ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ປ. ທ​ຣ​ໍ​າ ຖິ້ມ​ໂທດ​ໃສ່ວ່າ ການ​ໃຫ້ການຂອງທ່ານ​ໂຄ​ເຮັນ ພາ​ໃຫ້​​ກອງ​ປະ​ຊຸມ​ສຸດຍອດ ກັບເກົາ​ຫຼີ​ເໜືອເກີດຄວາມລົ້ມ​ແຫຼວ


ປະ​ທ​າ​ນາ​ທິ​ບໍ​ດີ​ດ​ໍ​ໂນ​ລ ທ​ຣຳ​ ຮ່ວມກອງ​ປະ​ຊຸມ​ນັກ​ຂ່າວ ຢູ່ທີ່​ກອງ​ປະ​ຊຸມ​ສຸດຍອດ ໃນ​ນະ​ຄອນ​ຮາ​ໂນ່ຍ ວັນ​ທີ 28 ກຸມ​ພາ 2019.
ປະ​ທ​າ​ນາ​ທິ​ບໍ​ດີ​ດ​ໍ​ໂນ​ລ ທ​ຣຳ​ ຮ່ວມກອງ​ປະ​ຊຸມ​ນັກ​ຂ່າວ ຢູ່ທີ່​ກອງ​ປະ​ຊຸມ​ສຸດຍອດ ໃນ​ນະ​ຄອນ​ຮາ​ໂນ່ຍ ວັນ​ທີ 28 ກຸມ​ພາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ການ​ຕັດ​ສິນ​ໃຈ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ທີ່​ ສອບ​
ຖາມ​ອະ​ດີດ​ທະ​ນາຍ​ຄວາມ​ຂອງ​ທ່ານ ຄື​ທ່ານ​ໄມ​ເກີ​ລ ໂຄ​ເຮັນ ໃນ​ຂ​ະ​ນະ​ທີ່​ທ່ານ​ຢູ່ນອກ​
ປະ​ເທດ​ນັ້ນ ບາງ​ທີ່​ອາດເປັນຍ້ອນ​ເຫດ​ຜົນທີ່​ວ່າການ​ເຈ​ລະ​ຈາ​ກັບ​ຜູ້​ນຳ​ເກົາ​ຫຼີ​ເໜືອ
ທ່ານ​ກິມ ຈົງ ອຶນ ລົ້ມ​ແຫຼວ.

ປະ​ທ​າ​ນາ​ທິ​ບໍ​ດີ​ທ​ຣຳ​ ໄດ້​ສົ່ງ​ຂໍ້​ຄວາມອອກ​ທາງ​ທວິດ​ເຕີ​ໃນ​ຕອນ​ແລງວັນ​ອາ​ທິດວານ​ນີ້​
ວ່າ “ສຳ​ລັບ​ພວກເດ​ໂມ​ແຄ​ຣັດ​ ທີ່​ສ​ອບ​ຖາມຢ່າງ​ເປີດ​ເຜີຍ ຄົນ​ຂີ້​ຕົວະທີ່ພົບເຫັນວ່າກະ
ທຳຄວາມຜິດ ແລະ​ເປັນ​ຄົນຫຼອກລວງ ​ໃນເວລາ​ດຽວ​ກັນກັບ ​ກອງ​ປະ​ຊຸ​ມສຸດຍອດນິວ​
ເຄ​ລຍທີ່ສຳຄັນທີ່ສຸດທີ່ພວມດຳເນີນຢູ່ ກັບ​ເກົາ​ຫຼີ​ເໜືອ ບາງ​ທີ່​ອາດເປັນ​ການ​ເມືອງ​ທີ່​ຕ່ຳ​
ຢູ່ໃນ​ອາ​ເມ​ຣິ​ກາ ແລະ​ອາດ​ເປັນຍ້ອນການຍ່າງ​ອອກນັ້ນກໍເປັນໄດ້.”

ທ່ານ​ໄດ້​ອີງ​ໃສ່​ການ​ຕັດ​ສິນ​ໃຈ​ຂອງ​ທ່ານ ​ທີ່ໜີ​ອອກຈາກ​ຮາ​ໂນ່ຍໂດຍ​ປາດ​ສະ​ຈາກ​ການ
​ໄດ້ເຮັດ​ຂໍ້​ຕົກ​ລົງ​ໃດໆ​ກັບ ທ່ານ​ກິມ ກ່ຽວ​ກັບ​ຄວາມ​ທະເຍີທະຍານດ້ານ​ນິວ​ເຄ​ລຍ​ຂອງ​
ເກົາ​ຫຼີ​ເໜືອນັ້ນ.

ທ່ານ​ໂຄ​ເຮັນ ຜູ້​ທີ່​ໄດ້​ເປັນ​ທະ​ນາຍ​ຄວາມຂອງ​ປະ​ທາ​ນາ​ທິບໍດີ​ທ​ຣຳ ມາ​ເປັນ​ເວ​ລາ​ນຶ່ງ​ທົດ
​ສະວັດ ໄດ້​ຮ້ອງ​ປະ​ທາ​ນາ​ທິບໍ​ດີ​ວ່າ​ຂີ້​ຕົວະ ສໍ້​ໂກງ ແລະ​ຖື​ຜິວ​ໃນ​ລະ​ຫວ່າງ​ການ​ໃຫ້​ການ​ຕໍ່​
ສະ​ພາ. ຜູ້ກ່ຽວໄດ້ສະແດງໃຫ້ເຫັນ​ຢ່າງ​ແຮງ​ວ່າ ທ່ານ​ທ​ຣຳ​ໄດ້​ກໍ່ອາດຊະຍາກຳຫຼາຍຢ່າງ
ໃນ​ຂະ​ນະ​ທີ່​ເປັນ​ປະ​ທ​າ​ນາ​ທິ​ບໍ​ດີຢູ່ ທີ່​ພາ​ໃຫ້​ພວກເດ​ໂມ​ແຄ​ຣັດ​ຕ້ອງ​ໄດ້​ມີ​ການ​ສືບ​ສວນ​
ເພີ້ມ​ເຕີມ.

ທີ່​ປຶກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ສະ​ຫະ​ລັດ ທ່ານ​ຈອນ ບອ​ລ​ເຕີນ ຟັງ​ລາບ​ງານ​ທີ່​ທຳ​ນຽບ​ຂາວ ວັນ​ທີ 28 ມັງ​ກອນ 2019 ທີ່​ນະ​ຄອນ​ຫຼວງ ວ​ໍ​ຊິງ​ຕັນ.
ທີ່​ປຶກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ສະ​ຫະ​ລັດ ທ່ານ​ຈອນ ບອ​ລ​ເຕີນ ຟັງ​ລາບ​ງານ​ທີ່​ທຳ​ນຽບ​ຂາວ ວັນ​ທີ 28 ມັງ​ກອນ 2019 ທີ່​ນະ​ຄອນ​ຫຼວງ ວ​ໍ​ຊິງ​ຕັນ.

ເຖິງ​ແມ່ນ​ວ່າ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ບໍ່​ໄດ້​ກ່າວ​ຢ່າງເຈາະ​ຈົງ​ວ່າ ການ​ຮັບ​ຟັງຄຳໃຫ້ການ​
ຂອງ​ທ່ານ​ໂຄ​ເຮັນ ໄດ້​ເປັນ​ຜົນ​ກະ​ທົບແນວໃດ​ຕໍ່​ກອງ​ປະ​ຊຸມ​ສຸດຍອດ​ກໍຕາມແຕ່ ທ່ານ​ກໍ
ໄດ້​ກ່າວ​ວ່າ “ສິ່ງ​ດັ່ງ​ກ່າວ​ບໍ່​ເ​ຄີຍ​ໄດ້ມີ​ມາ​ກ່ອນ​ໃນ​ຂະ​ນະ​ທີ່ ປະ​ທາ​ນາ​ທິ​ບໍ​ດີ​ຢູ່ນອກ​ປະ​ເທດ. ​ມັນເປັນເລື້ອງອັບ​ອາຍຂາຍໜ້າ.”

ແຕ່​ວ່າ ທີ່​ປຶກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ສະ​ຫະ​ລັດ ທ່ານ​ຈອນ ບອ​ລ​ເຕີນ ໄດ້​ປາ​ກົດ​ໂຕ​
ຢູ່​ກາ​ນ​ສົນ​ທະ​ນາທາງ​ໂທ​ລະ​ພາບໃ​ນ​ວັນ​ອາ​ທິດ​ຫຼາຍແຫ່ງ ເພື່ອ​ກ່າວ​ເຖິງ​ກອງ​ປະ​ຊຸມ​ສຸດ
ຍອດ​ອາ​ທິດ​ແລ້ວ​ນີ້ ລະ​ຫວ່າງ​ທ່ານ​ທ​ຣຳ ກັບ​ທ່ານ​ກິມ ວ່າ​ບໍ່​ໄດ້​ລົ້​ມ​ແຫຼວ ເຖິງ​ແມ່ນ​ວ່າ​
ການ​ສົ​ນ​ທະ​ນາ​ດັ່ງກ່າວໄດ້​ລົ້ມ​ລະ​ລາຍ​ລົງໂດຍປາດ​ສະ​ຈາກ​ຂໍ້​ຕົກ​ລົງ​ໃດໆກໍຕາມ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG