ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄິມ ຈຸງ ອຸນ ຢາກໃຫ້ ທ່ານໂອບາມາ ໂທລະສັບຫາ (ສະໄລດ໌)


ອະດີດດາລາກິລາບານບ້ວງ Dennis Rodman ທີ່ຫາກໍກັບຄືນ ມາຈາກການຢ້ຽມຢາມເກົາຫຼີເໜືອ ໃຫ້ສໍາພາດໃນລາຍການ “This Week” ຂອງໂທລະພາບ ABC.
ອະດີດດາລາກິລາບານບ້ວງ Dennis Rodman ທີ່ຫາກໍກັບຄືນ ມາຈາກການຢ້ຽມຢາມເກົາຫຼີເໜືອ ໃຫ້ສໍາພາດໃນລາຍການ “This Week” ຂອງໂທລະພາບ ABC.
ອະດີດດາລາກິລາບານບ້ວງ Dennis Rodman ທີ່ຫາກໍ
ກັບຄືນມາ ຈາກ ການຢ້ຽມຢາມເກົາຫຼີເໜືອ ເວົ້າວ່າ ທ່ານ
Kim Jung Un ຜູ້ນໍາເກົາຫລີເໜືອ ຢາກໃຫ້ປະທານາທິບໍດີ
ສະຫະລັດ ທ່ານບາຣັກ ໂອບາມາ ໂທລະສັບ ໄປຫາທ່ານ.

ທ້າວ Rodman ກ່າວຕໍ່ລາຍການ “This Week” ຂອງໂທລະ
ພາບ ABC ວ່າ ຜູ້ນໍາໜຸ່ມຂອງເກົາຫຼີເໜືອກໍມັກຫລິ້ນບານບ້ວງ
ຄືກັນກັບປະ ທານາທິບໍດີໂອບາມາ ແລະ Rodman ສະເໜີວ່າ
ຜູ້ນໍາທັງສອງທ່ານ ອາດສາມາດເລີ້ມສ້າງຄວາມສໍາພັນກັນໄດ້ ບົນພື້ນຖານຄວາມສົນໃຈທີ່
ຄືກັນ ໃນກິລາບານບ້ວງນັ້ນ.

ອະດີດນັກຫລິ້ນກິລາຂອງສະມາຄົມບານບ້ວງມືອາຊີບ NBA
ຂອງສະຫະລັດ ທີ່ເປັນຮູ້ກັນດີຍ້ອນການນຸ່ງຖືແບບແຫວກແນວ
ແລະຄໍາເວົ້າແບບຍຸ ຍວນເກາະຜິດຂອງລາວ ໄດ້ໃຫ້ສໍາພາດ
ຂ່າວທາງໂທລະພາບ ABC ລຸນ ຫລັງທີ່ກັບມາຈາກການຢ້ຽມ ຢາມປະເທດຄອມມີວນີສແຫ່ງນັ້ນ ບ່ອນທີ່ລາວໄດ້ໄປຖ່າຍທໍາ
ຮູບເງົາສາລະຄະດີ. Rodman ກ່າວວ່າ ລາວບໍ່ໄດ້ເຫັນດີນໍາ
ທຸກຢ່າງທີ່ທ່ານ Kim Jung Un ເຮັດ ແຕ່ກໍເວົ້າວ່າ ລາວມັກ ທ່ານ Kim ໃນນາມວ່າ ທ່ານເປັນຄົນຜູ້ນຶ່ງ ແລະ ຖືທ່ານ Kim ວ່າ ເປັນ ເພື່ອນຜູ້ນຶ່ງ.

ກະຊວງການຕ່າງປະເທດສະຫະລັດໄດ້ກ່າວຢ່າງຈະແຈ້ງວ່າ ການໄປຢ້ຽມຢາມເກົາຫລີ
ເໜືອຂອງທ້າວ Rodman ແມ່ນເປັນການຢ້ຽມຢາມສ່ວນຕົວ. ເຈົ້າໜ້າທີ່ສະຫະລັດໄດ້
ຕໍາໜິເກົາຫຼີເໜືອໃນອາທິດແລ້ວນີ້ ທີ່ໄດ້ຈັດງານລ້ຽງອາຫານຄໍ່າ ໃຫ້ອະດີດດາລາກິລາ
ຄົນນີ້ ໃນຂະນະທີ່ປະຊາຊົນຂອງຕົນຍັງອຶດຫີວຢ່າງຫລວງຫລາຍ ຢູ່ນັ້ນ.

ທ້າວ Rodman ແມ່ນຊາວອາເມຣິກັນທີ່ມີຊື່ສຽງທີ່ສຸດ ທີ່ໄດ້ໄປພົບກັບ ທ່ານ Kim Jung
Un ນັບແຕ່ທ່ານໄດ້ຮັບຕໍາແໜ່ງຕໍ່ຈາກບິດາ ທ່ານ Kim Jung Ill ໃນປີ 2011 ເປັນຕົ້ນມາ.

ສາຍພົວພັນລະຫວ່າງສອງປະເທດໄດ້ເຊື່ອມໂຊມລົງ ລຸນຫລັງທີ່ເກົາຫລີເໜືອໄດ້ທົດລອງ
ຍິງຈະຫລວດ ໃນເດືອນທັນວາ ແລະທົດລອງອາວຸດ ນີວເຄລຍຄັ້ງທີ 3 ໃນ ເດືອນແລ້ວນີ້.

ພາບການຢ້ຽມຢາມເກົາຫລີເໜືອງຂອງທ່ານ Rodman:

XS
SM
MD
LG