ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດວ່າ ຕົນບໍ່ມີຄວາມສົນໃຈ ຈະຕັ້ງຖານທັບຖາວອນ ຢູ່ຟີລິບປິນ


ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ Chuck Hagel (ຂວາ) ແລະ ປະທານາທິບໍດີ ຟີ​ລິບ​ປິນ ທ່ານ Benigno Aquino ທີ່ ກຸງ​ມາ​ນີລາ
ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ Chuck Hagel (ຂວາ) ແລະ ປະທານາທິບໍດີ ຟີ​ລິບ​ປິນ ທ່ານ Benigno Aquino ທີ່ ກຸງ​ມາ​ນີລາ
ລັດຖະມົນ​ຕີ ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Chuck Hagel
ກ່າວ​ວ່າ ກໍາລັງ​ມີຄວາມ​ຄືບ​ໜ້າ​ ​ໃນ​ການ​ສົນທະນາ​ທີ່​ແນ່​ໃສ່ການ
ເສີມ​ສ້າງ​ທາງ​ທະຫານ​ຂອງສະຫະລັດ ຢູ່​ໃນຟີ​ລິບ​ປິນ ແຕ່​ໄດ້​ຢໍ້າ
ຄືນ​ອີກ​ວ່າ ວໍ​ຊິງ​ຕັນ ບໍ່ຢາກຕັ້ງ​ຖານ​ທັບຢ່າງ​ຖາວອນ​ຢູ່ປະ​ເທດ
ດັ່ງກ່າວ.

ຫົວໜ້າ​ທໍານຽບຫ້າ​ແຈທ່ານ​ນີ້ ​ໄດ້​ອອກ​ຖະ​ແຫລ​ງ​ໃນ​ວັນ​ສຸກ
ຫລັງ​ຈາກ​ໄດ້​ພົບ​ປະ​ກັບ ປະທານາທິບໍດີ ຟີ​ລິບ​ປິນ ທ່ານ
Benigno Aquino ຢູ່​ໃນ ກຸງ​ມາ​ນິລາ ບ່ອນ​ທີ່​ທ່ານ​ໄດ​ມ້ວນ
ທ້າຍ​ການ​ເດີນທາງ​ຢ້ຽມຢາມ ​ເອ​ເຊຍ​ເປັນ​ເວລາ​ນຶ່ງ​ອາທິດ.

ທ່ານ Hagel ກ່າວ​ວ່າ ທັງ​ສອງ​ຝ່າຍ​ກໍາລັງ​ເຮັດ​ວຽກ​ຢ່າງ​ໝັກ
​ເພື່ອ​ໃຫ້​ເສັ​ດສີ້​ນການ​ຕົກລົງ ທີ່ຈະ​ອະນຸຍາດ​ໃຫ້ ກອງທັບ​ສະ
ຫະລັດ ​ເຮືອ​ລົບ ​ແລະ​ເຄຶ່ອງບິນ​ລົບ ຜ່ານ​ຈຸດ​ຍຸດ​ທະ​ສາດ ຂອງ
​ປະ​ເທດໝູ່​ເກາະທີ່​ເປັນເຈົ້າພາບ​ຖານ​ທັບ​ ສະຫະລັດ ຢ່າງ​ຖາ
ວອນມາຈົນເຖິງ​ເມື່​ອ​ສອງທົດສະ​ວັດ​ກ່ອນ. ​ ນອກ​ນັ້ນ ຣມຕ
ປ້ອງ​ກັນ​ປະ​ເທດ ສຫຣ ຍັງ​ກ່າວ​ອີກວ່າ ທ່ານ ​ແລະ ທ່ານ
Aquino ໄດ້​ສົນທະນາ​ ກ່ຽວ​ກັບ ສະຖານະ​ການ​ໃນ ທະ​ເລ​ຈີນ​ໃຕ້ ບ່ອນ​ທີ່ ຟີ​ລິບ​ປີນ
ກໍ​າລັງ​ຖືກ​ຜູກ​ມັດຢູ່​ໃນ​ຄວາມ​ຕືງຄຽດດ້ານຂັດ​ແຍ້​ງກັນກ່ຽວ​ກັບ​ເຂດ​ນໍ້າ​ແດນ​ດິນກັບ
ຈີນນັ້ນ.
XS
SM
MD
LG