ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພຽງຢາງວ່າ ນັກທ່ອງທ່ຽວ ສຫລ ຂໍຂະມາໂທດ ແລະ ຍອມຮັບຜິດ (ວີດີໂອ)


ຮູບທ່ານ Merrill Newman ນັກທ່ອງທ່ຽວອາເມຣິກັນ ທີ່ນຳອອກເຜີຍແຜ່ ໂດຍອົງການຂ່າວ KCNA ຂອງເກົາຫຼີເໜືອ ສະແດງໃຫ້ເຫັນວ່າ ທ່ານພວມແປະໂປ້ ໃສ່ເອກກະສານ ຫຼັງ ຈາກຖືກທາງການ ເກົາຫຼີເໜືອ ກັກໂຕໄວ້ (30 ພະຈິກ 2013)
ຮູບທ່ານ Merrill Newman ນັກທ່ອງທ່ຽວອາເມຣິກັນ ທີ່ນຳອອກເຜີຍແຜ່ ໂດຍອົງການຂ່າວ KCNA ຂອງເກົາຫຼີເໜືອ ສະແດງໃຫ້ເຫັນວ່າ ທ່ານພວມແປະໂປ້ ໃສ່ເອກກະສານ ຫຼັງ ຈາກຖືກທາງການ ເກົາຫຼີເໜືອ ກັກໂຕໄວ້ (30 ພະຈິກ 2013)
ເກົາຫຼີເໜືອໃຫ້ການຢືນຢັນວ່າ ຕົນໄດ້ຈັບກຸມນັກທ່ອງທ່ຽວຊາວ
ອາເມຣິກັນຄົນນຶ່ງ ໃນເດືອນແລ້ວ ແລະເວົ້າວ່າ ຜູ້ກ່ຽວໄດ້ຂໍຂະ
ມາໂທດຕໍ່ອາຊະຍາກຳທີ່ມີການກ່າວຫາວ່າ ໄດ້ກໍ່ຂຶ້ນໃນປາງສົງ
ຄາມເກົາຫຼີ ແລະການກະທຳທີ່ເປັນປໍລະປັກຕໍ່ເກົາຫລີເໜືອ ໃນ ລະຫວ່າງການເດີນທາງໄປຢ້ຽມຢາມເມື່ອໄວໆມານີ້.

ອົງການຂ່າວສູນກາງຂອງທາງການເກົາຫລີເໜືອ ທີ່ເອີ້ນຫຍໍ້ວ່າ
KCNA ລາຍງານໃນວັນເສົາມື້ນີ້ວ່າ ທ່ານ Merrill Newman
ອາຍຸ 85 ປີ ຖືກກ່າວຫາວ່າ ພະຍາຍາມທີ່ຈະພົບພໍ້ກັບພວກທະ ຫານທີ່ລອດຊີວິດມາໄດ້ທີ່ທ່ານເຄີຍໃຫ້ການຝຶກແອບເພື່ອສູ້ລົບ
ກັບເກົາຫຼີເໜືອ ໃນປາງສົງຄາມເກົາຫຼີນັ້ນ.

ອົງການຂ່າວ KCNA ລາຍງານວ່າໃນຄຳໃຫ້ສາລະພາບນັ້ນທ່ານ Newman ເວົ້າວ່າທ່ານ ໄດ້ສັງຫານປະຊາຊົນຜູ້ບໍ່ມີຄວາມຜິດ ແລະກໍ່ອາຊະຍາກຳອື່ນໆຕໍ່ປະຊາຊົນເກົາຫຼີອີກດ້ວຍ.

ທ່ານ Newman ທີ່ເດີນທາງໄປຢ້ຽມຢາມເກົາຫຼີເໜືອ ໃນນາມນັກທ່ອງທ່ຽວນັ້ນ ໄດ້ຖືກກັກ ໂຕໄວ້ທີ່ກຸງພຽງຢາງ ນັບຕັ້ງແຕ່ເຈົ້າໜ້າທີ່ນຳໂຕທ່ານລົງຈາກເຮືອບິນ ທີ່ພວມຈະເດີນທາງ ອອກຈາກປະເທດດັ່ງກ່າວ ເມື່ອວັນທີ 26 ຕຸລາຜ່ານມາ.

US-N.Korea
please wait
Embed

No media source currently available

0:00 0:01:03 0:00
XS
SM
MD
LG