ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Richardson ວ່າ ສຫລ ບໍ່ຕ້ອງກັງວົນ ຕໍ່ການໄປຢ້ຽມ ເກົາຫຼີເໜືອ


ອະດີດເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານ Bill Richardson
ອະດີດເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານ Bill Richardson
ທ່ານ Bill Richardson ອະດີດເອກອັກຄະລັດຖະທູດສະຫະລັດ
ປະຈຳອົງການສະຫະປະຊາຊາດ ກ່າວວ່າ ບໍ່ມີເຫດຜົນໃດໆທີ່ກະ
ຊວງການຕ່າງປະເທດສະຫະລັດ ຈະຕ້ອງກັງວົນໃຈກ່ຽວກັບການ
ເດີນທາງໄປຢ້ຽມຢາມເກົາຫຼີເໜືອ ຄັ້ງຈະມາຂອງທ່ານ.

ໃນມື້ວັນສຸກວານນີ້ ທ່ານ Richardson ກ່າວຕໍ່ລາຍການມື້ເຊົ້າ
ນີ້ຫຼື This Morning ຂອງໂທລະພາບ CBS ວ່າ ທ່ານເອງແລະ
ປະທານບໍລິຫານຂອງ ບໍລິສັດ Google ທ່ານ Eric Schmidth ຈະເດີນທາງໄປຢ້ຽມຢາມເກົາຫຼີເໜືອໃນນາມອົງການມະນຸດສະ
ທຳເອກກະຊົນ ແລະບໍ່ໄດ້ຕາງໜ້າໃຫ້ແກ່ສະຫະລັດ.

ທ່ານ Richardson ເວົ້າວ່າ ທ່ານເຄີຍຕິດຕໍ່ກັບເກົາຫຼີເໜືອມາ
ໄດ້ 15 ປີແລ້ວແລະຮູ້ຈັກພວກເຂົາເຈົ້າດີ. ທ່ານ Richardson
ກ່າວວ່າ ທ່ານມີແຜນການທີ່ຈະເຈລະຈາກັບພວກເຈົ້າໜ້າທີ່ກ່ຽວກັບການຈັບທ້າວ Ken-
neth Bae ຊາວອາເມຣິກັນເຊື້ອສາຍເກົາຫຼີ ທີ່ຖືກຄຸມຕົວໄວ້ຢູ່ໃນເກົາຫຼີເໜືອ ໃນຂໍ້ຫາທີ່ ບໍ່ໄດ້ມີ ການລະບຸໃຫ້ຊາບ.

ນອກນັ້ນ ທ່ານ Richardson ຍັງເວົ້າວ່າ ທ່ານມີຄວາມເປັນຫ່ວງ ກ່ຽວກັບ ໂຄງການນິວ ເຄຼຍຂອງເກົາຫຼີເໜືອແລະຫວັງວ່າການເດີນທາງໄປຢ້ຽມຢາມຂອງທ່ານຈະຊ່ອຍຊັກຊວນ ໃຫ້ເກົາຫຼີເໜືອ ເຄື່ອນໄຫວໄປສູ່ອັນທີ່ທ່ານເອີ້ນວ່າ ທິດທາງທີ່ຖືກຕ້ອງ.

ໂດຍບໍ່ໄດ້ໃຫ້ລາຍລະອຽດໃດໆ ທ່ານນາງ Victoria Nuland ໂຄສົກກະຊວງການຕ່າງ ປະເທດສະຫະລັດກ່າວວ່າ ເວລານີ້ບໍ່ແມ່ນເວລາທີ່ເໝາະສົມທີ່ທ່ານ Richardson ຈະ ເດີນທາງໄປຢ້ຽມຢາມເກົາຫຼີເໜືອ. ທ່ານນາງກ່າວວ່າ ພວກເຈົ້າໜ້າທີ່ໄດ້ສະແດງຄວາມ
ວິຕົກກັງວົນໂດຍກົງ ໄປຍັງທ່ານ Richardson ແລະທ່ານ Schmidth ແລ້ວ.

ກ່ຽວຂ້ອງກັນ

XS
SM
MD
LG