຂອງນາຍພົນມາກ ມີລລີ ປະທານເສນາທິການຮ່ວມ ກ່າວຕໍ່ກອງປະຊຸມດ້ານຄວາມໝັ້ນ​ຄົງໃນວໍຊິງຕັນ ໂດຍໃຫ້ຂໍ້ສັງເກດວ່າການຊ້ອມລົບປະຈຳປີຊາປາດ “Zapad” ຂອງຣັດເຊຍ ມັກກ່ຽວພັນກັບກຳລັງທະຫານຫຼາຍສິບພັນຄົນ.

ນາຍພົນມິລລີ ກ່າວວ່າ “ເພາະສະນັ້ນ ອັນໝາຍຄວາມວ່າແນວໃດ” ພວກເຮົາ ຍັງບໍ່ທັນຮູ້ເທື່ອ. ແຕ່ພວກເຮົາ​ສືບ​ຕໍ່ຕິດ​ຕາມ​ເບິ່ງ ໂດຍ​ໃຊ້ຄວາມ​ສາ​ມາດ​ທັງ​ໝົດທີ່ພວກເຮົາມີ.”

ກອງທັບສະຫະລັດ ແລະພວກເຈົ້າໜ້າທີ່ສືບລັບໄດ້ສະແດງຄວາມເປັນຫ່ວງໃນ ເດືອນເມສາທີ່ຜ່ານມາ ຫຼັງຈາກຣັດເຊຍເອົາກຳລັງທະ​ຫານຫຼາຍເຖິງ 150,000 ຄົນໄປຢູ່ຕາມຊາຍແດນຂອງເຂົາເຈົ້າ ໂດຍເອີ້ນ​ການ​ເຮັດ​ແນວນັ້ນ​ວ່າ​ເປັນ​ການ ເພີ້ມກຳລັງຄັ້ງ​ໃຫຍ່​ທີ່ສຸດ ນັບແຕ່ມົສກູໄດ້ເຂົ້າບຸກລຸກແຫຼມໄຄຣເມຍໃນປີ 2014 ເປັນ​ຕົ້ນ​ມາ.

ແຕ່ຄຳເຫັນຂອງນາຍພົນມີລລີ ເກີດຂຶ້ນໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງ ຣັດເຊຍ ແລະສະຫະລັດ ແລະອົງການເນໂຕປາກົດວ່າກຳລັງເພີ້ມຂຶ້ນອີກ.

ຣັດເຊຍໃນອາທິດນີ້ໄດ້ຕຳໜິກ່ຽວກັບການເຄື່ອນໄຫວສະຫະລັດ ແລະອົງການ
ເນໂຕ ຢູ່ທະເລດຳ ໃນຂະນະທີ່ກອງທັບເຮືອຂອງ​ຕົນຊ້ອມໃນ​ການ ທຳລາຍເປົ້າໝາຍສັດຕູຢູ່ໃນທະເລດຳ.

ແລະເດືອນແລ້ວນີ້ ຣັດເຊຍໄດ້ໂຈະຫ້ອງ​ການ​ທາງການທູດ​ຂອງ​ຕົນປະ​ຈຳຢູ່ ເນໂຕ້ເພື່ອ​ເປັນການຕອບໂຕ້ຕໍ່ການຂັບໄລ່ພວກເຈົ້າໜ້າທີ່ຣັດເຊຍແປດຄົນອອກ​ຈາກ​ຫ້ອງ​ການນັ້ນ.

ໃນຄວາມພະຍາຍາມທີ່ປາກົດເພື່ອ​ເຮັດໃຫ້ຄວາມເຄັ່ງຕຶງຕໍ່າລົງນັ້ນ ປະທານາທິ ບໍດີ ສະຫະລັດ ທ່ານໂຈ ໄບເດັນ ໃຍອາທິດນີ້ໄດ້ສົ່ງຫົວໜ້ານັກສືບ ຊຶ່ງ​ເປັນ​ອຳ​ນວຍ​ການອົງການສຶບລັບສູນ​ກາງ ຫລື CIA, ທ່ານວິລລຽມ ເບີນ ໄປນະຄອນ ຫຼວງມົສກູເພື່ອທຳ​ການສົນທະນາຫລາຍຢ່າງ.

ອີງຕາມຖະແຫຼງການຈາກສະຖານທູດສະຫະລັດປະຈຳມົສກູ ທ່ານເບີນ ໄດ້ພົບປະກັບ “ບັນດາສະມາຊິກລັດຖະບານຣັດເຊຍ ເພື່ອສົນທະນາບັນຫາ ຫຼາຍຢ່າງໃນຄວາມສຳພັນສອງຝ່າຍ.”

ໃນຂະນະທີ່ບໍ່​ໄດ້ເວົ້າໂດຍກົງກ່ຽວກັບການສົນທະນານັ້ນ ທ່ານມິລລີ ໄດ້ອອກສຽງໃຫ້ການສະໜັບສະໜູນແກ່ການສົນທະນາດັ່ງ​ກ່າວນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG