ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ເຮືອບິນ ສຫລ ລົງຈອດ ທີ່ເກົາຫຼີໃຕ້ ພ້ອມດ້ວຍ ຊາກກະດູກ ທະຫານ ອາເມຣິກັນ

ກອງກຽດຕິຍົດສະຫະປະຊາຊາດ ນຳເອົາບັນດາຫີບນ້ອຍ ທີ່ບັນຈຸຊາກກະດູກ ທີ່ເຊື່ອວ່າ ເປັນຂອງທະຫານ ອາເມຣິກັນ ທີ່ເສຍຊີວິດ ໃນປາງສົງຄາມເກົາຫຼີ ໄດ້ໄປເຖິງເກົາຫຼີໃຕ້ ວັນທີ 27 ກໍລະກົດ 2018.

ເຮືອບິນ​ທະຫານ​ສະຫະລັດ​ລຳ​ນຶ່ງ​ໄດ້​ນຳ​ເອົາຊາກກະດູກ 55 ຫີ​ບ ທີ່​ເກົາຫຼີີ​ເໜືອ​ກ່າວ
​ວ່າ ແມ່ນ​ເປັນຂອງ ​ທະຫານ​ສະຫະລັດ ທີ່ໄດ້​ເສຍ​ຊີວິດ ​ຢູ່​ໃນ​ປາງ​ສົງຄາມ​ເກົາຫຼີ ຫຼາຍ
​ກວ່່າ​ຫົກ​ທົດ​ສະ​ວັດ​ມາແລ້ວ ອີງຕາມຖະແຫຼງການຂອງທຳນຽບຂາວ​ທີ່ໃຫ້ການ​ຢືນຢັນ
​ ​ໃນຕອນ​ແລງ​ວັນ​ພະຫັດ​ວານ​ນີ້.

ຖະ​ແຫຼ​ງການຂອງ​ທຳນຽບຂາວ​ກ່າວ​ວ່າ “​ເຮື​ອບິນ ​ກອງທັບ​ອາກາດ​ສະຫະລັດ C-17
​ທີ່ຂົນເອົາ​ຊາກເສດກະດູກທະຫານອາເມຣິກັນທີ່​ຊີວິດ ​ອອກ​ຈາກ​ເມືອງ​ວອນ​ຊານ ​
ເກົາຫຼີ​ເໜືອແລ້ວ. ຊາກກະດູກເຫຼົ່ານີ້ ໄດ້​ຖືກ​ຕິດຕາມ​ໂດຍພວກ​ທະຫານ​ຈາກ​ກກອງ​
ບັນຊາ​ການ​ສະຫະ​ປະຊາ​ຊາດໃນ​ເກົາຫຼີແລະ​ບັນດາ​ຜູ້​ຊ່ຽວ ຊານ​ດ້ານ​ເທັກ​ນິກຈາກຫ້ອງ
ການຮັບຜິດຊອບກ່ຽວກັບພວກ​ຊະ​ເລີຍ​ເສິກ ​ແລະ​ຜູ້ຫາຍ​ສາບ​ສູນຂອງກະຊວງ​ປ້ອງ​ກັນ
​ປະ​ເທດ. ​ເຮື​ອບິນ C-17 ​ໄດ້ລຳລຽງ​ຊາກເສດກະ​ດູກ ໄປ​ຖານ​ທັບ​ໂອຊາ​ນໃກ້​ກັບ​ນະ
ຄອນຫຼວງ​ໂຊ​ລ ບ່ອນພິທີ​ສົ່ງ​ກັບ​ຄືນ ຢ່າງເປັນທາງການຈະ​ຈັດ​ຂຶ້ນ ​ໃນ​ວັນ​ທີ 1 ​ເດືອນ​
ສິງຫາ​ຈະມາ​ເຖິງ​ນີ້.”

ນາຍ​ພົນ​ວິນ​ສັນ ບຣຸກສ໌ ຜູ້​ບັນຊາ​ການກຳລັງ​ສະຫະ​ປະຊາ​ຊາດ​ແລະສະຫະລັດ​ໃນ​ເກົາ​
ຫຼີກ່າວ​ວ່າ “ການ​ປະຕິບັດ​ງານ ​ໄດ້​ເປັນຜົນສຳ​ເລັດ ຫຼັງ​ຈາກ​ການ​ປະ ສານ​ງານ​ຢ່າງ​ກວ້າງ
ຂວາງ. ບັດ​ນີ້​ພວກ​ເຮົາ​ຈະ​ກະກຽມ​ໃຫ້​ກຽດ​ແກ່​ບັນດາຜູ້​ເສຍ​ຊີວິດ​ຂອງ​ພວກ​ເຮົາ ກ່ອນ​
ເຂົາ​ເຈົ້າ​ຈະ​ເດີນທາງ​ກັບ​ຄືນ​ບ້ານ.”

​ເຮືອບິນ​ໄດ້​ລົງຈອດ​ທີ່ເກົາຫຼີ​ໃຕ້ ໃ​ນວັນ​ສຸກ​ຕອນ​ເຊົ້າມື້​ນີ້.

ອົງການ​ຂ່າວ​ເກົາຫຼີ​ຢອນ​ຮັບ​ໄດ້​ລາຍ​ງານ​ວ່າ ຕົນ​ໄດ້​ຮູ້ຈາກ​ແຫຼ່ງການ​ທູດເກົາຫຼີໃຕ້​ ທີ່​
ເກົາຫຼີ​ເໜືອຫວ່າງ​ມໍ່ໆ​ມາ​ນີ້​ໄດ້ຮັບຫີບ​ໄມ້​ສອງ​ຄັນ​ລົດ​ຈາກ​ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ.
​ວັນ​ສຸກ​ທີ 27 ກໍລະກົດມື້​ນີ້ ​ເປັນຂີດ​ໝາຍ​ຄົບຮອບ 65 ປີ​ຂອງ​ການ​ລົງ​ນາມໃນ​ສັນຍາ
ສະຫງົບເສິກ ເພື່ອ​ຍຸຕິ​ສົງຄາມ​ປີ ລະຫວ່າງປີ 1950 ຫາ 1953 ​ທີ່​ໄດ້ ແບ່ງປະ​ເທດ​ຄອມ
​ມິ​ວນິສ​ເກົາຫຼີ​ເໜືອ ​ແລະ​ປະຊາທິປະ​ໄຕ​ເກົາຫຼີ​ໃຕ້ ອອກ​ຈາກ​ກັນ.

ຖະ​ແຫຼ​ງການ​ທຳນຽບຂາວ​ກ່າວ​ວ່າ “ສະຫະລັດ​ເປັນ​ໜີ້ບຸນຄຸນ​ຢ່າງ​ເລິກ​ເຊິ​ງຕໍ່​ບັນດາ​
ສະມາຊິກທະຫານ​ອາ​ເມຣິກັນ ຜູ້ທີ່​ໄດ້​ສະຫຼະ​ຊີບ​ຮັບ​ໃຊ້​ປະ​ເທດ​ຊາດ​ເຂົາ​ເຈົ້າ ​ແລະ​ພວກ​
ເຮົາ​ກຳລັງ​ປະຕິບັດ​ງາ​ນຢ່າງ​ບໍ່​ທໍ້ຖອຍ​ໃນ​ການ​ນຳ​ເອົາ​ເຂົາ​ເຈົ້າ​ກັບຄືນ​ບ້ານ. ​ເປັນຄວາມ​ຮັບຜິດຊອບຢ່າງ​ເປັນ​ກຽດ​ສຳລັບ​ລັດຖະບານ​ສະຫະລັດເພື່ອ​ຄໍ້າປະກັນ​ວ່າ ​ບັນດາ​ຊາກ​
ກະດູກ​ເຫ​ລົ່ານີ້ ​ໄດ້ຮັບ​ການຈັດແຈງແບບມີ​ກຽດສັກສີ ​ແລະຮັບ​ຮູ້​ເອົາ​ຢ່າງ​ເໝາະ​ສົມເພື່ອ​
ໃຫ້ຄອບຄົວ​ເຂົາ​ເຈົ້າ​ຮັບ​ເອົາ​ເຂົາ​ເຈົ້າ​ແບບມີກຽດ.”

ການ​ມອບ​ຊາກກະດູກເຫຼົ່ານີ້ ແມ່ນ​ການເລີ້ມປະຕິບັດ​ຕາມ​ຂໍ້​ຕົກລົງ​ທີ່​ໄດ້​ເຮັດໃນ​ເດືອນ
​ແລ້ວ​ນີ້ ລະຫວ່າງ​ຜູ້ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ​ແລະ​ປະທານາທິ ບໍດີ​ສະຫະລັດ
ທ່ານ​ດໍ​ໂນ​ລ ທຣໍາ ໃນລະຫວ່າງການ​ພົບ​ປະກັນ​ຄັ້ງ​ປະຫວັດ​ສາດ​ທີ່​ສິງກະ​ໂປ​ເມື່ອ
ເດືອນ​ມິຖຸນາທີ່​ຜ່ານ​ມາ. ປະທານາທິບໍດີ​ທຣໍາ ​ໄດ້​ສົ່ງ​ຂໍ້ຄວາມ​ຜ່ານທາງ​ທວິດ​ເຕີ ຂອບ​
ໃຈ​ທ່ານ​ກິມ ຫຼັງ​ຈາກ​ຊາກ​ກະດູກ​ໄດ້​ໄປເຖິງ​ເກົາຫຼີ​ໃຕ້.

ພວກທະການກຳລັງຄຳນັບຊາກເສດກະດູກ 55 ຫີບ ຂອງທະຫານສະຫະລັດ ຜູ້ເສຍຊີວິດ ໃນປາງສົງຄາມເກົາຫຼີ ຢູ່ຖານທັບອາກາດໂອຊານ ໃນນະຄອນພຽງຍົງເຕັກ ເກົາຫຼີໃຕ້ ວັນທີ 27 ກໍລະກົດ 2018.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG