ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກ່າວວ່າ ການປະຫານຊີວິດອາວເຂີຍ ຂອງຜູ້ນຳເກົາຫຼີເໜືອ ເປັນຮ່ອງຮອຍບໍ່ດີ


ຂ່າວໂທລະພາບເກົາຫຼີໃຕ້ ທີ່ລາຍງານ ກ່ຽວກັບການປະຫານຊີວິດ ທ່ານ Jang Song Thaek ທີ່ເກົາຫຼີເໜືອ ໃນອາທິດແລ້ວນີ້.
ຂ່າວໂທລະພາບເກົາຫຼີໃຕ້ ທີ່ລາຍງານ ກ່ຽວກັບການປະຫານຊີວິດ ທ່ານ Jang Song Thaek ທີ່ເກົາຫຼີເໜືອ ໃນອາທິດແລ້ວນີ້.
ທ່ານ John Kerry ລັດຖະມຸນຕີ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ
ການປະຫານ​ຊີວິດ ອາວເຂີຍຂອງ​ທ່ານ​ກິມ ຈົງ​ອຸນ ຜູ້ນຳ​ເກົາ​ຫຼື​
ເໜືອ​ ຫວ່າງ​ໄວໆ​ມາ​ນີ້ ​ເປັນ​ຮ່ອງຮອຍບໍ່​ດີ​ ຂອງການ​ຂາດ​ສະ
ຖຽນ​ລະ​ພາບ ​ແລະ​ອັນຕະລາຍ.

​ໃນ​ການໃຫ້​ສໍາພາດ​ແກ່ລາຍການ This Week Sunday ຂອງ
ໂທລະພາບ ABC ​ໃນ​ວັນ​ອາທິດວານ​ນີ້ ທ່ານ Kerry ກ່າວ​ວ່າ ​
ເຫດການ​ຜັນ​ຂະຫຍາຍ​ຕ່າງໆ​ເທື່ອ​ຫຼ້າ​ສຸດ​ນັ້ນ ​ແມ່ນ​ເນັ້ນ​ຍໍ້າເຖິງ​
ຄວາມ​ຈຳ​ເປັນ​ໃນ​ການ​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ອາວຸດ​ນີວ​ເຄລຍ
ຊຶ່ງ​ທ່ານ​ກ່າວ​ວ່າ:

“​ເທື່ອນີ້ບໍ່​ແມ່ນການ​ປະຫານ​ຊີວິດ​ຄັ້ງ​ທຳ​ອິດ ​ແຕ່ໄດ້​ມີ​ການປະຫານ​ຊີວິດ​ມາ​ຫຼາຍ​
ຄັ້ງ​ແລ້ວ ​ ​ໃນ​ໄລຍະ​ຫຼາຍ​ເດືອນ​ຜ່ານ​ມາ ທີ່​ພວກ​ເຮົາ​ຮູ້ຈັກ ​ແລະ​ທີ່ສຳຄັນ​ທີ່​ສຸດ​ນັ້ນ
ກໍ​ແມ່ນ​ວ່າ ມັນ​ຍ້ຳ​ໃຫ້​ເຫັນ​ຄວາມ​ສຳຄັນ​ສຳລັບ​ພວກ​ເຮົາ​ທັງ​ໝົດ​ ທີ່​ຈະ​ຕ້ອງຊອກ​
ຫາ​ຊ່ອງ​ທາງ​ກ້າວ​ໄປ​ຂ້າງ​ໜ້າກັບ​ເກົາຫຼີ​ເໜືອ​ ເພື່ອ​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ອາວຸດ​
ນີວ​ເຄລຍນັ້ນ.”


ທ່ານ Jang Song Thaek ອາວ​ຂອງ​ທ່ານ​ກິມຈົງ​ອຸນ ​ໄດ້​ຖືກ​ປະຫານ​ຊີວິດ​ໃນ​ວັນພະ
ຫັດສັບປະດາ​ແລ້ວ​ນີ້ ຫຼັງ​ຈາກຖືກ​ຕັດ​ສິນໃນ​ການ​ດໍາ​ເນີນ​ຄະດີ​ແບບ​ລວບ​ລັດໂດຍສານ
ທະຫານພິ​ເສດ ວ່າ ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ ທໍລະ​ຍົດ​ຕໍ່ຊາດ.

ທ່ານ Jang Song Thaek ​ໄດ້​ຖືກ​ເບິ່ງ​ເຫັນ​ວ່າ​ ​ເປັນບຸກຄົນ​ທີ່​ມີ​ອຳ​ນາດຫຼາຍ​ອັນ​ດັບ
ສອງໃນ​ເກົາຫຼີເໜືອ ​ແລະ​ຖື​ວ່າ​ເປັນທີ່​ປຶກສາ ທີ່​ຊ່ວຍ​ລວບ​ລວມອໍານາ​ດໃຫ້ ກິມ ຈົງ​ ອຸນ ​
ຜູ້​ນໍາ​ໜຸ່ມຂອງ​ເກົາຫຼີ​ເໜືອ ຫຼັງຈາກ​ທີ່​ທ່ານ ກິ​ມ ຈົງ ອິລ ບິດາ​ຂອງ​ຜູ້ກ່ຽວໄດ້​ເຖິງ​ແກ່ອະສັນ
​ຍະ​ກຳໄປ​ໃນ​ປີ 2011 ນັ້ນ.

ພວກ​ທີ່​ຕິດຕາມ​ເບິ່ງ​ເກົາຫຼີ​ເໜືອ​ ຈະ​ຕິດຕາມ​ເບິ່ງສະຖານະ​ການຢ່າງໃກ້ຊິດ ຫຼັງຈາກການ​
ສະຫຼອງ​ວັນ​ຄົບຮອບ​ປີ​ທີສອງ​ແຫ່ງ​ການ​ເຖິງ​ແກ່​ອະສັນ​ຍະ​ກຳ​ຂອງ​ມື້​ລາງ​ທ່ານ ​ກິມ ຈົງ​
ອີລ ​ໃນ​ອັງຄານ​ມື້​ອື່ນ​ນີ້.
XS
SM
MD
LG